ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.

ໂດຍ: ກ້ອງສ່ອງ ອິດສະຫລະ ຕາມ​ພຸ​ດທະ​ປະຫວັດ​ໄດ້​ກ່າວ​ໄວ້​ວ່າ: ​ພຣະພຸດທະ​ເຈົ້າຊື່​ເດີມ​ເພິ່ນ​ແຕ່​ເກີດ​ອອກ​ມາ​ແມ່ນ​ສິດ​ທັດ​ທະ.​ ​ເວລາ​ເພິ່ນ​ເກີດ​ອອກ​ມາກໍ​ແຕກ​ຕ່າງ​ຈາກ​ຄົນ​ທົ່ວ​ໄປ ຄື​ມີ​ແຂ້ວ 32 ເຫລັ້ມ ​ແລະ ​ຍ່າງ​ໄດ້ 7 ບາດກ້າວ. ເມື່ອ​ເຫັນ​ວ່າ​ເປັນ​ຄົນ​ແປກ​ໝູ່​ ຜູ້​ເປັນ​ພໍ່​ກໍ​ເລີຍ​ເອົາ​ໝໍ​ໂຫນໝໍ​ທວາຍ (ໝໍ​ຫັກ​ໄມ້​ໄລ່​ຍາມ) ມາ​ດູມາ​ເດົາ​ເບິ່ງ​ວ່າ​ເມື່ອ​ເຕີບໃຫຍ່​ຂຶ້ນ​ທ້າວ ​ສິດ​ທັດ​ທະ ​ຈະ​ເປັນ​ຄົນ​ດີ ຫລື…

ແກ້ງຂີ່ລົດກວນເມືອງຍັງເປັນສິ່ງທ້າທາຍ

     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ດ້ວຍ​ເຫດຜົນ​ໃດ ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ຂອງ​ໄວ​ລຸ້ນຈຳນວນ​ໜຶ່ງ​ໄດ້​ກັບ​ມາ​ປາກົດ​ຕົວ​ຄືນ​ໃໝ່​ຢູ່​ຕາມ​ເສັ້ນທາງ​ຫລັກ​ຕ່າງໆ​ໃນ​ນະຄອນຫລວງ​ວຽງ​ຈັນ, ພາຍຫລັງ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ​ແລະ ຕຳຫລວດ​ຈະລາຈອນ​ໄດ້​ເອົາ​ໃຈ​ໃສ່​ສະກັດ​ກັ້ນປາກົດການ​ຫຍໍ້​ທໍ້​ດັ່ງກ່າວ​ໄດ້​ຫລຸດຜ່ອນ​ລົງ ​ແລະ ​ເຮັດ​ໃຫ້​ບ້ານ​ເມືອງ​ມີ​ຄວາມ​ສະຫງົບ​ສຸກ. ​ແຕ່​ມາ​ຮອດ​ປັດຈຸບັນ​ ສະພາບ​ກໍ່​ຄວາມ​ບໍ່​ສະຫງົບ​ດັ່ງກ່າວ​ພັດ​ມາ​ປາກົດ​ຕົວ​ຄືນ​ອີກ ​ໂດຍ​ສະ​ເພາະ​ຢູ່​ຖະໜົນ​ລ້ານ​ຊ້າງ. ປະຊາຊົນ​ຜູ້​ຢູ່​ເຂດ​ຖະໜົນ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ​ທ່ຽງ​ຄືນ​ຂອງ​ແຕ່​ລະ​ວັນ​ຈະ​ມີ​ໄວ​ລຸ້ນຈຳນວນ​ບໍ່​ໜ້ອຍ​ເຂົ້າມາ​ລວມຕົວ​ກັນ ພ້ອມ​ລົດຈັກ​ຫລາຍ​ຂະໜາດ​ທີ່​ມີ​ການ​ດັດ​ແປງ​ໃຫ້​ເກີດ​ສຽງ​ດັງ. ຈາກ​ນັ້ນ ພວກ​ເຂົາ​ຈະ​ໃຊ້​ແມ​ວມອງ​ຂີ່​ລົດ​ອອກ​ໄປ​ສັງ​ເກດ​ເບິ່ງ​ເຈົ້າໜ້າ​ທີ່, ຖ້າ​ປອດ​ໄພ​ແລ້ວ​ພວກ​ເຂົາ​ກໍ​ຈະ​ພາກັນ​ເລັ່ງລົດ​ເປັນ​ພຶງ​ອອກ​ຈາກ​ເຂດ​ຕະຫລາດ​ເຊົ້າຜ່ານ​ອານຸສາລະ​ວີ​ຕັດ​ໃສ່​ໂພນ​ເຄັງ ​ແລ້ວ​ກໍ​ກັບ​ຄືນ​ມາ​ໃນ​ສຽງ​ດັງ​ສະໜັ່ນ​ໄປ​ທົ່ວ​ເມືອງ ສົ່ງ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ຄວາມ​ສະຫງົບ…

ການລົງໂທດໃນຄະດີລະເມີດສິດທິຂອງເດັກຢູ່ບາງປະເທດ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ ນັບ​ແຕ່​ມື້ນີ້, ຍັງ​ອີກ​ປະມານ 2 ອາທິດ ກໍ​ຈະ​ຮອດ​ວັນ​ເດັກນ້ອຍ​ສາກົນ. ດັ່ງນັ້ນ ຈຶ່ງ​ຂໍ​ສະ​ເໜີ​ເລື່ອງ​ມາດ​ຕະການ​ຂອງ​ບາງ​ປະ​ເທດ​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ເດັກນ້ອຍ ກໍ​ຄື​ການ​ລົງ​ໂທດ​ຜູ້​ທີ່​ລະ​ເມີດ​ສິດທິ​ຂອງ​ເດັກ. ຢູ່​ມາ​ເລ​ເຊຍ ຫວ່າງ​ບໍ່​ດົນ​ມາ​ນີ້, ຫລາຍ​ໜ່ວຍ​ງານ​ທີ່​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ສິດທິ​ຂອງ​ເດັກ​ໄດ້​ອອກ​ມາ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ດັດ​ແກ້​ກົດໝາຍ​ທີ່​ພົວພັນ​ກັບ​ການ​ປົກ​ປ້ອງ​ສິດທິ​ຂອງ​ເດັກ ​ໂດຍ​ສະ​ເໜີ​ໃຫ້​ລຶບ້ລາງ​ເນື້ອ​ໃນ​ທີ່​ວ່າ: ຜູ້​ຊາຍ​ທີ່​ຂົ່ມຂືນ​ເດັກ​ຍິງ​ນັ້ນຈະ​ບໍ່​ໄດ້​ຮັບ​ໂທດ ຖ້າ​ຜູ້ກ່ຽວ​ແຕ່ງດອງ​ກັບ​ເດັກ​ຍິງ​ທີ່​ຕົກ​ເປັນ​ເຫຍື່ອ. ຜູ້​ຮຽກຮ້ອງ​ໃຫ້​ດັດ​ແກ້​ຈຸດ​ນີ້ ບອກ​ວ່າ​ໂທດ​ການ​ຂົ່ມຂືນ​ບໍ່​ສາມາດ​ໄຖ່​ໄດ້​ດ້ວຍ​ການ​ແຕ່ງດອງ, ຜູ້​ກໍ່​ໂທດ​ຕ້ອງ​ໄດ້​ຮັບ​ໂທດ,…

ປູກໄມ້ຍັງມີປະສິດທິຜົນໜ້ອຍ

​     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ​ໂດຍ​ລິງ​ເຫັນ​ຄວາມ​ສຳຄັນ​ຂອງ​ປ່າ​ໄມ້, ນັບ​ແຕ່​ປີ 1980, ພັກ ​ແລະ ລັດຖະບານ​ເຮົາ​ໄດ້​ກຳນົດ​ເອົາ​ວັນ​ທີ 1 ມິຖຸນາ ຂອງ​ທຸກໆ​ປີ ​ເປັນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ນັບ​ແຕ່​ນັ້ນມາ ຂະ​ບວນປູກ​ໄມ້​ຢູ່​ປະ​ເທດ​ເຮົາ​ກໍ​ນັບ​ມື້ຂະຫຍາຍຕົວ​ກວ້າງຂວາງ ​ແລະ ມາ​ຮອດ​ປັດຈຸບັນ ທົ່ວ​ປະ​ເທດ​ສາມາດ​ປູກ​ໄມ້​ໄດ້​ແລ້ວ​ປະມານ 4-5 ​ແສນ​ເຮັກຕາ…

ຊົກບໍ່ສົມສັກສີກໍ່ຕ້ອງລົງຈາກສັງວຽນ

ໂດຍ: ທິດ​ກໍ່າ ຫວ່າງທິດຫລັງ​ມາ​ນີ້, ທິດ​ກໍ່າ​​ເຫັນ​ແຫລ່ງຂ່າວ​ໃນ​ສື່​ວ່າທາງ​ນະຄອນຫລວງເຮົາ​ໄດ້​ປະຕິ​ຮູບ​ລະບົບການຈັດຕັ້ງໃນ​ຖັນ​ແຖວ​ຂະ​ແໜງ​ການ​ເງິນຢ່າງຈິງ​ຈັງ ​ແລະ ​​ເດັດຂາດ​​. ການ​ປັບປຸງຄັ້ງ​​ນີ້​ແມ່ນ​ນັບ​ແຕ່​ຂັ້ນ​ພະ​ແນ​ກການ​ເງິນລົງ​ໄປ​ຮອດ​ບັນດາ​ຫ້ອງການ, ໜ່ວຍ​ງານ ​ແລະ​ ຂະແໜງ​ການ​ຂັ້ນ​ເມືອງທີ່​ຂຶ້ນ​ກັບພະແນກຕາມ​ສາຍ​ຕັ້ງ. ກ່ຽວ​ກັບ​ຮູບການ​ປັບປຸງ​ນີ້​ກໍ​ແມ່ນ​ສັບ​ປ່ຽນ​ຕໍາ​ແໜ່​ງເອົາ​ຜູ້​ເກົ່າ​ອອກເອົາ​ຜູ້​ໃໝ່​ຂຶ້ນແທນ​ ຫລື ​ຖ້າ​ຈະ​ປຽບທຽບ​​ໃສ່​ກໍ​ແມ່ນຜູ້​ໃດ​ຫາກ​ເຫັນ​ວ່າ​ໄດ້​ຄອງ​ຕໍາແໜ່​ງມາຫລາຍ​ປີ​​ແດ່​ເບິ່ງຜົນງານ​ບໍ່​ໄປ​ບໍ່​ມາ, ບໍ່​ສົມ​ນ້ຳ​ສົມ​ຕ່ອນກໍຕ້ອງ​ໄດ້​ສັບ​ປ່ຽນ​ປຽບ​ເໝືອນ​ກັບນັກ​ມວຍ ໃນ​ເມື່ອ​ຂຶ້ນສັງວຽນໄປ​ແລ້ວຊົກ​ບໍ່ສົມ​ສັກ​ສີກໍຈໍາ​ເປັນ​ຕ້ອງເຊີນ​ເພິ່ນ​ລົງ​ສັງວຽນ ​ເພາະ​ຖ້າ​ປະປ່ອຍ​ໃຫ້​ເພິ່ນ​ຊົກ​ຕໍ່​​ໄປກໍ​ຢ້ານມວນ​ຊົນ​ເຂົາຈະ​ພາກັນ​ເຫ່ ທັງເສຍໜ້າ​ເສຍ​ຕາ ​ແລະ ​ເສຍ​ສັກ​ສີຂອງ​ການ​ເປັນ​ນັກ​ມວຍຮຸ້ນ​ອາຊີບ. ຕາມ​ທິດ​ກໍ່າຄິດ​,…

ອາກາດຮ້ອນແຮງ, ເວົ້າຕື່ມເລື່ອງຄວາມປອດໄພຂອງອາຫານ

     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ປັດຈຸບັນ​ສະພາບ​ອາກາດ​ຢູ່​ປະ​ເທດ​ເຮົາ​ເປັນ​ຊ່ວງ​ໄລຍະ​ຮ້ອນ​ອົບ​ເອົ້າຫລາຍ ອັນ​ເປັນສາ​ເຫດ​ຕົ້ນຕໍ​ເຮັດ​ໃຫ້​ອາຫານ​ບູດ​ເໜົ່າ​ໄດ້​ງ່າຍ ຖ້າ​ເຮົາ​ເກັບ​ຮັກສາ​ບໍ່​ດີ ​ແລະ ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ບໍລິ​ໂພ​ກຢ່າງ​ໜ້າ​ເປັນ​ຫ່ວງ ຖ້າ​ພວກ​ເຮົາ​ຂາດ​ສະຕິ​ໃນ​ການ​ເລືອກ​ຊື້​ເລືອກ​ຫາ ​ແລະ ​ເລືອກ​ຮັບ​ປະທານ​ອາຫານ​ເຫລົ່ານັ້ນ ​ເພາະ​ເບິ່ງ​ຄື​ວ່າ​ຂະ​ແໜງ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ແມ່ນ​ກົມ​ອາຫານ ​ແລະ ຢາ​ຈະ​ບໍ່​ຄ່ອຍ​ສົນ​ໃຈ​ຕໍ່​ການ​ຄຸ້ມ​ຄອງ​ກວດກາ​ເຖິງ​ຄວາມ​ປອດ​ໄພ​ຂອງ​ອາຫານ​ພໍ​ເທົ່າ​ໃດ, ​ເມື່ອ​ພວກ​ເຮົາ​ລົງ​ໄປ​ຕະຫລາດ ພວກ​ທ່ານ​ກໍ​ຈະ​ສັງ​ເກດ​ເຫັນ​ຜູ້​ຂາຍ​ອາຫານ​ສຸກ ຫລື ຮ້ານ​ອາຫານ​ແຄມ​ທາງ​ຕ່າງໆ​ເຫລົ່ານັ້ນຈະ​ບໍ່​ສົນ​ໃຈ​ໃນ​ການ​ປົກ​ປິດ ຫລື ການ​ເກັບ​ມ້ຽນ​ອາຫານ​ໄວ້​ບ່ອນ​ປອດ​ໄພ,…

ເສີມສ້າງຖານລາຍຮັບໃຫ້ໝັ້ນຄົງໜັກແໜ້ນ

ໂດຍ: ກ້ອງສ່ອງ ອິດສະຫລະ ​ເວົ້າ​ເຖິງ​ການ​ເສີມ​ສ້າງ​ຖານ​ລາຍ​ຮັບ​ໃຫ້​ໝັ້ນຄົງ​ໜັກ​ແໜ້ນ​ກວ້າງ​ຂວາງ​ແມ່ນໜຶ່ງ​ໃນ 14 ທິດ​ທາງ​ແຜນການແຫ່ງ​ການ​ກ້າວ​ເດີນ​ ແລະ ​ບຸກທະລຸໃນຕໍ່ໜ້າທີ່ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ. ເປົ້າ​ໝາຍ​ກໍ​​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດ​ເຮົາຮັ່ງມີເຂັ້ມ​ແຂງ ​ແລະ ​ພັດທະນາ​ກ້າວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເພື່ອ​ບັນລຸຄາດໝາຍ​ດັ່ງກ່າວມີ​ແຕ່ພ້ອມ​ກັນ​​ເສີມ​ສ້າງ​ຖານ​ລາຍ​ຮັບ​​ແຫ່ງ​ຊາດໃຫ້​ໝັ້ນຄົງກວ້າງ​ຂວາງໜັກ​ແໜ້ນ ​ແລະ ​ໃຫ້ອຸດົມ​ຮັ່ງ​ມີ, ເຫລືອ​ກິນເຫລືອ​ໃຊ້.​ ບົດຮຽນ​ຂອງບັນດາ​ປະ​ເທດ​ອື່ນທີ່​​ເພິ່ນ​ຮັ່ງມີ​ເຂັ້ມ​ແຂງ ​ແລະ…

11 ຂໍ້ຄົງຄ້າງທີ່ພວກເຮົາຕ້ອງໄດ້ບຸກບືນແກ້ໄຂ

ໂດຍ: ທິດ​ກໍ່າ ດັ່ງ​ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ລາຍ​ງານ​ຕໍ່​ກອງ​ປະຊຸມສະໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ວຽກ​ຈຸດ​ສຸມ​ໃນ​ໄລຍະ 6 ​ເດືອນຜ່າ​ນມາ​ວ່າ: ນອກຈາກ​ມີ​ຜົນ​ສໍາ​ເລັດ​ໃນຫລາຍ​ວຽກ​ງານສໍາຄັນ​ແລ້ວກໍ​ຍັງ​ມີຫລາຍ​ບັນຫາທີ່​ລັດຖະບານ​ຕ້ອງ​ໄດ້​ບຸກບືນ ​ແລະ ​ຜ່ານ​ຜ່າ​ແກ້​ໄຂ​ເຊັ່ນ: ອັນ​ທີ​ໜຶ່ງ: ເສດຖະກິດ​ມະຫາ​ພາກ​ຍັງ​ມີ​ຄວາມ​ບອບ​ບາງ, ການ​ຂາດດູນ​ລະຫວ່າງ​ລາຍ​ຮັບ​ກັບ​ລາຍ​ຈ່າຍງົບປະມານຍັງ​ບໍ່​ທັນ​ໄດ້​ຕາມ​ຄາດໝາຍ ​ເຊິ່ງຜ່ານ​ການ​ຕີ​ລາຄາການ​ປະຕິບັດ​ງົບປະມານ​ງວດ…

ທິດທາງກ້າວເດີນຂອງລັດຖະບານໃນຕໍ່ໜ້າ

ໂດຍ: ກ້ອງສ່ອງ ອິດສະຫລະ ຕາມ​ທີ່ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ໃນ​ມື້​ ວັນ​ທີ 25 ​ເມສາ​ຜ່ານ​ມາ​ວ່າ: ຍັງ​ຈະ​ສືບ​ຕໍ່ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 8 ທີ່ສະພາ​ແຫ່ງ​ຊາດ​ຮັບຮອງ, ​​ສະ​ເພາະກໍ​ແມ່ນ​ການຈັດ​ຕັ້ງ​ປະຕິບັດມະຕິ​ສະບັບ​ເລກທີ…

ນະຄອນຫລວງວຽງຈັນແກ້ບໍ່ຕົກ ສະພາບຂາຍເຄື່ອງແຄມທາງ

     ສະບາຍດີ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ແມ່ນ​ຍ້ອນ​ເລື່ອງ​ໃດ ​ແລະ ​ເງື່ອນ​ໄຂ​ຫຍັງ, ນະຄອນຫລວງ​ວຽງ​ຈັນ​ຈຶ່ງ​ບໍ່​ສາມາດ​ແກ້​ໄຂ​ສະພາບ​ການ​ນຳ​ໃຊ້​ເສັ້ນທາງ​ຍ່າງ​ເປັນ​ບ່ອນ​ຂາຍ​ເຄື່ອງ ​ແລະ ດຳ​ເນີນ​ການ​ປະກອບ​ການ​ຕ່າງໆ​ຢູ່​ຫລາຍ​ຕົວ​ເມືອງ ອັນ​ເປັນສາ​ເຫດ​ຕົ້ນຕໍ​ໜຶ່ງ​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ໃນ​ບໍລິ​ເວນ​ດັ່ງກ່າວ​ແອ​ອັດ ​ແລະ ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ດັ່ງ​ເສັ້ນທາງ​ບໍລິ​ເວນ​ຕະຫລາດ​ເຊົ້າ​ເບື້ອງຂົວ​ດິນ, ​ເຂດ​ເສັ້ນທາງ​ຄູ​ວຽງ, ​ເຂດ​ຕະຫລາດ​ບ້ານ​ໂພນ​ຕ້ອງ​ຈອມ​ມະນີ ​ແລະ ຫລາຍ​ແຫ່ງ​ອື່ນໆ​ອີກ ​ແລະ ສະພາບ​ແບບ​ນີ້​ກໍ​ເປັນ​ຊ້ຳ​​ເຮື້ອມາ​ແຕ່​ດົນ​ແລ້ວ. ຖ້າ​ໄລ່​ໃສ່​ອາຍຸ​ຜູ້​ເປັນ​ເຈົ້າຄອງ​ກໍ​ມີ​ການ​ປ່ຽນ​ແປງ​ມາ​ຫລາຍ​ສະ​ໄໝ, ​ແຕ່​ສະພາບ​ດັ່ງກ່າວ​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ແຕ່​ຢ່າງ​ໃດ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!