ຫາທາງອອກທີ່ເໝາະສົມ ປູກພືດແນວອື່ນທົດແທນ ເພື່ອຢຸດຕິການລັກລອບປູກຝິ່ນ

ໂດຍ: ຜາຕຸງ 10.02.25 ຕົ້ນຝິ່ນເປັນພືດທີ່ມີສານເສບຕິດຕ້ອງຫ້າມ ຜິດກົດໝາຍ ບໍ່ອະນຸຍາດໃຫ້ປູກ ສ່ວນຫຼາຍແມ່ນຈະຢູກຢູ່ບັນດາແຂວງທາງພາກເໜືອຂອງປະເທດ ແຕ່ຜ່ານມາ ລັດຖະບານໄດ້ອອກລະບຽບກົດໝາຍຫ້າມປູກເພາະຖືເປັນຢາເສບຕິດໃຫ້ໂທດຕໍ່ສັງຄົມ, ດ້ວຍການປຸກລະດົມໃຫ້ປະຊາຊົນຢຸດຕິການປູກຝິ່ນຫັນໄປປູກພືດແນວອື່ນທົດແທນ ເປັນທາງທາງທີ່ຖືກຕ້ອງ ສອດຄ່ອງນະໂຍບາຍພາກລັດ ແລະ ສາກົນ. ຢ່າງໃດກໍຕາມ ເຖິງແມ່ນວ່າຕະຫລອດໄລຍະຫລາຍສິບປີຜ່ານມາ ພາກລັດໄດ້ ປຸກລະດົມ ຂົນຂວາຍໃຫ້ປະຊາຊົນເຊົາປູກຝິ່ນ ຊີ້ໃຫ້ເຫັນໂທດຂອງຝິ່ນ…

ນໍ້າໃຈນັກກິລາ ຢ່າໃຫ້ອາລົມຊົ່ວວູບມາຕັດສິນອະນາຄົດ

ໂດຍ : ຜາຕຸງ ໃນເວທີການຕໍ່ສູ້ເພື່ອຄວາມເປັນໜຶ່ງນັກກິລາ ບໍ່ວ່າຈະກິລາທາງບົກ ທາງອາກາດ ແລະ ທາງນ້ຳ ແຕ່ລະປະເພດກິລາທີ່ແຂ່ງຂັນ ນັກກິລາແຕ່ລະຄົນ ຈະໃຊ້ຄວາມສາມາດ ປະຕິພານໄຫວພິບທຸກຢ່າງ ເພື່ອຫວັງເອົາຊະນະຄູ່ຕໍ່ສູ້, ແຕ່ເຂົາກໍຈະດຳເນີນໄປ ຕໍ່ສູ້ໄປພາຍໃຕ້ກົດກະຕິກາຂອງກິລາຊະນິດນັ້ນ,ຈະບໍ່ທຳຜິດເປັນເດັດຂາດ ດ້ວຍການເຄົາລົບຄູ່ຕໍ່ສູ້ ແລະ ລະບຽບກະຕິກາຢ່າງເຂັ້ມງວດ ເຖິງຈະເສຍເຂົາກໍພູມໃຈ ຫຼືຈະແພ້ເຂົາກໍ່ຍິ່ງພູມໃຈກັບໄຊຊະນະທີ່ໄດ້ມາ….

“ຊັບໃນດິນສິນໃນນໍ້າ ແຮ່ຄຳຕົກຂ້ອນ” ກັບບັນຫາສິ່ງແວດລ້ອມທີ່ຕ້ອງຮີບຮ້ອນແກ້ໄຂ

ໂດຍ: ຜາຕຸງ ຜ່ານມາຫຼາຍປີ ລັດຖະບານໄດ້ອະນຸມັດໃຫ້ຜູ້ລົງທຶນສຳປະທານໃນການຂຸດຄົ້ນແຮ່ທາດຕ່າງໆທັງນ້ອຍແລະ ໃຫຍ່ ມີຫຼາຍໂຄງການກໍດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ຖືກຕ້ອງສອດຄ່ອງຕາມກົດໝາຍການລົງທຶນ ມີຜົນສຳເລັດດີ ນຳເອົາລາຍໄດ້ມາສູ່ປະເທດຊາດຢ່າງແທ້ຈິງ ອັນນີ້ກໍຊົມເຊີຍ ແຕ່ຍັງມີຫຼາຍໂຄງການ ໂດຍສະເພາະແມ່ນການລົງທຶນສຳປະທານຂຸດຄົ້ນຄຳຕົກຂ້ອນຢູ່ຫຼາຍແຂວງ ນອກກາານສຳປະທານແລ້ວ ຍັງມີຄົນຈຳນວນໜຶ່ງລັກລອບຂຸດຄົ້ນເຮັດໃຫ້ລັດມີຄວາມສູນເສຍລາຍຮັບເປັນຈຳນວນຫຼວງຫຼາຍ. ຈາກການດຳເນີນວຽກງານແບບບໍ່ໄປບໍ່ມາ ບໍ່ເກີດປະໂຫຍດແລ້ວ  ຍັງສ້າງຄວາມສູນເສຍຕໍ່ປະເທດຊາດແລ້ວ ຍັງນຳເອົາຄວາມເດືອດຮ້ອນມາສູ່ປະຊາຊົນ ສ້າງຄວາມສູນເສຍຕໍ່ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ…

ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ

ໜັງສືພິມຄວາມສະຫງົບລາຍງານວ່າ: ເວລາປະມານ 20:00 ໂມງ ຂອງວັນທີ 10 ກຸມພາ 2025 ເກີດເຫດຄົນຮ້າຍໃຊ້ມີດແທງປະຊາຊົນ ຢູ່ຫ້ອງແຖວແຫ່ງໜຶ່ງເຂດບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຄົນບາດເຈັບໜັກ 1 ຄົນ ເປັນເພດຍິງ ສ່ວນຄົນຮ້າຍໄດ້ເອົາຕົວຫຼົບໜີ, ຕໍ່ມາໃນເວລາ 22:00 ໂມງ…

ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ

ໂດຍ: ທິດກໍ່າ ວັນທີ 18 ມັງກອນຜ່ານມາ, ສະຫະພັນກິລາບານເຕະແຫ່ງຊາດລາວ ໄດ້ເປີດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈໍາປີ 2024 ຢ່າງເປັນທາງການ. ຫວັງຢ່າງຍິ່ງວ່າ ຜ່ານກອງປະຊຸມຄັ້ງນີ້ຈະມີຜົນດີຫລາຍປະການທີ່ເປັນພື້ນຖານໃຫ້ແກ່ການພັດທະນາກິລາບານເຕະຂອງລາວເຮົາໃນປີ 2025 ກໍຄືໃນປີຕໍ່ໆໄປໃນອະນາຄົດ. ດັ່ງຮູ້ດີນໍາກັນແລ້ວວ່າ, ບານເຕະເປັນປະເພດກິລາຍອດນິຍົມຂອງຄົນທົ່ວໂລກ ເພາະກິລາປະເພດນີ້ມັນມີຈຸດພິເສດຫລາຍດ້ານ ເປັນຕົ້ນໃຊ້ຈໍານວນນັກກິລາຫລາຍຄົນ, ມີຄູຝຶກທີ່ເກັ່ງຄຸມທີມເປັນໝູ່ຄະນະ, ໃຊ້ສະໜາມທີ່ກວ້າງຂວາງໃຫຍ່ໂຕມະໂຫຖານ ສາມາດດຶງດູດເອົາຜູ້ເຂົ້າຊົມເຂົ້າເຊຍໃນສະໜາມຫລາຍພັນຫລາຍໝື່ນຄົນ,…

ຈັບຕົວຊາຍໜຸ່ມກໍ່ເຫດລັກຕັດສາຍໄຟ

ພັທ ພອນມະນີ ສຸລິນນະພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ລາຍງານວ່າ: ວັນທີ 30 ມັງກອນ 2025 ໄດ້ຮັບແຈ້ງເຫດຈາກພົນລະເມືອງດີ ກໍລະນີມີຄົນຮ້າຍລັກຕັດສາຍໄຟຢູ່ ບ້ານຫັດສະດີ ເມືອງຈັນທະບູລີ ເຂດໂຮງຮຽນ ມສ ວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ ສົມທົບກັບອໍານາດການປົກຄອງບ້ານ…

ຄູ່ກໍລະນີຮ້ານຮັບຈຳນຳໂທລະສັບຊີ້ແຈງ “ບໍ່ໄດ້ຂົ່ມຂູ່ຮ້ານ ແລະ ບໍ່ໄດ້ເປັນຂະບວນມິດສາຊີບ ເຈົ້າຂອງຮ້ານຢ້ານ ແລະ ເຂົ້າໃຈຜິດເອງ”

ວັນທີ 25 ມັງກອນ 2025 ຜ່ານມາ, ມີເຫດຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສ ເລົ່າປະສົບການ ກໍລະນີ ມີຄົນເອົາໂທລະສັບມາຈຳຢູ່ຮ້ານນຳຕົນເອງ ແຕ່ສຸດທ້າຍ ກາຍເປັນເລື່ອງ ແລະ ຖືກລູກກັບເມຍຜູ້ເອົາໂທລະສັບມາຈຳນຳມາເອົາຄືນໄປລ້າໆ. ຈາກເຫດການດັ່ງກ່າວ ມີລາຍລະອຽດເຖິງຂໍ້ຄວາມການສົນທະນາກັນ ລະຫວ່າງເຈົ້າຂອງຮ້ານ ແລະ ຜູ້ເປັນເມຍ ແລະ ລູກ…

ໄວໜຸ່ມມົ້ວສຸມຢາເສບຕິດ, ຂີ້ລັກງັດແງະ ບັນຫາທ້າທາຍໃນການແກ້ໄຂ

ໂດຍ: ຜາຕຸງ ປາກົດການຫຍໍ້ທໍ້ດ້ານຕ່າງໃນສັງຄົມມັນເກີດຂຶ້ນຢູ່ຮ້ານກິນດື່ມ, ການມົ້ວສຸມສິ່ງເສບຕິດ ທັງຢາບ້າ ຢາອີ ກັນຊາ ຄໍລາເຈນ ກາເຟເສີມກຳລັງ ດື່ມນ້ຳກະທ່ອມ ແລະ ອື່ນໆສາລະພັດ ຢ່າງອຶກກະທຶກນຶກນອງ ມີ ນອກນີ້ກໍມີໂຈນຜູ້ຮ້າຍອ້າຍຂະໂມຍ ຂີ້ລັກງັດແງະ ເອົາຊັບສິ່ງຂອງ ປະຊາຊົນ ຈົນເປັນຫາງສຽງມາໃຫ້ເຫັນຢູ່ແຕ່ລະມື້ແຕ່ລະເວັນ. ເວົ້າເລື່ອງຂີ້ລັກຫລາຍຢູ່ນັບມື້…

ລົມໜາວ ລົມແລ້ງ ຢ່າລືມຊ່ວຍກັນ ສະກັດກັ້ນໄຟໄໝ້ລາມປ່າ

ໂດຍ : ຜາຕຸງ ສປປ ລາວ ເປັນປະເທດທີ່ນອນຢູ່ໃນເຂດອາກາດຮ້ອນ ລະດູແລ້ງ ອາກາດຊຸ່ມຊື່ນ ຕົ້ນໄມ້ໃບຫຍ້າຫ່ຽວແຫ້ງກາຍເປັນເຊື້ອໄຟທີ່ສາມາດລຸກລາມໄດ້ງ່າຍ ສ່ຽງຕໍ່ການສູນເສຍຈາກອັກຄີໄພ. ແຕ່ລະປີເມື່ອຮອດລະດູແລ້ງ ມັກເກີດໄຟໄໝ້ຫຼາຍຂຶ້ນ, ມີທັງໄຟໄໝ້ລາມປ່າ, ໄໝ້ເຮືອນຊານ ບ້ານຊ່ອງ, ໂຮງຈັກໂຮງງານ ສ້າງຄວາມເສຍຫາຍຕໍ່ຊັບສົມບັດຂອງຊາດ ກໍຄືຂອງລວມໝູ່ ແລະ ບຸກຄົນເປັນຈຳນວນຫຼວງຫຼາຍ,…

ການແຕ່ງດອງເພື່ອຫວັງເງິນຫວັງຄວາມສະບາຍ ລະວັງກາຍເປັນເຫຍື່ອການຄ້າມະນຸດ

ໂດຍ: ຜາຕຸງ ໃນເມື່ອກ່ອນການພົວພັນ ແລະ ການແຕ່ງງານລະຫວ່າງຍິງສາວລາວ ກັບ ຄົນຕ່າງປະເທດໂດຍສະເພາະຢູ່ບໍລິເວນຊາຍແດນປະເທດ ຍັງມີຫຼາຍກໍລະນີ ມີທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ, ການແຕ່ງງານມີບາງຄູ່ກໍແຕ່ງງານກັນດ້ວຍຄວາມມັກຮັກທີ່ຈິງໃຈນັ້ນ ມັນກໍດີໄປ. ປັດຈຸບັນ ເຫດການທີ່ໜັກໄປກວ່ານັ້ນ ແມ່ນມາໃນຮູບແບບຕິດຕໍ່ກັນທາງອອນລາຍ ໃຊ້ສິ່ງຍົ້ວຍຸດຶງດູດ ໃຊ້ວັດຖຸເງິນຄຳ ໃຊ້ໜ້າທີ່ການງານ ມາເປັນຕົວລໍ້ລວງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!