ສປປ ລາວ ກຽມແຜນເປີດປະເທດແບບເຕັມຮູບແບບ ຄືກັບຕອນຍັງບໍ່ມີໂຄວິດ ໃນທຸກດ່ານສາກົນທົ່ວປະເທດ

ວັນທີ 26 ເມສາ 2022 ນີ້ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຈັດກອງປະຊຸມເພຶ່ອປຶກສາຫາລືກ່ຽວກັບບັນດາເງື່ນອນໄຂ ແລະ ມາດຕະການຕ່າງໆ ໃນການກະກຽມເປີດປະເທດແບບເຕັມຮູບແບບໃນຕົ້ນເດືອນພຶດສະພາ (5) 2022 ນີ້ ໂດຍອີງຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ການເປີດປະເທດແບບເຕັມຮູບແບບນີ້ແມ່ນຈະເປັນສ່ວນຫນຶ່ງໃນການກະຕຸ້ນການທ່ອງທ່ຽວ…

ລັດຈະໄດ້ເງິນ 130. 932 ໂດລາ/ປີ ຈາກການສຳປະທານເນື້ອທີ່ດິນ 33 ເຮັກຕາ ຂອງບໍລິສັດເອກະຊົນເພື່ອການທ່ອງທ່ຽວຢູ່ເມືອງຈອມເພັດ ແຂວງຫລວງພະບາງ

ວັນທີ 20 ເມສາ 2022 ນີ້ ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ອະນຸຍາດໃຫ້ບໍລິສັດເອກະຊົນ ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 33 ເຮັກຕາ 3.294 ຕາແມັດ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ເພື່ອພັດທະນາເປັນໂຮງແຮມ-ຣີສອດ, ບ້ານຈັດສັນ,…

ຫໍພິພິທະພັນຫລວງພະບາງ ເປີດໃຫ້ບໍລິການນັກທ່ອງທ່ຽວຕ້ອນຮັບປີໃໝ່ ແຕ່ວັນຈັນ-ອາທິດ (ບໍ່ມີມື້ປິດ)

ທ່ານ ສົມໃຈ ຫົງພະຈັນ ຫົວໜ້າຫໍພິພິທະພັນ ແຂວງຫລວງພະບາງ ສຳພາດຕໍ່ນັກຂ່າວແຂວງຫລວງພະບາງເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ຫໍພິພິທະພັນຫລວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳ ຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930. ປັດຈຸບັນ ໃຊ້ສະແດງສິລະປະ…

ກະສິກຳ ແລະ ທ່ອງທ່ຽວ ຄືກຸນແຈສູ່ ຄວາມຮັ່ງມີຮ່ວມກັນ ແລະ ຍືນຍົງ

ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນມື້ນີ້, ການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍ່ງ ລະຫວ່າງ ຂະແຫນງກະສິກຳ ແລະ ການທ່ອງທ່ຽວ ຈະປະກອບສ່ວນໃຫ້ແກ່ການຟື້ນໂຕ ແລະ ການຂະຫຍາຍຕົວຢ່າງສົມດຸນ ໃນສາທາລະນະ ລັດປະຊາທິປະໄຕ ປະຊາຊົນ (ສປປ ລາວ). ທ່ານ ນາງ…

ປີ 2022 ຫລວງພະບາງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 4 ລາງວັນ

ວັນທີ 2 ມີນາ 2022 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ທ່ານ ບຸນເລື່ອມ…

ໄລຍະ 2 ເດືອນຜ່ານມາຫວຽາມນາມ ມີນັກທ່ອງທ່ຽວເດີນທາງເຂົ້າຫລາຍກວ່າ 49.200 ເທື່ອຄົນ, ເພີ່ມຂຶ້ນ 71,7%

ອີງຕາມການລາຍງານຂອງ ຂ່າວ ຮ່າໂນ້ຍຫວຽດນາມ, ວັນທີ 28 ກຸມພາ 2022 ນີ້ໃຫ້ຮູ້ວ່າ: , ພາຍຫລັງຫວຽດນາມໄດ້ເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ນັບແຕ່ ເດືອນມັງກອນ-ເດືອນກຸມພາ ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມຫລາຍກວ່າ 49.200 ເທື່ອຄົນ, ເພີ່ມຂຶ້ນ 71,7% ເມື່ອທຽບໃສ່ໄລຍະດຽວກັນໃນປີຜ່ານມາຊຶ່ງປັດໄຈຕົ້ນຕໍທີ່ເຮັດໃຫ້ການທ່ອງທ່ຽວຫວຽດນາມຄຶກຄື້ນກວ່າເກົ່າຍ້ອນໂຄງການນໍາຮອຍການທ່ອງທ່ຽວ ແລະ ການເປີດຄືນຖ້ຽວບິນຕ່າງໆຢ່າງປົກກະຕິ….

ຖວທ ເມືອງວັງວຽງ ສັ່ງຜູ້ປະກອບການຫຍັບຕຽງເຂົ້າດິນຕາຝັ່ງແຄມນໍ້າຊອງຫລັງລະເມີດຂໍ້ຫ້າມ

ຄະນະສະເພາະກິດແກ້ໄຂບັນຫາແຫລ່ງທ່ອງທ່ຽວເມືອງວັງວຽງແຂວງວຽງຈັນ ໄດ້ກ່າວເຕືອນ ແລະ ແນະ ນຳໃຫ້ຜູ້ປະກອບການບໍລິການກິດຈະການຮ້ານກິນດື່ມ ແລະ ຮ້ານຂາຍເຄື່ອງຢູ່ແຄມນໍ້າຊອງເຈົ້າໜຶ່ງຫຍັບຕຽງ ແລະ ສິ່ງກີດຂວາງອື່ນໆເຂົ້າໃນເຂດດິນຕາຝັ່ງເດີມໃນວັນທີ 11 ກຸມພານີ້ແລ້ວຫລັງພົບນຳເອົາຕຽງລົງນໍ້າຊອງເກີນ 5 ແມັດ ຕາມລຳພັງ ຊຶ່ງເປັນການຝ່າຝືນຂໍ້ຫ້າມ ແລະ ກີດຂວາງການລົງຫລິ້ນນໍ້າ ຂອງນັກທ່ອງທ່ຽວ, ການສັນຈອນທາງນໍ້າ ລວມທັງອາດຈະກະທົບຕໍ່ສິ່ງແວດລ້ອມ…

ປີນີ້ ລາວຕັ້ງເປົ້າດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນເຂົ້າມາທ່ຽວໃຫ້ໄດ້ 1 ລ້ານກວ່າຄົນ

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາຍງານຕໍ່ກອງປະຊຸມວຽກງານ ຖວທ ທົ່ວປະເທດ ໃນວັນທີ 10 ກຸມພານີ້ ທີ່ນະຄອນຫລວງວຽງຈັນ ວ່າ:ປີ 2022, ລາວ ເຮົາຈະສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ຫລາຍກວ່າ 1 ລ້ານເທື່ອຄົນ…

ນະຄອນຫລວງວຽງຈັນຄາດວ່າ ນັກທ່ອງທ່ຽວຕ່າງປະເທດຈະເດີນທາງເຂົ້າມານະຄອນຫລວງວຽງຈັນ ປະມານ 300.000 ຄົນ ຫາກໂຄວິດຫລຸດລົງ

ອີງຕາມຂ່າວວິທະຍຸກະຈາຍສຽງແຫ່ງຊາດ ວັນທີ 10 ກຸມພາ 2022 ນີ້ໃຫ້ຮູ້ວ່າ: ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ລາຍງານ ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ…

ເມືອງລອງ ບູລະນະ ແລະ ກໍ່ສ້າງພະທາດແມວສີ

ແຫລ່ງຂ່າວຈາກແຂວງຫລວງນໍ້າທາລາຍງານວ່າ:ວັນທີ 1 ກຸມພາ 2022, ຢູ່ກຸ່ມບ້ານສະ ເມືອງລອງ ໄດ້ເປີດການບູລະນະ ແລະ ກໍ່ສ້າງພະທາດແມວສີ ໂດຍການກໍ່ສ້າງພະທາດດວງໃໝ່ ເພື່ອໃຫ້ພຸດທະສາ ສະນິກະຊົນທັງຫລາຍ ໄດ້ກາບໄຫວ້ບູຊາ ທັງຕິດພັນກັບການພັດທະນາ ແລະ ເສີມຂະຫຍາຍແຫລ່ງທ່ອງທ່ຽວທາງວັດທະນະທໍາໃຫ້ຍືນຍົງຕະຫລອດໄປ. ໃນພິທີດັ່ງກ່າວໄດ້ມີການທໍາພິທີກຳທາງສາສະໜາຂໍຂະມາເຈົ້າຖິ່ນເຈົ້າຖານ ແລະ ສິ່ງສັກສິດທັງຫລາຍ ຕາມຮີດຄອງປະເພນີ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!