ທາງມ້າລາຍ ມີໄວ້ໃຫ້ຄົນຍ່າງຂ້າມທາງ

ໂດຍ: ຜາຕຸງ ໃນກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງບໍ່ວ່າຈະຢູ່ໃນ ສປປ ລາວກໍ່ຄືຕ່າງປະເທດຕາມສາຍທາງຈຸດສຳຄັນຕ່າງໆ ເປັນຕົ້ນສາມແຍກ ສີ່ແຍກໄຟແດງ ຈຸດໂຮງຮຽນ,ໂຮງໝໍ, ສວນສາທາລະນະ….ເພິ່ນຈະຂີດເສັ້ນຕັດທາງໃຫ້ເປັນລາຍທີ່ເອີ້ນວ່າ ທາງມ້າລາຍໄວ້ຢ່າງຈະແຈ້ງ ເພື່ອເປັນບ່ອນໃຫ້ຄົນໄດ້ຍ່າງຂ້າມຖະໜົນໃຫ້ມີຄວາມປອດໄພຈາກອຸບັດເຫດຈາກລົ ເຊິ່ງທາງຈຸດນີ້ຈະບໍ່ອະນຸຍາດໃຫ້ລົດທຸກຊະນິດ ເຂົ້າໄປຈອດກວມກີດຂວາງການຂ້າມຖະໜົນຂອງຜູ້ຄົນທີ່ສັນຈອນໄປມາຢ່າງເດັດຂາດ, ຜ່ານມາສັງເກດເຫັນວ່າຢູ່ນະຄອນຫຼວງວຽງຈັນຍັງມີຜູ້ຂັບຂີ່ຈຳນວນຫຼາຍບໍ່ເຄົາລົບ ແລະ ບໍ່ປະຕິບັດຕາມລະບຽບກົດໝາຍທີ່ກຳນົດອອກ. ແຕ່ວ່າ, ໃນທຸກມື້ນີ້ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນຫຼວງວຽງຈັນ ຫຼື ຢູ່ຕາມຕົວເມືອງໃຫຍ່ໆ…

ຫລາຍສິບຄອບຄົວ ຂອງບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ໄດ້ຮັບຜົນກະທົບຈາກນ້ຳປະປາມາບໍ່ປົກກະຕິ

ວັນທີ 26 ທັນວາ 2023 ນີ້ ປະຊາຊົນບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສ່ອງແສງວ່າ: ນ້ຳປະປາເຂດ ຄຸ້ມໜ່ວຍ 3-4 ບ້ານຈັນສະຫວ່າງມາບໍ່ປົກກະຕິ ເປັນເວລາຫລາຍເດືອນແລ້ວ, ໄລຍະທີ່ນ້ຳບໍ່ມາ ແມ່ນເວລາ 06:00 AM – 22:00…

ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ

ຕະຫລອດໄລຍະຜ່ານມາ ຫລາຍທ່ານອາດຈະເຄີຍພົບບັນຫາຖືກສິນເຊື່ອໂທໃຫ້ຂໍ້ມູນກ່ຽວກັບການປ່ອຍເງິນກູ້ ບາງຄົນພົບຫລາຍໆຄັ້ງຕໍ່ວັນ. ປະຊາຊົນຈຳນວນຫລາຍຍັງສົນໃຈວ່າການໂທດັ່ງກ່າວທີ່ມາຈາກຫລາຍບໍລິສັດບໍ່ເລືອກຍາມນັ້ນເໝາະສົມແລ້ວ ຫລື ບໍ່? ການໂທຖາມປະຊາຊົນ ເພື່ອສະເໜີເລື່ອງສິນເຊື່ອອາດສາມາດເຮັດໃຫ້ເຂົ້າເຖິງຂໍ້ມູນໄດ້ໂດຍກົງການເຂົ້າເຖິງສິນເຊື່ອນັ້ນ ກໍອາດເວົ້າໄດ້ວ່າ ເປັນນະໂຍບາຍການພັດທະນາໜຶ່ງຂອງລັດຖະບານທີ່ຈະຮັບປະກັນວ່າ ປະຊາຊົນສາມາດມີຊ່ອງທາງຫຼາຍຂຶ້ນ ໃນການເຂົ້າເຖິງແຫຼ່ງທຶນຕ່າງໆ ແລະ ໝູນໃຊ້ຫຼັກຊັບເປັນທຶນໃນຍາມຈຳເປັນເພື່ອແກ້ໄຂສະພາບຄ່ອງທາງການເງິນຂອງແຕ່ລະຄົນ. ຜ່ານມາ ພວກເຮົາກໍຮູ້ດີວ່າ ການເຂົ້າເຖິງສິນເຊື່ອຂອງຫຼາຍຄົນແມ່ນມີຄວາມຍຸ້ງຍາກ ເພາະຂາດຂໍ້ມູນ-ຂ່າວສານ ເພາະສະນັ້ນ, ການສະໜອງຂໍ້ມູນທາງດ້ານສິນເຊື່ອແມ່ນມີຄວາມສຳຄັນ…

ຊົ່ວໂມງເລັ່ງດ່ວນ ມັກຈະພົບເຫັນຜູ້ຂັບຂີ່ຈຳນວນໜຶ່ງ ຂັບຂີ່ບໍ່ຖືກກົດລະບຽບຈະລາຈອນ

ແຕ່ລະເຊົ້າຊົ່ວໂມງເລັ່ງດ່ວນ ເຮົາມັກຈະພົບເຫັນຜູ້ຂັບຂີ່ຈຳນວນໜຶ່ງ ຂັບຂີ່ບໍ່ຖືກກົດລະບຽບຈະລາຈອນ, ຫວັງຢາກໃຫ້ຕົວເອງໄດ້ໄປໄວ ແຕ່ພັດເຮັດໃຫ້ຫລາຍຄົນໄດ້ໄປຊ້າຍ້ອນ ແລະ ເຮັດໃຫ້ການສັນຈອນສັບສົນ ຕິດຂັດ. ບັນຫາການຂັບຂີ່ລົດບໍ່ເປັນລະບຽບ ສ່ວນໜຶ່ງເຮົາມັກຈະພົບເຫັນເປັນປະຈຳໃນເວລາຕອນເຊົ້າ ແລະ ຕອນແລງຫລັງຈາກເລີກວຽກເລີກງານ ຫລື ເລີກໂຮງຮຽນ, ໂດຍສະເພາະແມ່ນຢູ່ຈຸດ 4 ແຍກໄຟແດງ ແຕ່ລະຟາກ ມັກມີນັກຂັບຂີ່ຈຳນວນໜຶ່ງຂັບຂີ່ລົດໄປກວມເອົາເລນຝ່າຍກົງກັນຂ້າມ ເພື່ອຫວັງໃຫ້ຕົວເອງໄດ້ຜ່ານຈຸດດັ່ງກ່າວໄດ້ໂດຍໄວ…

ຈອງຄິວອອນລາຍ ເຮັດໜັງສືຜ່ານແດນ ອາດບໍ່ແມ່ນທາງອອກຂອງບັນຫາ

ການຈອງຄິວຜ່ານອອນລາຍເພື່ອຍື່ນເອກະສານເຮັດໜັງສືຜ່ານແດນ ຢູ່ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 20 ກຸມພາ 2023 ເປັນຕົ້ນມາ ເຊິ່ງຫລາຍຄົນກໍຄາດຫວັງວ່ານັ້ນອາດເປັນມາດຕະການແກ້ໄຂບັນຫາແອອັດຢູ່ໜ້າກົງສຸນ ແລະ ອາດຈະເຮັດໃຫ້ການເຮັດໜັງສືຜ່ານແດນວ່ອງໄວຂຶ້ນ ແຕ່ໃນຄວາມຈິງການເຮັດໜັງສືຜ່ານແດນຍັງໄດ້ລໍຖ້າຍືດເຍື້ອ ແກ່ຍາວເວລາ ອອກໄປອີກຈົນເຖິງຕົ້ນປີ 2024, ໄລຍະຫລາຍເດືອນຜ່ານມາ ໜັງສືພິມລາວພັດທະນາໄດ້ຮັບການສ່ອງແສງຈາກປະຊາຊົນເປັນຈຳນວນຫລາຍ ມາຕະຫລອດ ເພື່ອຈະຫາຄຳຕອບໃນ ການແກ້ໄຂບັນຫາ ເລື່ອງການຈອງຄິວຜ່ານອອນລາຍທີ່ຍືດເຍື້ອຍາວນານ…

ປະຊາຊົນສ່ອງແສງ!! ການປ່ອຍຄວັນ ຂອງໂຮງງານແຫ່ງໜຶ່ງ ຢູ່ເຂດບ້ານໂຄກສະອາດ-ສະພັງຄະນົງ ເມືອງໄຊທານີ

ວັນທີ 12 ຕຸລາ 2023, ປະຊາຊົນທີ່ອາໄສຢູ່ເຂດໂຄກສະອາດ-ສະພັງຄະນົງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ສ່ອງແສງບັນຫາການປ່ອຍຄວັນ ຂອງໂຮງງານແຫ່ງໜຶ່ງ ທີ່ຕັ້ງຢູ່ເຂດນີ້ວ່າ: ໂຮງງານດັ່ງກ່າວໄດ້ທຳການຜະລິດ ແລະ ປ່ອຍຄວັນອອກທຸກມື້ ທັງກາງເວັນ-ກາງຄືນ ບໍ່ມີມື້ຫຍຸດເຊົາ ສົ່ງຜົນກະທົບມົນລະພິດເຮັດໃຫ້ປະຊາຊົນຜູ້ທີ່ອາໄສຢູ່ບໍລິເວນໃກ້ຄຽງໄດ້ຮັບຜົນກະທົບໜັກ,  ມີອາການຫາຍໃຈຍາກ-ຫາຍໃຈຝືດ ແລະ ແສບດັງ. ຖ້າຫາກຍັງປ່ອຍຄວັນໜັກໆແບບນີ້ຕໍ່ໄປໂດຍບໍ່ມີການແກ້ໄຂ…

ຢ່າດື່ມສິ່ງມຶນເມົາຈົນເກີດຄວາມປະໝາດ ເພາະເປັນເໝືອນມັດຈຸລາດເຂົ້າຄອບງຳ ນຳໄປສູ່ຄວາມສູນເສຍ

ໂດຍ : ຜາຕຸງ ນະຄອນຫຼວງວຽງຈັນມີອຸບັດເຫດຕາມທ້ອງຖະໜົນ ເກີດຂຶ້ນແຕ່ລະວັນບໍ່ໄດ້ຂາດ ມີທັງເລັກນ້ອຍແລະຮຸນແຮງ ມີທັງຄົນບາດເຈັບແລະເສຍຊີວັດ ອັນເປັນການສູນເສຍຊັບພະ ຍາກອນມະນຸດ ແລະ ຊັບສົມບັດຂອງຊາດເປັນຈຳນວນມະຫາສານໃນແຕ່ລະປີ, ຍິ່ງໄລຍະ 2-3 ເດືອນຜ່ານມາ (ກໍລະກົດ-ສິງຫາ) ແລະຮອດວັນທີ 5 ກັນຍາ 2023 ນີ້ອຸບັດເຫດທີ່ເກີດຂຶ້ນນັ້ນນັບມື້ມີຄວາມຮຸນແຮງຂຶ້ນເລື້ອຍໆ…

ພັນທະບັດ ຄືໜຶ່ງມາດຕະການຈະຊ່ວຍລັດກອບກູ້ວິກິດການດ້ານເສດຖະກິດ

ໂດຍ: ຜາຕຸງ ວັນທີ 5 ກັນຍາ 2023 ຫ້ອງການທະນາຄານແຫ່ງ ສປປ ລາວໄດ້ອອກແຈ້ງການເລກທີ 221/ຫກ ກ່ຽວກັບການຈຳໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວສະກຸນເງິນກີບ ເຊິ່ງງວດນີ້ເປັນງວດທີ 3 ທີ່ທະນາຄານແຫ່ງ ສປປ ລາວ ໄດ້ເປີດໃຫ້ມວນຊົນໄດ້ສັ່ງຈອງ…

ໜັກເອົາ ເບົາສູ້ ເພື່ອເອົາຊີວິດໃຫ້ຢູ່ລອດ ເໝາະສົມ, ຕອບໂຈດ ແລະ ເຂົ້າກັບຍຸກຫົວລ້ຽວຫົວຕໍ່

ໂດຍ: ທິດກໍ່າ ຈາກສະຖິຕິຕົວເລກນັກຮຽນ-ນັກສຶກສາຈົບຊັ້ນ ມ.7 ທີ່ໄດ້ໄປສະໝັກສອບເສັງເຂົ້າຮຽນຕໍ່ຂັ້ນມະຫາວິທະຍາໄລ 4 ແຫ່ງໃນທົ່ວປະເທດສົກສຶກສາ 2023-2024 ມີໜ້ອຍກວ່າແຜນຄວາມຕ້ອງການ. ສິ່ງຢັ້ງຢືນຢ່າງຊັດເຈນກໍຄືລະຫວ່າງຕົວເລກຄວາມຕ້ອງການກັບຈຳນວນຜູ້ໄປສະໝັກສອບເສັງຫລຸດໂຕນກັນຫລາຍ. ຕົວຢ່າງມະຫາວິທະຍາໄລສຸພານຸວົງຕ້ອງການ 1.566 ຄົນ ແຕ່ມີຄົນໄປສະໝັກສອບເສັງເຂົ້າຮຽນພຽງ 484 ຄົນ, ມະຫາວິທະຍາໄລສະຫວັນນະເຂດຕ້ອງການ 1.516 ຄົນ ມີນັກຮຽນໄປສະໝັກເຂົ້າສອບເສັງພຽງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!