ລົດບັນທຸກຫລີກຂຸມສວນເລນຕຳກັບລົດເມນຳທ່ຽວ ເສຍຊີວິດ6 ບາດເຈັບ 24 ຄົນ

ທ່ານ ພັນໂທ ແສງດາວ ໄຊໂກສີ ຮັກສາການຫົວໜ້າພະແນກຈະລາຈອນ ແຂວງສະຫວັນນະເຂດ ໄດ້ລາຍງານ ໃຫ້ຮູ້ວ່າ: ເວລາ 19:15 ນາທີ ຂອງວັນທີ 31 ກໍລະກົດ 2022 ມີອຸບັດເຫດລົດບັນທຸກຫີນກາວຕຳກັບລົດເມນຳທ່ຽວ ທີ່ບ້ານຫລຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ມີຄົນໄດ້ຮັບບາດເຈັບ…

ອຸບັດເຫດຢູ່ທາງດ່ວນ ຍ້ອນຈອດລົດລົງຖ່າຍເບົາ ມີຜູ້ເສຍຊີວິດຄາທີ່

ອີງຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນ ປະຈຳທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ໃຫ້ຮູ້ວ່າ: ວັນທີ 13 ກໍລະກົດ ເວລາ 19 ໂມງ ໄດ້ມີອຸບັດເຫດເກີດຂຶ້ນຢູ່ທາງດ່ວນ ນະຄອນຫລວງວຽງຈັນຫາວັງວຽງ ຈຸດນາຊອນ-ບ້ານບົວ (ເດີນທາງຈາກວັງວຽງຫານະະຄອນຫລວງ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຊາຍ ອາຍຸ 54…

ການຈອດລົດເທິງທາງຍ່າງ ທີ່ເປັນບັນຫາຊຳເຮື້ອ ທີ່ສ້າງຜົນກະທົບຕໍ່ປະຊາຊົນຜູ້ທຽວທາງ ແລະ ສ້າງຄວາມເຂົ້າໃຈຜິດແກ່ນັກທ່ອງທ່ຽວ

ບັນຫາການຈອດລົດເທິງທາງຍ່າງ ເປັນບັນຫາຊຳເຮື້ອມາຍາວນານ ເປັນບັນຫາທີ່ຖືກສ່ອງແສງຈາກສັງຄົມເປັນຈຳນວນຫລາຍໃນຕະຫລອດໄລຍະຜ່ານມາ ທັງນີ້ກໍເນື່ອງມາຈາກພວກເຂົາໄດ້ຮັບຄວາມເດືອດຮ້ອນ, ສ້າງຄວາມຫຍຸ້ງຍາກເວລາຍ່າງ, ມີຄວາມບໍ່ປອດໄພ ແລະ ຄວາມບໍ່ຈົບງາມໃຫ້ແກ່ຕົວເມືອງ. ຖ້າເວົ້າເຖິງບັນຫານີ້ແລ້ວເຮົາມັກຈະເວົ້າເຖິງການຖືເບົາເວົ້າຄວາມງ່າຍ ແລະ ການບໍ່ພິຈາລະນາຄົ້ນຄິດຖີ່ຖ້ວນເປັນບົດພິສູດທີ່ສາມາດຊີ້ໃຫ້ເຫັນຄວາມຜິດພາດຂອງພາກສ່ວນກ່ຽວຂ້ອງລວມທັງບັນດານັກຂັບຂີ່ລົດທັງຫລາຍ ຊຶ່ງຄວາມຈິງແລ້ວທຸກການກໍ່ສ້າງ ເພື່ອການນຳໃຊ້ ດັ່ງທາງຍ່າງ ຊຶ່ງຄໍາວ່າ ທາງຍ່າງ ບໍ່ຈຳເປັນອະທິບາຍ ພຽງແຕ່ຊື່ກໍຮູ້ແລ້ວ, ແຕ່ບັນຫາ ການນໍາໃຊ້ຜົນປະໂຫຍດຈາກມັນຖືກເປົ້າໝາຍໜ້ອຍຫລາຍສໍ່າໃດ…

ຈະລາຈອນ ນວ ປຶກສາຫາລື 3 ວຽກຫຼັກ ເພື່ອຫຼຸດຜ່ອນການສັນຈອນແອອັດ ແລະ ການເກີດອຸບັດເຫດ

ຂ່າວປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນລາຍງານໃຫ້ຮູ້ວ່າ: ວັນທີ 30 ພຶດສະພາ 2022, ທີ່ຫ້ອງຕຳຫຼວດ, ຈະລາຈອນ ນວ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກ 3 ວຽກງານ ເພື່ອແນໃສ່ຫຼຸດຜ່ອນບັນຫາການສັນຈອນແອອັດ ແລະ ບັນຫາອຸບັດເຫດ ຕາມທ້ອງຖະໜົນ. ໃຫ້ກຽດເຂົ້າຮ່ວມໂດຍ ພັທ ຈັນທະບູນ ມະນີວົງ…

ອຸບັດເຫດຮຸນແຮງ ສີ່ແຍກມະໂຫສົດ ລົດເປ່ເພໜັກແຕ່ຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ

ທ່ານ ພັນໂທ ບຸນແອັດ ຊູບົວຈັນ ຮອງພະແນກຕຳຫລວດຊີ້ນຳຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕຳລົດໃຫຍ່ຢູ່ສີ່ແຍກໂຮງໝໍມະໂຫສົດນີ້ວ່າ: ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕຳລົດໃຫຍ່ຢູ່ສີ່ແຍກໂຮງໝໍມະໂຫສົດ ເມື່ອເຈົ້າໜ້າທີ່ລົງໄປກວດກາ ເປັນລົດຟໍຈູນເນີທີ່ມຸ່ງໜ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງໝໍມະໂຫສົດ ມີລົດກະບະ ມາແຕ່ເສັ້ນທາງໂຮງໝໍມະໂຫສົດຈະມຸ່ງໜ້າໄປເສັ້ນທາງແຄມຂອງ…

ຫົວໜ້າກົມຕຳຫຼວດຈະລາຈອນ ເນັ້ນໜັກໃຫ້ກຳລັງຈະລາຈອນທົ່ວນະຄອນຫຼວງວຽງຈັນ ປະຕິບັດວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ

ວັນທີ 20 ພຶດສະພາ 2022, ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ບັນດາຄະນະພັກ-ຄະນະບັນຊາທີ່ເຮັດວຽກງານ-ຊີ້ນຳວິຊາສະເພາະຈະລາຈອນ ກ່ຽວກັບວຽກງານວິຊາສະເພາະຂອງກຳລັງຕຳຫຼວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ. ການໂອ້ລົມຄັ້ງນີ້, ແມ່ນໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ໂດຍອີງໃສ່ບັນດານິຕິກຳ,…

ການຂັບລົດ ທີ່ຂັດກົດຈະລາຈອນ ຍ່ອມເກີດອຸບັດເຫດ

ການຂັບລົດທີ່ສະທ້ອນໃຫ້ເຫັນການບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະສ່ຽງຕໍ່ການເກີດອຸບັດເຫດ ເຮັດໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸບັດເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ. ສະພາບການຈະລາຈອນຢູ່ຖະໜົນບາງເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ດັ່ງຖະໜົນວຽງຈັນ 450 ປີ ເຊິ່ງປັດຈຸບັນກໍຄືຜ່ານມາເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ, ແຕ່ກໍຍັງພົບເຫັນການຂັບຂີ່ຂັດກົດຈະລາຈອນທາງບົກ…

ເຈົ້າໜ້າທີ່ເລັ່ງນຳຫາໂຊເຟີຂັບລົດດ້ວຍຄວາມປະໝາດຢູ່ເສັ້ນທາງ 450 ປີ ມາສຶກສາອົບຮົມ

ວັນທີ 24 ເມສາ 2022 ຜ່ານມານີ້ ໄດ້ມີລົດບັນທຸກແກັສຄັນໜຶ່ງ ທີ່ມີລັກສະນະຂັບຂີ່ດ້ວຍຄວາມປະໝາດ ອາດສົ່ງຜົນໃຫ້ເກີດອຸບັດເຫດ ສ້າງຄວາມເສຍຫາຍຕໍ່ຕົນເອງ ແລະ ຜູ້ອື່ນ ເຊິ່ງສັງຄົມຕ່າງກໍສະແດງຄວາມເປັນຫ່ວງ. ຕໍ່ເຫດການດັ່ງກ່າວນີ້, ທ່ານພັນໂທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຈະລາຈອນນະຄອນຫລວງ ໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາ ວັນທີ 27…

ຊີ້ແຈງການ ກໍລະນີການເປີດສະເພາະໄຟອຳນາດ (ສີເຫຼືອງ) ເລີ່ມແຕ່ເວລາ 22 ໂມງ

ທ່ານ ພັທ ເດດລືຊາ ໄຊຍະສານ ຮອງພະແນກຈາລະຈອນນະຄອນຫລວງວຽງຈັນໃຫ້ຂໍ້ມູນເບື້ອງຕົ້ນວ່າ: ມີບາງຈຸດເມື່ອຮອດເວລາ 22 ໂມງ ມີການປ່ຽນຈາກໄຟແດງໄຟຂຽວ ເປັນໄຟເຕືອນສີເຫລືອງ ແມ່ນອີງຕາມກົດລະບຽບ ແລະ ອີງຕາມສະພາບການສັນຈອນ ເພາະໃນຊ່ວງເວລານັ່ນຖືວ່າການສັນຈອນລົດແມ່ນບໍ່ມີແລ້ວ ສະນັ້ນການຕັ້ງໂອໂຕໄວ້ໃຫ້ເຕືອນເປັນໄຟກະພິບສີເຫລືອງເພື່ອເຕືອນນັກຂັບຂີ່ເມື່ອໃກ້ເຂົ້າເຖິງ 3-4 ແຍກ ຄວນມີສະຕິຜ່ອນຄວາມໄວ. ສາເຫດທີ່ບໍ່ຕັ້ງເປັນໄຟຂຽວປົກກະຕິແມ່ນ ບາງຄັ້ງລົດບໍ່ມີ…

ວັນທີ 21 ເມສາ 2022 ທົ່ວປະເທດ ມີຜູ້ເສຍຊີວິດຍ້ອນອຸບັດເຫດ 5 ຄົນ

ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນໃຫ້ຮູ້ວ່າ: ໃນວັນທີ 21 ເມສາ 2022 ນີ້, ທົ່ວປະເທດມີອຸບັດຕິເຫດທາງຖະໜົນເກີດຂຶ້ນທັງໝົດ 14 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ, ໃນນີ້ ເສຍຊີວິດຢູ່ໃນນະຄອນຫຼວງວຽງຈັນ 4 ຄົນ ແລະ ບໍ່ແກ້ວ 1 ຄົນ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!