ຖືກປັບໃໝ 500.000 ກີບ ຍ້ອນຈອດລົດຢູ່ກ້ອງຕຶກສູນການຄ້າແຫ່ງໜຶ່ງ ທັ້ງທີ່ບໍ່ມີປ້າຍເຕືອນ ຫລື ຫ້າມຈອດ
ວັນທີ່ 16 ມັງກອນ 2024 ປະຊາຊົນທ່ານໜຶ່ງໄດ້ໂພສເຕືອນການຈອດລົດຢູ່ບ່ອນລານຈອດລົດກ້ອງຕຶກຂອງສູນການຄ້າແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ຜູ້ກ່ຽວໄດ້ໂພສວ່າ: ທ່ານໃດຈະໄປຫ້າງດັ່ງກ່າວຄວນຮູ້ໄວ້ ແລະ ຕ້ອງຈອດລົດເປັນລະບຽບ ຕາມເສັ້ນຄອກລົດທີ່ກຳນົດໄວ້ເທົ່ານັ້ນ. ເວລາຈອດລົດໃຫ້ລະມັດລະວັງ ຖ້າຈອດບ່ອນນີ້ແມ່ນຈະຖືອລ໊ອກລໍ້ພ້ອມທັງຖືກປັບໃໝ 500.000 ກີບທັນທີ ບໍ່ມີລະເວັ້ນ. ຜູ້ກ່ຽວໄດ້ເລົ່າວ່າ:ໃນມື້ມີເຫດການດັ່ງກ່າວທີ່ຕົນຖືກລັອກລໍ້ ແລະ ປັບໃໝ ແມ່ນໄດ້ນັດກິນເຂົ້າຮ່ວມກັບໝູ່ ຢູ່ທີ່ຫ້າງດັ່ງກ່າວ…