ຖ້າຫາກບຸກຄົນໃດຖືກເຈົ້າໜ້າທີ່ປັບໃໝໂດຍບໍ່ມີຄວາມຜິດ ຂໍໃຫ້ສະແດງຕົວຕົນ ແລະ ຫຼັກຖານ
ວັນທີ 18 ເມສາ 2022 ນີ້ ທ່ານ ພັອ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ຊີ້ແຈງ ກ່ຽວກັບ ບັນຫາຫາງສຽງຈໍານວນໜຶ່ງທີ່ເກີດຂຶ້ນໃນສັງຄົມວ່າ ເຈົ້າໜ້າທີ່ຕໍາຫລວດຈະລາຈອນຈໍານວນໜຶ່ງ ສວຍໂອ ກາດຫາເງິນໃຫ້ຕົນເອງຈາກການຕັ້ງດ່ານກວດກາຕາມທ້ອງຖະໜົນໃນໂອກາດສໍາຄັນຕ່າງໆ ເຊິ່ງເປັນການສ້າງຄວາມເສຍຫາຍຕໍ່ພາບພົດຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ. ຄວາມຈິງແລ້ວຜູ້ໃຊ້ລົດໃຊ້ຖະໜົນມີຄວາມເຂົ້າໃຈດີແລ້ວກ່ຽວກັບຕຳຫຼວດຈະລາຈອນທີ່ປະຕິບັດຕາມສິດ…