ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ
ໂດຍ: ກ້ອງສ່ອງ ອິດສະຫລະ ປີໃໝ່ ພສ 2560 ໄດ້ກ້າວເຂົ້າມາຫາພວກເຮົາຕາມກົດເກນເວລາ ແລະ ວາຕະຈັກຂອງໂລກ. ປີນີ້ເປັນປີລະກາຖ້າຈະຕີຄວາມໝາຍນາມສັດນໍາໂຊກກໍແມ່ນໄກ່. ໄກ່ເປັນສັດທີ່ຫາກິນຢ່າງຂະຫຍັນຂັນແຂງລ້ຽງດູລູກດ້ວຍຄວາມຮັກຄວາມສາມັກຄີຕຸ້ມຫໍ່ ແລະ ທັງເປັນສັດເດີນໄດ້, ບິນໄດ້. ໄກ່ມີຄຸນປະໂຫຍດສາລະພັດຢ່າງໃຫ້ແກ່ມະນຸດເຮົາເຊັ່ນ: ເປັນອາຫານການກິນ, ສົ່ງສຽງໃຫ້ຄົນເຮົາມີສະຕິຄົ້ນລຸກປຸກຕື່ນ ໂດຍສະເພາະໃນຄືນຂ້ອນແຈ້ງເມື່ອໄດ້ຍິນສຽງໄກ່ຂັນແລ້ວລາຕີການກໍໃກ້ຈະຮຸ່ງແຈ້ງ ເພື່ອໃຫ້ຜູ້ຄົນພາກັນລຸກໜຶ້ງເຂົ້າເປົ່າໄຟ ຫລື…