ແຈ້ງການແລ້ວ ແຕ່ຂາດການຕິດຕາມກວດກາ ບັນຫາກໍຈະບໍ່ຖືກແກ້ໄຂ

ໂດຍ: ຜາຕຸງ 23.4.25 ການສະຫຼອງບຸນປີໃໝ່ລາວ ໄດ້ຜ່ານພົ້ນໄປແລ້ວດ້ວຍຄວາມເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ສົ່ງເສີມວັດທະນະທຳອັນດີຂອງຊາດ ອັນນີ້ເວົ້າແບບຍ້ອງຍໍ ຫຼື ພາບໂດຍລວມ ເພາະບາງເຂດບາງທ້ອງຖິ່ນເຮັດໄດ້ແທ້ ມີຄວາມສະຫງົບ ມີຄວາມເປັນລະບຍບຮຽບຮ້ອຍດີ ແຕ່ບາງທ້ອງຖິ່ນ ຫຼື ບາງບັນຫາຍັງ ມີຮ່ອງຮອຍ ແຫ່ງຄວາມດີໃຈປົນໄປກັບຄວາມເສົ້າໂສກເສຍໃຈ ແລະ ນ້ຳຕາຂອງຜູ້ສູນເສຍຂອງມີຄ່າແບບບໍ່ມີວັນຈະກັບຄືນມາ…

ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ໂດຍ: ຄຳພຸດ ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸປະຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ. ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ,…

ປີເກົ່າຜ່ານໄປ ປີໃໝ່ມາເຖິງ ທົບທວນຄືນອະດີດ ເພື່ອເບິ່ງອະນາຄົດທີ່ດີ

ໂດຍ: ທິດດີ ປີໃໝ່ລາວໄດ້ບບັນຈົບຄົບວາລະອີກຮອບໜຶ່ງ ການສະເຫລີມສະຫລອງ ໄດ້ຜ່ານໄປດ້ວຍດີ ບັນຍາກາດແຕ່ເໜືອຕະຫລອດໃຕ້ ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ຫລາຍຄົນໄດ້ເຮັດກິດຈະກຳກັບຄອບຄົວ, ໄດ້ສົມມາພໍ່ແມ່ ຂໍອະໂຫສິກຳໃນໜຶ່ງປີຜ່ານມາ ແລະ ໄດ້ເຮັດບຸນຮັກສາສິນ ຕາມກຳລັງສັດທາຂອງຕົນເອງ ນັບວ່າເປັນເລື່ອງທີ່ດີງາມ. ຢ່າງໃດກໍຕາມ ປີໃໝ່ ບໍ່ໄດ້ມີແຕ່ປີດຽວ ອີກບໍ່ດົນ…

ຈົ່ງໃສ່ໃຈ ຄົນທຳມະດາທົ່ວໄປ ບໍ່ຄວນນຳໃຊ້ ເຄື່ອໝາຍຂອງຕຳຫຼວດ

ໂດຍ: ຜາຕຸງ 10.4.25 ຕະຫຼອດໄລຍະຜ່ານມາຫຼາຍປີ ມີບາງຄົນມັກສວມໃສ່ເຄື່ອງນຸ່ງຂອງ ຕຳຫຼວດໄປທຳມາຫາກິນ ບາງພວກກໍທຳມາຫາກິນດ້ວຍຄວາມສຸດຈະລິດດ້ວຍການກະສິກຳອອກແຮງງານເພີ່ມພູນຜະລິດຜົນ, ບາງຄົນບາງພວກກໍນຳມາປະກອບການດຳເນີນທຸລະກິດສ້າງຄວາມລໍ້າລວຍໃຫ້ຕົນເອງ ນັ້ນກໍຍັງພໍໄຄແດ່ ແຕ່ມີບາງພາກສ່ວນຊ້ຳພັດສວມໃສ່ເຄື່ອງນຸ່ງຂອງຖື ທີ່ມີສັນຍະລັກ ຫຼື ໂລໂກ ຂອງຕຳຫຼວດ ແລ້ວໄປກະທຳສິ່ງທີ່ບໍ່ດີຜິດຕໍ່ຂໍ້ຫ້າມ ແລະ ລະບຽບກົດໝາຍຂອງບ້ານເມືອງ ສ້າງຄວາມເສື່ອມເສຍຕໍ່ອົງກອນ ຍັງບໍ່ແລ້ວ ພັດຍັງເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈຜິດ…

ການແຕ່ງຕົວໄວໜຸ່ມລາວຍຸກໃໝ່ເປັນເລື່ອງຂອງສິດ ແຕ່ຄວນໃຫ້ເໝາະສົມ ໃນການຫຼິ້ນບຸນຫົດນ້ຳ

ໂດຍ: ຜາຕຸງ ບຸນກຸດສົງການປີໃໝ່ລາວ ຫຼື ບຸນເດືອນ 5 ຫຼື ຮ້ອງງ່າຍໆວ່າບຸນຫົດນ້ຳ ຕາມຮີດຕາມຄອງທີ່ພວກເຮົາເຄີຍປະຕິບັດສືບທອດກັນມາແຕ່ເຊັ່ນ ປູ່ຍ່າຕານາຍ ເພື່ອຫົດສົງສະສາງລ້າງສ່ວຍສິ່ງເຮິຮ້າຍໃຫ້ ເໝິດໄປ ອວຍໄຊໃຫ້ພອນອັນດີງາມແກ່ກັນແລະກັນ ລວມທັງການຫົດສົງພຣະພຸດທະຮູບຢູ່ຕາມວັດວາອາຮາມແຫ່ງຕ່າງໆເພື່ອຄວາມສະຫງົບ ແລະເປັນສິຣິມຸງຄຸນໃຫ້ຕົນເອອງແລະຄອບຄົວ. ນອກຈາກນັ້ນແລ້ວຢູ່ຕາມເຮືອນຊານບ້ານຊ່ອງ ບຸກຄົນໃດ ຄອບຄົວໃດທີ່ມີເງື່ອນໄຂແດ່ ກໍມີການຈັດພາເຂົ້າພາຂວັນ ສູ່ຂວັນປີໃໝ່…

ກຳຈັດການສໍ້ລາດບັງຫລວງ ເຊື້ອມະເຮັງຮ້າຍທີ່ທຳລາຍຊາດ ແລະ ສັງຄົມ

ໂດຍ: ຜາຕຸງ ການສໍ້ລາດບັງຫລວງເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ທົ່ວໄປ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນຈົນສ້າງຄວາມເລື່ອມລໍ້າທາງສັງຄົມ. ການສໍ້ລາດບັງຫລວງ ປຽບເໝືອນພະຍາດມະເຮັງຊໍາເຮື້ອແພ່ລາມໄປທົ່ວສັງຄົມເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ເພື່ອກຳຈັດປັດເປົ່າເຊື້ອມະເຮັງອັນບໍ່ດີ ຈຳນວນມອດ ຈຳນວນປວກທີ່ຄອຍກັດແຫ້ນໄມ້ແຫ້ນເຮືອນ ແຫ້ນຊັບສົມບັດຂອງຊາດໃຫ້ຄ່ອຍໆໝົດໄປນັ້ນ…

ຢ່າເອົາທາງຫລວງ ເປັນສະໜາມແຂ່ງລົດ

ໂດຍ: ຜາຕຸງ ເສັ້ນທາງການສັນຈອນ ເປັນພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກແກ່ການສັນຈອນ ເຮັດໃຫ້ການໄປມາຫາສູ່ ເຊິ່ງກັນແລະກັນ ໂລ່ງລ່ຽນສະດວກສະບາຍ, ຖະໜົນຫົນທາງ ແມ່ນຊັບສົມບັດຂອງຊາດ ທຸກຄົນມີສິດນຳໃຊ້ ແລະ ມີໜ້າທີ່ໃນການປົກປັກຮັກສາ ບໍແມ່ນກຳມະສິດຂອງບຸກຄົນ ຫຼື ພາກສ່ວນໃນໜຶ່ງ ແຕ່ຜ່ານມາຍັງມີບາງຜູ້ປະກອບການຍັງສວຍໂອກາດນຳໃຊ້ເສັ້ນທາງໃນລັກສະນະເປັນຂອງຕົນເອງ, ບາງກຸ່ມຄົນ ນຳໃຊ້ເສັ້ນທາງເປັນສະໜາມແຂ່ງລົດ ໃຊ້ເປັນທາງໄປໃນທາງທີ່ບໍ່ຖືກຕ້ອງ ໂດຍບໍ່ເກງກົວຫວັ່ນໄຫວຕໍ່ສາຍຕາ…

ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ໂດຍ: ຜາຕຸງ ຜ່ານມາເຮົາໄດ້ຍິນເລື້ອຍໆກ່ຽວກັບຂ່າວທີ່ຈັບແຮງງານຄົນຕ່າງດ້າວທີ່ລັກລອບປະກອບອາຊີບທີ່ສະຫງວນໄວ້ສຳລັບຄົນໃນປະເທດນັ້ນໆ ແລະ ນັ້ນ ມັນແມ່ນສັດຈະທຳໃນການປົກປ້ອງສິດຂອງພົນລະເມືອງພາຍໃນຊາດຂອງຕົນ ແລະ ເລີ່ມຕົ້ນເດືອນເມສາເຂົ້າມາ ໄດ້ເຫັນສໍານັກຂ່າວທາງໄທ ໄດ້ລົງຂ່າວວ່າ ເຈົ້າໜ້າທີຕຳຫຼວດກວດຄົນເຂົ້າເມືອງ ໄດ້ຈັບກຸມຕົວບຸກຄົນຕ່າງດ້າວ ທີ່ລັກລອບເຮັດວຽກໂດຍທີ່ບໍ່ໄດ້ຮັບອານຸຍາດຈາກລັດຖະບານໄທ ເວົ້າງ່າຍໆແມ່ນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຜິດກົດໝາຍ ຫລື ເຮັດວຽກໃນລັກສະນະຍາດແຍ່ງອາຊີບທີ່ລັດຖະບານປະເທດເພິ່ນສະຫງວນໄວ້ໃຫ້ຄົນຂອງເພິ່ນເຮັດເອງ. ເຊິ່ງເຫດການຫລ້າສຸດມີຄົນສັນຊາດລາວ ອາຍຸ 32 ປີ,…

ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ໂດຍ: ທິດກໍ່າ ເມື່ອເວົ້າເຖິງເລື່ອງການສໍ້ລາດບັງຫລວງ ນັບວ່າເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ຢ່າງທົ່ວເຖິງ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນ ຈົນສ້າງຄວາມເລື່ອມລໍ້າທາງສັງຄົມ ແລະ ພາໃກ້ເກີດມີຊົນຊັ້ນຢ່າງຊັດເຈນ. ການສໍ້ລາດບັງຫລວງ ເປັນພະຍາດມະເຮັງຊໍາເຮື້ອແພ່ລາມໄປໃນທົ່ວສັງຄົມລາວ ເຮັດໃຫ້ກົດໝາຍບໍ່ສັກສິດ ທັງເຮັດໃຫ້ວຽກງານກວດກາພັກ-ລັດບໍ່ເຂັ້ມແຂງເດັດຂາດລວາດແຂ້ວເຕົ່າຖືກຂູດເກົາເຜົາລ້າງເທົ່າໃດມັນກໍບໍ່ຕື່ນ, ບໍ່ຄັນ, ບໍ່ເຈັບ, ບໍ່ປວດ…

ຈອດລົດມັກງ່າຍ ອາດກາຍເປັນບັນຫາໜັກໜ່ວງຕໍ່ສັງຄົມ

ໂດຍ: ຜາຕຸງ ຄວາມມັກງ່າຍຂອງຄົນເຮົາມັນບໍ່ມີມື້ສິ້ນສຸດເປັນ ນອກຈາກຄວາມມັກງ່າຍໃນການຖິ້ມສິ່ງເສດເຫຼືອຂອງຈຳພວກຂີ້ເຫຍື່ອນັ້ນແລ້ວ ການໃຊ້ລົດໃຊ້ຖະໜົນກໍເຊັ່ນດຽວກັນ ກໍຍັງມີຫຼາຍໆຄົນຄວາມມັກ ງ່າຍໄດ້ກາຍເປັນເງົາຕາມຕົວຂອງຜູ້ຂັບລົດໄປແລ້ວ ເຊິ່ງມັນສະແດງອອກຫຼາຍຮູບແບບໃນເວລາຂັບລົດຕາມຖະໜົນຫົນທາງ ເປັນຕົ້ນ ແລ່ນລົດຕາມໃຈດ້ວຍຄວາມໄວເກີນກຳນົດ, ແລ່ນແຊງຊ້າຍແຊງຂວາ, ແລ່ນສວນທາງ (ຢ້ອນສອນ), ລ້ຽວລົດກະທັນຫັນຕັດໜ້າລົດຄັນອື່ນ, ແລ່ນລົດຕາມທາງຄົນຍ່າງ. ນອກຈາກນັ້ນແລ້ວສິ່ງທີ່ຄົນຂັບລົດຈຳນວນໜຶ່ງທີ່ມັກງ່າຍນັ້ນ ແມ່ນການຈອດລົດຢູ່ທາງຄົນຍ່າງ, ຈອດລົດບໍ່ແນບຂອບທາງ ຊ້ຳບໍ່ໜຳເວລາຈອດລົດພໍແຕ່ມີຫວ່າງກໍຫົວສຸບເຂົ້າປ່ອຍທ້າຍລົດອອກມາໃສ່ຫົນທາງສ້າງການກີດຂວາງໃຫ້ຜູ້ທີ່ສັນຈອນໄປມາ ຊຶ່ງການກະທຳທັງໝົດນີ້ແມ່ນເກີດຈາກຄວາມຂີ້ຄ້ານມັກງ່າຍ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!