ນັກສຶກສາໜ້ອຍລົງ ຈະສົ່ງຜົນກະທົບຫຍັງຕາມມາ ?
ໂດຍ: ມຶກບໍ່ແຫ້ງ ທິດທາງຂອງພັກ-ລັດເຮົາກໍຄື “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ຂອງການພັດທະນາປະເທດຊາດ ເຊິ່ງເປັນແນວທາງທີ່ຖືກຕ້ອງ ແຕ່ມາຮອດຕອນນີ້ ຫຼາຍຄົນກັງວົນ ເມື່ອເຫັນໂຕເລກ ນັກຮຽນລົງທະບຽນເສັງເຂົ້າມະຫາວິທະຍາໄລໃນລາວໜ້ອຍລົງ ເປັນສັນຍານດ້ານລົບຕໍ່ຂະແໜງການສຶກສາ ຫຼື ບໍ່? ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃດໜຶ່ງ ໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາ ກອນອື່ນໃດທັງໝົດໃນໂລກ ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ,…