ເຫດການວັນທີ 21 ມີນາ ຍັງຈາລຶກໃນໃຈ ຢ່າງບໍ່ມີວັນລືມ

ໂດຍ: ຜາຕຸງ (ໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ) ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຜາຕຸງຂໍຍົກເອົາບາງມູນເຊື້ອຕໍ່ສູ້ທີ່ອງອາດກ້າຫານບໍ່ຍອມຈຳນົນ ຂອງອະດີດບັນດາການນຳຂອງຊາດຂອງພັກປະຊາຊົນປະຕິວັດລາວ ມານຳສະເໜີໃຫ້ທ່ານຮັບຮູ້ ໂດຍສະເພາະແມ່ນມູນເຊື້ອການຕໍ່ສູ້ ຕ້ານການໂຈມຕີຂອງຈັກກະພັດຝຣັ່ງເພື່ອປ້ອງກັນຕົວເມືອງທ່າແຂກ ຈົນເຖິງວິນາທີສຸດທ້າຍໄວ້ຢ່າງພິລາດອາດຫານ. ປະຊາຊົນລາວບັນດາເຜົ່າຄົງຮູ້ດີເຖິງເຫດການ…

ເຖິງເວລາຢຸດແລ້ວຫລືບໍ່ ຄ່ານິຍົມເອົາສັດປ່າເປັນຂອງຕ້ອນແຂກ

ໂດຍ: ລຳເງິນ ເມື່ອປ່າໄມ້ທໍາມະຊາດຍັງອຸດົມສົມບູນ ສັດນໍ້າ-ສັດປ່າ ທີ່ອາໄສກໍອຸດົມສົມູບນເຊັ່ນດຽວກັນ, ແຕ່ທ່ານຮູ້ຫລືບໍ່ ປະຊາກອນສັດນໍ້າ-ສັດປ່າ ໄດ້ຫລຸດລົງ ແລະ ກໍຫລຸດລົງຢ່າງໜ້າເປັນຫ່ວງ ຍ້ອນປ່າໄມ້ທີ່ຢູ່ອາໄສ ຂອງມັນຖືກທໍາລາຍ, ຖືກລ່າເປັນອາຫານ ແລະ ຊື້ຂາຍ. ແນວໃດກໍດີບັນຫານີ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເພີ່ມທະວີກ​ານ​ຄຸ້ມ​ຄອງ​ສັດ​ນໍ້າ-ສັດປ່າ​ໂດຍ​​ໄດ້​ເອົາ​ໃຈ​ໃສ່ ກວດກາ​ລາດຕະ​ເວນ​ຢູ່​ຂອບ​ເຂດ​​ປ່າ​ສະຫງວນ​, ປ່າ​ປ້ອງ​ກັນ​ແຫ່ງ​ຊາດ, ​ເຂດ​ຫລໍ່ແຫລມ ​ແລະ ອື່ນໆທັງ​​ອອກ​ລະບຽບ​ ແລະ ມາດ​ຕະການ​ຫ້າມ​ລ່າ, ຫ້າມ​ຈັບສັດ​ໃນ​​ໄລຍະ​ສັດ​ນໍ້າ-ສັດປ່າຖືພາ…

ຢ່າໃຫ້ກິເລດຕັນຕາຮ້ອນ ບັ່ນທອນສິດເສລີພາບ, ຄຸນນະທຳ ແລະ ຊີວິດ

ໂດຍ: ຜາຕຸງ ເມື່ອຕົ້ນເດືອນຜ່ານມານີ້ ພວກເຮົາຫາກໍສະເຫລີມສະຫລອງ ວັນແມ່ຍິງສາກົນ ອັນເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ສະແດງເຖິງສິດທິຄວາມເທົ່າທຽມລະຫວ່າງຍິງຊາຍ ປາສະຈາກການເອົາລັດເອົາປຽບ ແລະ ຕໍ່ຕ້ານການໃຊ້ຄວາມຮຸນແຮງ ລວມທັງການລ່ວງລະເມີດທາງເພດ, ການລວນລາມຮ່າງກາຍຈິດໃຈທີ່ເປັນການຝືນຕໍ່ລະບຽບກົດໝາຍສິລະທຳ ແລະ ເປັນພຶດຕິກຳທີ່ບໍ່ເໝາະສົມ ເປັນການສະແດງໃຫ້ເຫັນເຖິງຄວາມໄຮ້ມະນຸດສະທຳ ຄວາມເຫັນແດ່ຕົວຂອງບຸກຄົນ ທັງໝົດນັ້ນ ພວກເຮົາທຸກຄົນຄວນໄດ້ຮັບຮູ້ ແລະ ປະຕິບັດຢ່າງເໝາະສົມ….

ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ

ໂດຍ: ທິດກໍ່າ ພໍກ້າວເຂົ້າປີ 2025 ຄືນັບແຕ່ເດືອນມັງກອນຫາເດືອນມີນາ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນໃນໄລຍະໄຕມາດທີ 1 ພວກເຮົາເລີ່ມເຫັນສິ່ງດີໆຫລາຍຢ່າງທີ່ເປັນຜົນງານຊິ້ນໃຫຍ່ໆ ປຽບເໝືອນເຫັນແສງສະຫວ່າງທີ່ປາຍອຸມົງ. ໝາຍວ່າຈາກເດືອນມັງກອນຫາເດືອນມີນາ 2025 ເຫັນຫລາຍປັດໄຈຄ່ອຍໆດີຂຶ້ນຢ່າງເປັນຮູບປະທໍາ ບໍ່ວ່າໃນດ້ານເສດຖະກິດ ກໍຄືດ້ານວັດທະນະທໍາ-ສັງຄົມ. ຕົວຢ່າງຄືໃນເດືອນກຸມພາ 2025 ຜ່ານມາ ສປປ ລາວເຮົາ…

ຈາກໄຟຟ້າ ສູ່ນ້ຳປະປາ ແລະ ຂີ້ເຫຍື້ອ ບັນຫາທີ່ຊຳເຮື້ອຂາດເຫລືອບໍ່ພໍ

ໂດຍ: ທິດດີ ອາທິດກ່ອນນີ້ ທິດດີໄດ້ເວົ້າເຖິງບັນຫາຕ່າງໆເກີດຂຶ້ນກັບໄຟຟ້າ ໂດຍໄດ້ນຳເອົາປະເດັນທີ່ສັງຄົມສ່ອງແສງ ແລະ ສະແດງຄວາມເປັນຫ່ວງ ຕໍ່ບັນຫາທີ່ເກີດຂຶ້ນ ມື້ນີ້ຂໍຜ່ານບັນຫາໄຟຟ້າໄປກ່ອນ ຈະເວົ້າບັນຫານ້ຳປະປາ ແລະ ບັນຫາຂີ້ເຫຍື້ອ ຕາມການສ່ອງແສງຈາກສັງຄົມທີ່ມີຢ່າງກວ້າງຂວາງ ຈົນກາຍເປັນສຽງໂຈດຂານກັນທັງໃນອອນລາຍ, ຕາມກາງບ້ານຮ້ານຫຍ້າ, ແມ່ຄ້າໃນຕະຫລາດ ບໍ່ເວັ້ນແຕ່ພະນັກງານບຳນານຜູ້ມີເວລາໃນການສົນທະນາບ້ານເມືອງ  ເຊິ່ງທັງໝົດນັ້ນບໍ່ມີແນວຄິດຈະໂຄ່ນລົ້ມຫລື ທັບຖັບໂຈມຕີ ພາກສ່ວນໃດອົງກອນໃດ…

ລ້ຽວຂວາໄດ້ຕະຫຼອດ ແຕ່ຕ້ອງລະວັງ ນຳມາຕິດຕັ້ງໃໝ່ກໍ່ຄົງດີ

ໂດຍ: ຜາຕຸງ ເມື່ອກ່ອນ ຢູ່ຕາມເສັ້ນທາງຫຼວງ ຈຸດສາມແຍກ, ສີ່ແຍກ ໃນນະຄອນຫຼວງວຽງຈັນ, ແຕ່ລະບ່ອນ ເຄີຍເຫັນປ້າຍ ທີ່ຂຽນວ່າ “ ລ້ຽວຂວາໄດ້ຕະຫຼອດ ແຕ່ຕ້ອງລະວັງ “ ຕິດຢູ່ທາງເບື້ອງຂວາມືຂອງຜູ້ຂັບຂີ່ເພື່ອເຕືອນໃຫ້ຮູ້ວ່າ ເຮົາສາມາດລ້ຽວຂວາໄດ້ແຕ່ຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂື້ນຕື່ມອີກ ເພາະຢ້ານເກີດອຸປະຕິເຫດ ແລະ ຢູ່ແຂວງຕ່າງໆເດເປັນແນວໃດມີຄືກັນບໍ່, ຜູ້ຂຽນຄິດວ່າກໍອາດຈະມີຄືກັນເພາະທົ່ວປະເທດນຳໃຊ້ລະບຽບການສັນຈອນທາງບົກອັນດຽວກັນ,…

3 ວັນປະຫວັດສາດສໍາຄັນໃນປີ 2025

ໂດຍ: ທິດກໍ່າ ໃນປີ 2025 ຖືວ່າເປັນປີໜຶ່ງທີ່ສໍາຄັນທາງດ້ານປະຫວັດສາດຂອງຊາດລາວເຮົາ. ອັນສາເຫດກໍຍ້ອນວ່າເປັນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX. ນອກຈາກນັ້ນ ກໍມີ 3 ວັນປະຫວັດສາດສໍາຄັນທີ່ພວກເຮົາຈະໄດ້ພ້ອມກັນລະນຶກ ແລະ ສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເປັນຕົ້ນອັນທີໜຶ່ງກໍແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025). ອັນທີສອງກໍແມ່ນວັນສະຖາປະນາສາທາລະນະລັດ…

ສຶກສາອົບຮົມໄວໜຸ່ມ 32 ຄົນ ທີ່ມົ້ວສຸມດື່ມນໍ້າກະທ່ອມ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໜັງສືພິມຄວາມສະຫງົບ ລາຍງານວ່າ: ໃນວັນທີ 6 ມີນາ 2025 ຜ່ານມາ ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາຕົວໄວໜຸ່ມທີ່ມົ້ວສຸມດື່ມນ້ຳກະທ່ອມ…

ຄວາມຮ້ອນອົບເອົ້າເຜົາໄໝ້ ອັກຄີໄພຍ່ອມເກີດໄດ້ທຸກເມື່ອ

ໂດຍ: ທິດກໍ່າ ກ້າວເຂົ້າສູ່ລະດູການນີ້ ສະພາບອາກາດມັນຮ້ອນອົບເອົ້າ ທາງກົມອຸຕຸກໍໄດ້ອອກມາເຕືອນ ໂດຍສະເພາະບັນດາແຂວງພາກເໜືອ, ພາກຕາເວັນຕົກ ແລະ ພາກໃຕ້ ໃນຕອນບ່າຍອຸນຫະພູມຈະສູງເຖິງ 38 ອົງສາ ຈຶ່ງຂໍໃຫ້ທຸກຄົນ, ທຸກຫລັງຄາເຮືອນພ້ອມກັນມີສະຕິລະວັງຕົວຕໍ່ອັກຄີໄພທີ່ຈະກາຍເປັນມັດຈຸລາດລ້າງຜານຊີວິດ ແລະ ຊັບສິນຢ່າງສິ້ນເນື້ອປະດາຕົວ. ຕົກມາໃນທ້າຍເດືອນກຸມພາ 2025 ປາກົດວ່າແຫລ່ງຂ່າວຄາວກ່ຽວກັບໄຟໄໝ້ເຮືອນແມ່ນມີໃຫ້ເຫັນຢ່າງລຽນຕິດ, ໃນເຫດການທີ່ສະເທືອນຂວັນ…

ແມ່ຍິງລາວບັນດາເຜົ່ານັບມື້ໄດ້ຮັບການພັດທະນາ ແລະ ມີບົດບາດສໍາຄັນຕໍ່ປະເທດຊາດ

ຄໍາວ່າ: ແມ່ຍິງ ໃນຄວາມຄິດຂອງຫລາຍຄົນຄົງຄິດວ່າເປັນເພດທີ່ອ່ອນແອ, ບໍ່ສາມາດຊ່ວຍເຫລືອຕົນເອງ ແລະ ອາໃສແຕ່ເພດຊາຍເພື່ອຄຸ້ມຄອງດູແລ ແລະ ຊ່ວຍເຫລືອທຸກຢ່າງ. ແຕ່ຄວາມຄິດເຫລົ່ານີ້ຖ້າເອົາມາໃຊ້ກັບແມ່ຍິງລາວບັນດາເຜົ່າ ແມ່ນຜິດພາດທີ່ສຸດ ເພາະແມ່ນຍິງລາວເຖີງວ່າເປັນຄົນອ່ອນຫວານນິ້ມນວນ ແລະ ມີຈິດໃຈໂອບເອື້ອອາລີ ແຕ່ເປັນຄົນທີ່ເຂັ້ມແຂງ ແລະ ອົດທົນຜ່ານຜ່າອຸປະສັກນາໆ ປະການ. ສະແດງງອອກໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໄດ້ຄຽງບ່າຄຽງໄຫລ່ກັບເພດຊາຍຕໍ່ສູ້ຕ້ານການຮຸກຮານຂອງພວກສັກດິນາ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!