ສະຫລຸບ 7 ສະຫລອງປີໃໝ່ລາວ ທົ່ວປະເທດມີອຸປະຕິເຫດ 313 ຄັ້ງ ເສຍຊີວິດ 26 ຄົນ

ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຕໍ່ສື່ມວນຊົນ ປກສ ລາຍງານວ່າ: ໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ໄລຍະ 7 ວັນອັນຕະລາຍ ລະຫວ່າງວັນທີ 11-17 ເມສາ 2025…

ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ໂດຍ: ຄຳພຸດ ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸປະຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ. ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ,…

ບຸນປີໃໝ່ລາວ ມື້ສຸດທ້າຍທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 44 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ

ກົມຕຳຫລວດຈະລາຈອນ ລາຍງານວ່າ: ວັນທີ 16 ເມສາ 2025 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 44 ຄັ້ງ, ພາຫະນະເປ່ເພ 75 ຄັນ, ມີຜູ້ໄດ້ຮັບບາດເຈັບ 89 ຄົນ, ໃນນັ້ນ, ເຈັບສາຫັດ 11 ຄົນ,…

ການຄຸ້ມຄອງທາງຫລວງໃຫ້ໄດ້ດີ ຕ້ອງມີມາດຕະການເຂັ້ມງວດ ແລະ ເທົ່າທຽມຕໍ່ໜ້າກົດໝາຍ

ໂດຍ: ຜາຕຸງ ການທີ່ຈະເຮັດຈະສ້າງ ຫຼື ການກະທຳໃດໆ ກໍຕາມຖ້າຫາກມີການຄຸ້ມຄອງນຳໃຊ້ທີ່ດີຖືກຕ້ອງຕາມເຕັກນິກມາດຕະຖານ ຈະເຮັດໃຫ້ສິ່ງເຫຼົ່ານັ້ນນຳໃຊ້ໄດ້ນຳໄຊ້ໄດ້ຍາວນານ ກຸ້ມຄ່າກັບການລົງທຶນອັນມະຫາສານ ແຕ່ກົງກັນຂ້າມຖ້າຫາກການນຳໃຊ້ບໍ່ຖືກຕ້ອງ ນຳໃຊ້ເກີນຄວາມສາມາດຂອງສິ່ງກໍສ້າງເຫຼົ່ານັ້ນແລ້ວໃນທີ່ສຸດ ຈະນຳເອົາຄວາມເສຍຫາຍຢ່າງມະຫາສານມາສູ່ປະເທດຊາດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ. ເສັ້ນທາງຄົມມະນາຄົມ ໂລ່ງລ່ຽນໄປມາສະດວກ ເພື່ອເປັນເງື່ອນໄຂໃຫ້ການພັດທະນາດ້ານອື່ນໃຫ້ຂະຫຍາຍຕົວໄປຕາມໆກັນ ນັ້ນເປັນເປົ້າໝາຍໜຶ່ງເພື່ອນຳພາເອົາປະເທດຊາດກ້າວເດີນໄປສູ່ຈຸດໝາຍທີ່ວາງໄວ້ ຄືຫຼຸດພົ້ນຈາກສະນະພາບດ້ອຍພັດທະນາ. ການກໍ່ສ້າງເສັ້ນທາງຄົມມະນາຄົມນັ້ນ ໃຊ້ວັດສະດຸທົນທານ ແລະ…

ຝົນລອງທາງ! ເຕືອນໃຫ້ກຽມຄວາມພ້ອມມາດຕະການປ້ອງກັນນໍ້າຖ້ວມຂັງ

ໂດຍ: ຜາຕຸງ ຍັງອີກບໍ່ພໍເທົ່າໃດເດືອນ ລະດູແລ້ງກໍຈະໝົດໄປແລ້ວ ຫຼັງຈາກນັ້ນກໍຈະເຂົ້າສູ່ລະດູຝົນຕາມຮອບວຽນຂອງກົດເກນທາງທຳມະຊາດ ແຕ່ພໍແຕ່ສິ້ນສຸດລະດູໜາວ ຝົນກໍຍ່າວລິນມື້ໜຶ່ງເຕັມໆ ເຖິງແມ່ນວ່າຝົນຈະບໍ່ຕົກແຮງ ແຕ່ມັນໄດ້ສ້າງຄວາມລຳບາກໃນການສັນຈອນ ແລະ ເຫັນຮ່ອງຮອຍນໍ້າຫົ້ງເປັນບາງບ່ອນ ເຊິ່ງນີ້ອາດເປັນສັນຍານເຕືອນໃຫ້ມີການກຽມພ້ອມຮັບມື  ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ ລວມທັງໜ່ວຍງານທີ່ກ່ຽວຂ້ອງໃນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງນະຄອນຫລວງວຽງຈັນ. ປັດຈຸບັນ ຖະໜົນຫົນທາງຫຼາຍສາຍມີການພັດທະນາຍົກລະດັບຈາກທາງດິນປູຫີນປູດິນແດງ ມາເປັນທາງປູຍາງ ປູຄອນກຣີດ ມີຮ່ອງລະບາຍນ້ຳຄັກແນ່ ແຕ່ວ່າດິນຫຼາຍບ່ອນ…

ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025

ວັນທີ 12 ກຸມພາ 2025 ຜ່ານມານີ້ ທ່ານ ດາລາວຽງ ຈັນທະລັງສີ  ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ນະຄອນ ຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13ເໜືອ ແຕ່ ສີໄຄ-ສີເກີດເກີດ,…

10 ວັນ ສະຫວັນນະເຂດສຸ່ມກວດລົດບັນທຸກເກີນຂະໜາດ ແລະ ຜິດລະບຽບ 170 ກວ່າຄັນ ປັບໃໝໄດ້ 100 ລ້ານກວ່າກີບ

ທ່ານ ຄອນສະຫວັນ ຄຳນວນວິຈິດ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ໜັງສືພິມສະຫວັນພັດທະນາ ວັນທີ 23 ມັງກອນ 2025 ຜ່ານມານີ້ວ່າ: ຜ່ານການລົງກວດກາແຕ່ວັນທີ 13-23 ມັງກອນເຫັນວ່າ: ປະລິມານລົດຂົນສົ່ງສິນຄ້າ ແລະ…

ປັບໃໝ ໃສ່ໂທດຕໍ່ຜູ້ຈອດລົດບໍ່ລະບຽບ ຈະເຮັດໃຫ້ເສັ້ນທາງຮຽບຮ້ອຍດີ

ໂດຍ: ຜາຕຸງ ຢູ່ໃນດຳລັດຂອງລັດຖະບານ ສະບັບເລກທີ568/ລບ,ລົງວັນທີ16ກັນຍາ 2021 ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກໄດ້ກຳນົດໄວ້ໃນ ມາດຕາ15 ການຈອດລົດບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຈະລາຈອນທາງບົກ ເຊັ່ນ: ຈອດລົດຢູ່ບ່ອນປ້າຍຫ້າມຈອດ, ມີປ້າຍ ຫຼື ມີເຄື່ອງໝາຍຫ້າມ, ທາງຄ້ອຍ,…

ດ່ານກວດກາຈັບຄວາມໄວ ບໍ່ແມ່ນມີໄວ້ໃຫ້ລະເມີດ ແລະ ສວຍໂອກາດ

ໂດຍ: ຜາຕຸງ ກ່ອນອື່ນຜູ້ຂຽນຕ້ອງຂໍອະໄພນຳແທ້ໆຫາກວ່າເລື່ອງທີ່ ຢິບຍົກມາເວົ້ານີ້ອາດໄປແຕະຕ້ອງເຖິງພາກສ່ວນໃດພາກສ່ວນໜຶ່ງ ຫຼື ອາດຫຼາຍພາກສ່ວນກໍ່ເປັນໄດ້, ເລື່ອງທີ່ເວົ້ານີ້ບໍ່ແມ່ນເປັນການທັບຖົມໂຈມຕີຜູ້ໃດ, ອົງກອນໃດ ຫຼື ພາກສ່ວນໃດໆທັງສິ້ນ ພຽງແຕ່ເປັນການຢິບຍົກມາເພື່ອແລກປ່ຽນນຳຜູ້ຮູ້ທັງຫຼາຍເພື່ອຄວາມແນ່ໃຈວ່າເໝາະສົມຫຼືບໍ? ເພື່ອເປັນບົດຮຽນໃຫ້ພາກສ່ວນອື່ນ ແຂວງອື່ນເຮັດນຳປະຕິບັດນຳ ເພື່ອນຳລາຍຮັບເຂົ້າພັດທະນາຂະແໜງການຂອງຕົນ ທ້ອງຖິ່ນຕົນ,ຖ້າຫາກບໍ່ເໝາະສົມກໍເພື່ອປັບປຸງປົວແປງແກ້ໄຂບໍ່ໃຫ້ເກີດຂຶ້ນ. ຜ່ານມາກໍ ເຫັັນແຕ່ຂ່າວທີ່ເຂົາໂພສອອກທາງສື່ສັງຄົມອອນລາຍ (ທາງເຟສບຸກ) ເລື້ອຍໆກ່ຽວກັບການຕັ້ງດ່ານກວດກາລົດລາງພາຫານະທີ່ແລ່ນຕາມຖະໜົນຫົນທາງ ຂອງເຈົ້າໜ້າທີ່…

ປີ 2024 ມີອຸປະຕິເຫດ 6,100 ຄັ້ງ ເສຍຊີວິດ 837 ຄົນ

ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜູ້ເຮັດໜ້າທີ່ຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະໃຫ້ສໍາພາດຕໍ່ສຳນັກຂ່າວນັສືພິມຄວາມສະຫງົບວັນທີ 27 ທັນວາ 2024 ວ່າ: ໃນປີ 2024 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດຈຳນວນ 6,100 ຄັ້ງ, ພາຫະນະເປ່ເພ 10,818 ຄັນ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!