ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ
ໂດຍ: ລູກເມືອງພວນ 17.12.24 ໄລຍະ 10 ປີມານີ້ປາກົດວ່າ ມີນັກທຸລະກິດຄົນຕ່າງຊາດເຂົ້າມາເຮັດທຸລະກິດຢູ່ໃນລາວນັບມື້ຫຼາຍຂຶ້ນ. ທຸລະກິດຂອງພວກເຂົາແມ່ນມີຫຼາກຫຼາຍວິຊາຊີບ ນັບຕັ້ງແຕ່ການຄ້າຂາຍ, ອະສັງຫາລິມະຊັບ, ຫຸ້ນສ່ວນ, ລົງທຶນ…ຈົນເຖິງການເຮັດທຸລະກິດທາງດ້ານການກະເສດ ປູກຝັງ ລ້ຽງສັດ… ເມື່ອດຳເນີນທຸລະກິດໃນດ້ານການກະສິກຳ ກໍເປັນອັນແນ່ນອນວ່າຕ້ອງມີດິນ ມີນໍ້າ ຈຶ່ງສາມາດດຳເນີນກິດຈະການນັ້ນໄດ້. ເພື່ອໃຫ້ໄດ້ມາທີ່ດິນ ຫຼື…