ແຈ້ງການແລ້ວ ແຕ່ຂາດການຕິດຕາມກວດກາ ບັນຫາກໍຈະບໍ່ຖືກແກ້ໄຂ
ໂດຍ: ຜາຕຸງ 23.4.25 ການສະຫຼອງບຸນປີໃໝ່ລາວ ໄດ້ຜ່ານພົ້ນໄປແລ້ວດ້ວຍຄວາມເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ສົ່ງເສີມວັດທະນະທຳອັນດີຂອງຊາດ ອັນນີ້ເວົ້າແບບຍ້ອງຍໍ ຫຼື ພາບໂດຍລວມ ເພາະບາງເຂດບາງທ້ອງຖິ່ນເຮັດໄດ້ແທ້ ມີຄວາມສະຫງົບ ມີຄວາມເປັນລະບຍບຮຽບຮ້ອຍດີ ແຕ່ບາງທ້ອງຖິ່ນ ຫຼື ບາງບັນຫາຍັງ ມີຮ່ອງຮອຍ ແຫ່ງຄວາມດີໃຈປົນໄປກັບຄວາມເສົ້າໂສກເສຍໃຈ ແລະ ນ້ຳຕາຂອງຜູ້ສູນເສຍຂອງມີຄ່າແບບບໍ່ມີວັນຈະກັບຄືນມາ…