ກ່ອນຈູດໄຮ່ຈູດສວນ ຕ້ອງມີສະຕິລະມັດລະວັງຢູ່ສະເໝີ ເພື່ອຫຼຸດຜ່ອນຄວາມສູນເສຍທີ່ຈະຕາມມາ

ໂດຍ: ຜາຕຸງ ເວລານີ້ ສະພາບພູມອາກາດ ຢູ່ປະເທດເຮົາ ແລະ ປະເທດອ້ອມຂ້າງ ກໍຄືຫຼາຍໆປະເທດທົ່ວໂລກ ຮ້ອນຂຶ້ນຫຼາຍຢ່າງໜ້າເປັນຫ່ວງ ອາດແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ຮັບຜົນກະທົບຈາກນ້ຳມືຂອງຜູ້ ມີປັນຍາເປັນເລີດທີ່ ເອີ້ນວ່າ ຄົນ ໂດຍທີ່ບໍ່ມີການເລືອກວ່າ ຄົນສູງຕ່ຳ ດຳຂາວແຕ່ປະການໃດ ເຊິ່ງຄົນເຮົານີ້ລະທີ່ເປັນຜູ້ສ້າງມົນລະພິດຕໍ່່ສະພາບແວດລ້ອມ ທຳລາຍຄວາມອຸດົມສົມບູນຂອງທຳມະຊາດ ຕັດໄມ້ທຳລາຍປ່າຢ່າງມະຫາສານ ຈົນເຮັດໃຫ້ໜ່ວຍໂລກເຮົາຮ້ອນ…

ສ້າງຄວາມເຂັ້ມແຂງໃຫ້ກຸ່ມເປົ້າໝາຍໃນເຂດສ່ຽງໄພພິບັດໄດ້ຮັບຂໍ້ມູນການເຕືອນໄພລ່ວງໜ້າຢ່າງທັນການ

ໂດຍ: ຜາຕຸງ 22.04.2024 ຕ້ອງເຂົ້າໃຈວ່າການໄດ້ຮັບການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບການເຂົ້າສູ່ລະບົບປະກັນສັງຄົມທີ່ທັນສະໄໝເປັນສິ່ງຈຳເປັນຢ່າງຍິ່ງທີ່ທຸກກຸ່ມຄົນເປັນຕົ້ນ ກຸ່ມຜູ້ດ້ອຍໂອກາດ ກຸ່ມຜູ້ອາຍຸສູງ, ຄົນພິການ, ຜູ້ປະສົບໄພພິບັດ ຫຼື ເດັກທີ່ດ້ອຍໂອກາດ ຄວນໄດ້ເຂົ້າເຖິງການປະກັນສັງຄົມຢ່າງທົ່ວເຖິງ ແລະ ການທີ່ໄດ້ຮັບການເຕືອນໄພລ່ວງໜ້າຢ່າງທັນເວລານັ້ນເປັນເງື່ອນໄຂທີ່ດີຢ່າງໜຶ່ງໃຫ້ກຸ່ມຄົນເຫຼົ່ານີ້ ທີ່ອາໄສຢູ່ໃນເຂດສ່ຽງໄພພິບັດໄດ້ກຽມພ້ອມໃນການເຄື່ອນຍ້າຍໄປສູ່ບ່ອນທີ່ມີຄວາມປອດໄພ ຫຼີກເວັ້ນການສູນເສຍທີ່ບໍ່ຈຳເປັນຈາກໄພພິບັດທີ່ຈະເກີດຂຶ້ນ ຊຶ່ງການເຕືອນໄພລ່ວງໜ້ານີ້ແມ່ນເປັນສິ່ງສຳຄັນທີ່ທຸກໆປະ ເທດໄດ້ຈັດຕັ້ງປະຕິບັດ ເຮັດໃຫ້ການຊ່ວຍເຫຼືອປະຊາຊົນໃນເຂດນັ້ນໆຜ່ານພົ້ນຄວາມສູນເສຍໄປໄດ້, ປັດຈຸບັນນີ້ວຽກງານນີ້ ຂະແໜງແຮງງານແລະສະຫວັດດີການສັງຄົມ…

ໄລຍະນີ້ປະຊາຊົນໄດ້ຮັບຄື້ນມໍລະສຸມທາງເສດຖະກິດຫຼາຍດ້ານ

ໂດຍ: ລູກເມືອງພວນ ໄລຍະນີ້ໃຜໆ ກໍຮັບຮູ້ທົ່ວກັນວ່າ ລາວກໍຄືໃນທົ່ວໂລກກຳລັງປະເຊີນກັບຫຼາຍໆວິກິດການທາງດ້ານເສດຖະກິດເຊັ່ນ: ໄພເງິນເຟີ້, ລາຄາສິນຄ້າແພງ, ຊິວິດການເປັນຢູ່ພົບຄວາມຫຍຸ້ງຍາກ. ໂດຍສະເພາະຢູ່ລາວເຮົາກໍຍິ່ງມີຄວາມຫຍຸ້ງຍາກຫຼາຍເມື່ອທຽບໃສ່ບັນດາປະເທດອ້ອມຂ້າງ ຫຼື ປະເທດທີ່ມີເສດຖະກິດແຂງແຮງກ່ວາ ຖືວ່າລາວເຮົາໄດ້ຮັບຜົນກະທົບໜັກກ່ວາເພື່ອນ. ປັດໄຈພາຍນອກທີ່ເປັນສາເຫດຕົ້ນຕໍພາໃຫ້ເກີດວິກິດການທາງເສດຖະກິດໃນທົ່ວໂລກຄັ້ງນີ້ກໍຄືສົງຄາມລະຫວ່າງຣັດເຊຍ ກັບ ຢູເຄຣນ ແລະ ສົງຄາມລະຫວ່າງອິດສະລາແອນ ກັບ ປາແລສຕີນ. ໃນນັ້ນສາເຫດໂດຍກົງກໍຄືການປິດລ້ອມ…

ປກສ ສະຫວັນນະເຂດ ຈັບກຸ່ມໄວໜຸ່ມສ້າງຕົວ ຄ້າ-ຂາຍຢາເສບຕິດ ປະເພດ ຢາເຄ, ກາເຟມ່ວນ ແລະ ກະທ່ອມ ໄດ້ 3 ຄົນ

ວິທະຍກະຈາຍສຽງແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 13 ມີນາ 2024 ຜ່ານມາເຈົ້າໜ້າທີ່ໜ່ວຍງານຕ້ານຢາເສບຕິດ ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ກັກຕົວເປົ້າໝາຍຄ້າຂາຍຢາໄດ້ 2 ຄົນ, ຍິງ 1 ຄົນ ຄື: ຊື່…

ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້

ໂດຍ: ຜາຕຸງ ຟືນ ແລະ ຖ່ານດຳ ເປັນສິ່ງຈຳເປັນຕໍ່ການໃຊ້ໄຟເພື່ອຫຸງຕົ້ມ, ປຸງແຕ່ງອາຫານປະຈຳວັນ ຂອງຊົນລາວທັງໃນເມືອງ ແລະ ຊົນນະບົດ,  ຜ່ານມາປະຊາຊົນໃນຂອບເຂດທົ່ວປະເທດໄດ້ຕັດໄມ້ເພື່ອມາເຮັດຟືນດັງໄຟ ແລະ ເຜົາຖ່ານ ທັງນຳມາໃຊ້ສະເພາະຄອບຄົວ ແລະ ເປັນສິນຄ້າສົ່ງຂາຍພໍໄດ້ເງິນມາລ້ຽງຄອບຄົວ ແຕ່ກໍຕ້ອງແລກມາດ້ວຍ ພື້ນທີ່ປ່າໄມ້ຈຳນວນມະາຫາສານເຊັ່ນກັນ ເບິ່ງແລ້ວກໍນັບວ່າເປັນສິ່ງທ້າທາຍ ທີ່ຈຳເປັນຕ້ອງຫາວິທີທາງແກ້ໄຂ…

ເມືອງປາກລາຍ ກວດພົບໄວໜຸ່ມ ອາຍຸຕ່ຳກວ່າ 18 ປີ ເຂົ້າຮ້ານກິນດື່ມ-ບັນເທີງ 36 ຄົນ

ທ່ານ ສົມພອນ ລາດມົນຕີ ຫົວໜ້າ ຫ້ອງການ ຖວທ ເມືອງປາກລາຍ  ລາຍງານຕໍ່ກອງ ກອງປະຊຸມປຶກສາຫາລື ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ  ວັນທີ່ 14 ມີນາ 2024 ນີ້ວ່າ: ເດືອນກຸມພາຜ່ານມາ ໄດ້ຕິດຕາມກວດກາ ຢູ່ຕາມຮ້ານອາຫານ, ຮ້ານກິນດື່ມ,…

ຈົ່ງພ້ອມກັນຮັກສາກຽດ ແລະ ສັກສີ ທີ່ໄດ້ຮັບ “ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ” ໃຫ້ສົມຄຳຍ້ອງຍໍ

ໂດຍ:​ ທິດກໍ່າ ກ້າວເຂົ້າສູ່ປີທ່ອງທ່ຽວລາວ 2024 ຖືວ່າເປັນນິມິດໝາຍທີ່ດີທີ່ 2 ນະຄອນຂອງລາວເຮົາ ຄືນະຄອນຫລວງວຽງຈັນ ແລະ ນະຄອນໄກສອນ ພົມວິຫານ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ແລະ ລາງວັນມາດຕະຖານອື່ນໆ ເນື່ອງໃນໂອກາດງານມະຫະກໍາການທ່ອງທ່ຽວອາຊຽນ…

ລັດຖະບານອັງກິດ ໃຫ້ການສະໜັບສະໜູນ ໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຄຳມ່ວນ ໄລຍະ 5 ມູນຄ່າ 1,2 ລ້ານກວ່າໂດລາສະຫະລັດ

ວັນທີ 14 ກຸມພາ 2024 ນີ້ ຕາງໜ້າລັດຖະບານອັງກິດ ລົງນາມບົດບັນທຶກຄວາມເຂົ້າໃຈ ໃຫ້ສະໜັບສະໜູນສຳລັບໂຄງການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ແຂວງຄໍາມ່ວນ ໄລຍະ VI ລະຫວ່າງ ທ່ານ Cashel Gleeson ຮອງເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ລາວ ກັບ ທ່ານ…

ທ່ານ ນາງ ວາລີ ເວດສະພົງ ສສຊ ງົງ ເລື່ອງມີການເກັບເງິນລົດໃຫຍ່ທີ່ເຂົ້າສະໜາມບິນໜອງຄ້າງ ເມືອງຊຳເໜືອ ທຸກຄັນ

ວັນທີ 10 ກຸມພາ 2024 ນີ້ ທ່ານ ນາງວາລີ ເວດສະພົງ ສສຊ ໄດ້ໂພສຂໍ້ຄວາມພ້ອມຮູບພາບປິ້ເກັບເງິນລົດເຂົ້າສະໜາມບິິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຢູ່ເຟສບຸກສ່ວນຕົວ ເລົ່າເລື່ອງທີ່ເກີດຂຶ້ນພາຍຫລັງທີ່ສຳເລັດການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ແລະ ຈະກັບນະຄອນຫລວງວຽງຈັນ ວ່າ: ວານນີ້ໄດ້ໃຫ້ລົດຕູ້ໄປສົ່ງທີ່ສະໜາມບິນ ໜອງຄ້າງ ເມືອງຊຳເໜືອ…

ປາກົດເຫັນ ມີການເກັບເງິນຄ່າລົດທີ່ຈອດຢູ່ແຄມທາງຫລວງບໍລິເວນຕໍ່ໜ້າວັດອົງຕື້

ວັນທີ 12 ກຸມພາ 2024 ນີ້, ມີຜູ້ໃຊ້ລົດໃຊ້ຖະໜົນສ່ອງແສງວ່າ: ຄ່ຳຄືນວັນທີ 11 ກຸມພາ 2024 ຕົນໄດ້ໄປຈອດລົດຢູ່ແຄມທາງບໍລິເວນຕໍ່ໜ້າວັດອົງຕື້ມະຫາວິຫານ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີຊາຍຄົນໜຶ່ງຍ່າງເຂົ້າມາຈົດປີ້ຝາກລົດໃຫ້ມູນຄ່າ 10.000 ກີບຕໍ່ຄັນ ຕົນເກີດມີຄວາມສົງໃສຈຶ່ງໄດ້ຖາມຜູ້ເກັບເງິນວ່າການທີ່ຈອດລົດຢູ່ແຄມທາງຕາມບໍລິເວນນີ້ກໍໄດ້ເກັບເງິນບໍ? ເພາະວ່າມັນເປັນເສັ້ນທາງຫລວງ ບໍ່ແມ່ນບ່ອນຈັດສັນເປັນສະຖານທີ່ຝາກລົດ?. ຜູ້ເກັບເງິນຕອບວ່າ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!