ເດືອນມັງກອນ-ມີນາ 2024 ປີທ່ອງທ່ຽວລາວ ມີນັກທ່ອງທ່ຽວພາກພື້ນ ແລະ ສາກົນ ເຂົ້າມາທ່ຽວ ສປປ ລາວ 1.117.121 ກວ່າເທື່ອຄົນ

ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາຍງານວ່າ: ໃນໄລຍະແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2024 ມີນັກທ່ອງທ່ຽວພາກພື້ນ ແລະ ສາກົນ ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ທັງໝົດ 1.117.121…

ນະຄອນຫລວງວຽງຈັນ ໄດ້ຮັບລາງວັນຕົວເມືອງສະອາດອາຊຽນ ເປັນຄັ້ງທີ 2

ພິທີມອບ-ຮັບ ລາງວັນຕົວເມືອງສະອາດອາຊຽນ ໃຫ້ນະຄອນຫລວງວຽງຈັນ ເປັນຄັ້ງທີ 2 ຢ່າງເປັນທາງການແມ່ນຢູ່ໃນໂອກາດງານມະຫະກໍາທ່ອງທ່ຽວອາຊຽນ 2024 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 22-27 ມັງກອນ 2024. ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ…

ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ

ໂດຍ : ຜາຕຸງ ນັບແຕ່ທ້າຍປີ 2023 ຫາຕົ້ນປີ 2024 ນີ້ ຈະເຫັນວ່າ ອົງການປົກຄອງແຕ່ລະທ້ອງຖິ່ນຕ່າງກໍງັດເອົາກົນລະຍຸດ ຍຸດທະວິທີຕາມທ່າແຮງທີ່ມີໃນແຕ່ລະບ່ອນທີ່ຕິດພັນກັບ ວັດທະນະທຳ ທຳມະຊາດ ແລະ ປະຫວັດສາດຂອງຕົນຕົນອອກມາຜ່ານການຈັດກິດຈະກຳຕ່າງໆເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າໄປທ່ອງທ່ຽວສຳຜັດກັບ ວັດທະນະທຳ ທຳມະຊາດແລະ ປະຫວັດສາດທີ່ມີໃນທ້ອງຖິ່ນຕົນໃຫ້ຫຼາຍຂຶ້ນ ແລະໄດ້ຖືເອົາເລີກເອົາຍາມແຫ່ງການເປີດປີທ່ອງທ່ຽວລາວ 2024…

ພວກເຮົາມີຄວາມພ້ອມແລ້ວ ສຳລັບປີທ່ອງທ່ຽວລາວ 2024

ປີ 2024 ຍັງອີກບໍ່ພໍໃດມື້ກໍມາເຖິງແລ້ວ ແລະພວກເຮົາຕ່າງຕັ້ງຕາລໍຄອຍປີແຫ່ງການທ່ອງທ່ຽວລາວ ເຊິ່ງມີຄວາມຫວັງວ່າພວກເຮົາຈະສາມາດເລັ່ງຟື້ນຟູ ຂະແໜງທ່ອງທ່ຽວໃຫ້ໄດ້ດີ ແຕ່ພວກເຮົາມີຄວາມພ້ອມຮອບດ້ານແລ້ວບໍ່? ປີ 2023 ສື່ຕ່າງປະເທດຫຼາຍສຳນັກ ກໍໄດ້ປະເມີນວ່າ ປະເທດເຮົາເປັນໜຶ່ງໃນ 23 ປະເທດ ທີ່ໜ້າມາທ່ຽວຊົມ  ໂດຍທີ່ນອກຈາກມີຄວາມສວຍສົດງົດງາມທາງທຳມະຊາດ ແລະວັດທະນະທຳ ແລ້ວການເປີດເສັ້ນທາງລົດໄຟ ກໍຍິ່ງເພີ່ມຄວາມສະດວກສະບາຍໃນການເດີນຫາຈຸດໝາຍປາຍທາງຂອງທ່ອງທ່ຽວໃນ ປະເທດເຮົາ…

ແຂວງຄໍາມ່ວນ ກຽມເປີດແຫລ່ງທ່ອງທ່ຽວໃໝ່ 2 ແຫ່ງ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ປະຊາຊົນໃນປີທ່ອງທ່ຽວລາວ 2024

ແຂວງຄໍາມ່ວນ ເລັ່ງສຸມໃສ່ພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວທັງລະດັບຊາດ ແລະ ລະດັບແຂວງ ເພື່ອຮອງຮັບການເປີດປີທ່ອງທ່ຽວປີ 2024, ຂະນະດຽວກັນກຽມເປີດແຫລ່ງທ່ອງທ່ຽວໃໝ່ 2 ແຫ່ງຄື: ຂຸນກອງແລງ ເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ. ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລ່ງຂ່າວ,…

ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫລວງວຽງຈັນ ປະຈຳປີ 2023

ວັນທີ 23 ພະຈິກ 2023 ນີ້ ມີພິທີເປີດປີທ່ອງທ່ຽວລາວ 2024 ແລະ ເປີດບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ,…

ສປປ ລາວ ມີຄວາມພ້ອມໃນການເປີດປີທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX…

ແຂວງວຽງຈັນ ກະກຽມ 20 ກິດຈະກຳ ສົ່ງເສີມກິດຈະກຳການທ່ອງທ່ຽວ ຕ້ອນຮັບປີທ່ອງທ່ຽວລາວ 2024

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມຕ້ອນຮັບປີທ່ອງທ່ຽວລາວປີ 2024 ແລະ ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວພາຍໃນແຂວງວຽງຈັນ. ເຊິ່ງພະແນກ ຖວທ ແຂວງ…

ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ  ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສະເໜີຕໍ່ກອງປະຊຸມຄະນະຊີ້ນຳລະດັບຊາດເພື່ອຈັດປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນຕອນບ່າຍວັນທີ 22 ກັນຍາ 2023​ ທີ່ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ເພື່ອຈັດກິດຈະກໍາຕ່າງໆ ໃນໂອກາດປີທ່ອງທ່ຽວລາວ 2024 ໄດ້ສະເໜີຂໍອະນຸມັດນຳໃຊ້​ງົບ​ປະ​ມານລັດຖະບານ…

ຄະນະຊີ້ນຳລະດັບຊາດ ຫາລືແກ້ໄຂຫລາຍບັນຫາໃນຂະແໜງທ່ອງທ່ຽວ ເພື່ອກຽມພ້ອມເປີດປີທ່ອງທ່ຽວລາວ 2024

ວັນທີ 22 ກັນຍາ 2023, ຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວລາວ 2024 ໄດ້ຈັດກອງປະຊຸມປຶກສາຫາລືຫລາຍບັນຫາສຳຄັນ ເພື່ອກະກຽມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້, ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ເພື່ອຈັດປີທ່ອງທ່ຽວ 2024. ທ່ານ ນາງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!