ປະຊາຊົນສ່ອງແສງ ພາພີ່ນ້ອງມາແຕ່ຕ່າງປະເທດໄປທ່ຽວທາດຫລວງ-ປະຕູໄຊ ຖືກເຈົ້າໜ້າທີ່ຕຳຫລວດທ່ອງທ່ຽວປັບໃໝ
ເມື່ອທ້າຍເດືອນສິງຫາ 2022 ຜ່ານມານີ້ ປະຊາຊົນຈຳນວນຫລາຍທ່ານໄດ້ສ່ອງແສງເຂົ້າມາທາງຂ່າວໜັງສືພິມລາວພັດທະນາພວກເຮົາຈຳນວນຫລາຍ ໂດຍສັງລວມແລ້ວມີ 2 ກໍລະນີເຊັ່ນ: ກໍລະນີ1 ຜູ້ຖືກປັບໃໝໄດ້ແຈ້ງວ່າມີພີ່ນ້ອງຝັ່ງໄທມາຢ້ຽມຢາມ ພາຍຫລັງຫ່າງກັນໄປເກືອບ 3 ປີ ຍ້ອນມີໂຄວິດ ແລະ ພາຍຫລັງລາວເຮົາເປີດປະເທດໃຫ້ມີການເຂົ້າ-ອອກ ພີ່ນ້ອງໄດ້ເຂົ້າມາຢາມຈຶ່ງໄດ້ພາໄປນະມັດສະການພະທາດຫລວງ ໂດຍໃຊ້ລົດສ່ວນຕົວ ແຕ່ຢູ່ໆກໍມີເຈົ້າໜ້າທີ່ຕຳຫລວດທ່ອງທ່ຽວເຂົ້າມາຫາ ພ້ອມໃຊ້ມາດຕະການປັບໃໝ. ກໍລະນີທີ…