ໝໍພອນ ແລະ ຄຸນສົມບັດຂອງໝໍພອນ ໃນພິທີບາສີສູ່ຂັວນຕາມຮີດຄອງລາວ
ໂດຍ: ນົກສາລິກາ ພົມມະວັນ ໝໍພອນແມ່ນບຸກຄົນທີ່ມີຄວາມຮູ້ທາງວິທະຍາ ການກ່ຽວກັບຫຼັກການດຳລົງຊີວິດຕາມຮີດຄອງປະເພນີ-ຄວາມເຊື່ອ ຫຼື ພິທີ ກຳຕ່າງໆ ເຮັດໜ້າທີ່ເປັນອາຈານນຳໜ້າພາທາງໃນພິທີກຳສູ່ຂວັນ-ບາສີ ແລະ ສາມາດເບິ່ງເລີກເບິ່ງຍາມມື້ໃດດີມື້ໃດບໍ່ດີ; ໝໍພອນຍັງແມ່ນບຸກຄົນຜູ້ມີຄວາມຮູ້ໃນດ້ານສາສະໜາ, ປະເພນີ, ຮີດຄອງ, ພິທີກໍາ, ມີສິນທໍາ ແລະ ນໍາພາໃນດ້ານຮີດຄອງປະເພນີທີ່ຕິດພັນກັບພິທີກໍາ, ຄວາມເຊື່ອສາສະໜາ ແລະ…