ໂດຍ: ທ່ຽງທຳ ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ໃຜໆກໍຈະຕົກໃຈ ເມື່ອໄດ້ຂັບລົດຜ່ານໄປເສັ້ນທາງປະຫວັດສາດດັ່ງກ່າວ, ເຖິງຈະເປັນເສັ້ນທາງເບຕົງສອງເລນຂະໜາດໃຫຍ່ເກືອບຢູ່ອັນດັບ ໜຶ່ງຂອງລາວ, ເນື່ອງຈາກວ່າຜູ້ຂັບລົດບັນທຸກຂະໜາດໃຫຍ່, ລົດແກ່ດິນແກ່ຊາຍ-ແກ່ຫີນອີກຈຳນວນຫລາຍບໍ່ມີການນັບຖືລະບຽບຈະລາຈອນແຕ່ຢ່າງໃດ, ມີຫລາຍຈຸດຜູ້ຂັບຂີ່ລົດ ດັ່ງກ່າວບໍ່ໄດ້ເອົາຫົວຊາເລີຍຕໍ່ທາງຂຶ້ນທາງລ່ອງ ແລນລົດສວນທາງມາຢ່າງໜ້າຢ້ານກົວ ແລະ ມີຄວາມສ່ຽງສູງທີ່ຈະກໍໃຫ້ເກີດອຸປະຕິເຫດຢູ່ເສັ້ນທາງດັ່ງກ່າວ, ບາງຄັ້ງ, ບາງຄັນບັນດາລົດແກ່ດິນແກ່ຊາຍເລົ່ານັ້ນກໍບໍ່ໄດ້ປົກປິດແຕ່ຢ່າງໃດ, ຂີ້ດິນ, ຂີ້ຊາຍ…