ແຂວງບໍ່ແກ້ວປ່ອຍປາລົງສູ່ວັງສະຫງວນ

ໃນວັນທີ 30 ມີນາຜ່ານມາ ນີ້, ການນຳແຂວງບໍ່ແກ້ວນຳ ໂດຍ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວໄດ້ຈັດພິທີ ປ່ອຍປາເປັນຈຳນວນຫລາຍລົງ ສູ່ວັງສະຫງວນ ແລະ ມອບໃຫ້ ຊາວບ້ານເປັນຜູ້ປົກປັກຮັກສາມາຮອດປັດຈຸບັນອຳນາດການ ປົກຄອງບ້ານໄດ້ຕົກລົງເອກະ ພາບກັນໃນການກຳນົດຂອບ ເຂດເອົາວັງສະຫງວນ ແລະ ວັງເລິກເປັນວັງຂອງບ້ານທີ່ມີຄວາມຍາວ…

ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ

ໃນໂອກາດໂອ້ລົມຕໍ່ກອງປະຊຸມພາກທຸລະກິດຄັ້ງທີ 10 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້ໄດ້ຢືນຢັນວ່າ: ລັດຖະບານຈະຮີບຮ້ອນປັບປຸງ ແລະ ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ເປັນທຳເພື່ອອໍານວຍໃຫ້ແກ່ພາກທຸລະກິດ, ເນື່ອງຈາກພາກທຸລະກິດຄືຫົວໃຈສໍາຄັນທີ່ຈະຊ່ວຍໃຫ້ປະເທດມີການພັດທະນາໄປດ້ວຍບາດກ້າວໜັກແໜ້ນເຂັ້ມແຂງ ແລະ ໃນປີນີ້ລັດຖະບານຈະສະເໜີລົບລ້າງອາກອນຊົມໃຊ້ສຳລັບອິນເຕີເນັດຕໍ່ສະພາແຫ່ງຊາດ ແລະ ຈະຫລຸດຄ່າທຳນຽມຈົດທະບຽນສັນຍາເງິນກູ້ຂອງທະນາຄານຜ່ານການປັບປຸງລັດຖະບັນຍັດວ່າດ້ວຍຄ່າທຳນຽມ. ນອກຈາກນີ້  ສຳນັກງານນາຍົກລັດຖະມົນ, ກະຊວງອຸດສາຫະກຳ-ການຄ້າ ແລະ ສະພາການຄ້າ ແລະ…

ລາວຫາລືການຄຸ້ມຄອງສານເຄມີຕົກຄ້າງໃນຂະແໜງພະລັງງານ

ກົມຄວບຄຸມມົນລະພິດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງ ແລະ ທຳລາຍສານເຄມີອົງຄະທາດທີ່ຕົກຄ້າງ (POPs) ເປັນຕົ້ນ: ສານ PCBs ໃນຂະແໜງພະລັງງານ, ໂດຍປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທົບທວນຄືນບັນດານິຕິກຳກໍຄືຮ່າງດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ, ລວມທັງຄູ່ມືແນະນຳການຄຸ້ມຄອງສານດັ່ງກ່າວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການຈຳກັດສານເຄມີອົງຄະທາດທີ່ເປັນພິດຕົກຄ້າງໃນຂະແໜງພະລັງງານແມ່ນໄດ້ຮັບການສະໜັບສະໜູນງົບປະມານ ຈາກກອງທຶນສິ່ງແວດລ້ອມໂລກ…

ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ

  ກອງປະຊຸມຄົບຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດໄດ້ມີຂຶ້ນໃນວັນທີ 30-31 ມີນານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານການຕ່າງປະເທດສະພາແຫ່ງຊາດ, ທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດ, ມີບັນດາສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ. ທ່ານປະທານກໍາມາທິການການຕ່າງປະເທດ ກ່າວວ່າ: ວຽກງານການຕ່າງປະເທດແມ່ນວຽກງານບູລິມະສິດສໍາຄັນທີ່ຕ້ອງເອົາໃຈໃສ່, ແກ້ໄຂບັນຫາຮ່ວມກັນ…

ເມືອງຫ້ວຍຊາຍເລັ່ງຄຸ້ມຄອງລາຄາສິນຄ້າ ແລະ ຊິງຊັ່ງນ້ຳໜັກຢູ່ຕະຫລາດຕ່າງໆ

ເມື່ອວັນທີ 29 ມີນາຜ່ານ ມານີ້,  ອຳນາດການປົກຄອງ ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ໄດ້ສົມທົບກັບພະແນກກ່ຽວຂ້ອງ ລົງກວດກາ ແລະ ຄຸ້ມຄອງລາ ຄາສິນຄ້າໃນທ້ອງຕະຫລາດ, ພ້ອມຄວບຄຸມຕາຊິງຊັ່ງນ້ຳໜັກ ໃຫ້ມີມາດຕະຖານໂດຍນຳໃຊ້ ຊິງກາງໃນຕະຫລາດຕ່າງໆ, ເຊິ່ງປັດຈຸບັນໄດ້ເລີ່ມຈັດຕັ້ງປະ ຕິບັດຢູ່ຕະຫລາດວັງວິນຂອງ ເມືອງດັ່ງກ່າວ. ເພື່ອແນໃສ່ປົກ ປ້ອງຜູ້ບໍລິໂພກໃຫ້ໄດ້ນຳໃຊ້ ສິນ…

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລົງກວດກາການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫລວງນ້ຳທາ

ເຊົ້າວັນທີ 28 ມີນານີ້, ທ່ານ ບຸນຈັນ ສິນທະວົງ ລັດຖະມົນ ຕີກະຊວງໂຍທາທິການ ແລະ ການຂົນສົ່ງ, ຫົວໜ້າຄະນະຊີ້ນຳ   ໂຄງການກໍ່ສ້າງເສັ້ນທາງລົດໄຟ  ລາວ-ຈີນ, ພ້ອມດ້ວຍຄະນະໄດ້  ລົງກວດກາຕິດຕາມໂຄງການກໍ່  ສ້າງເສັ້ນທາງລົດໄຟລາວ-ຈີນຢູ່  ແຂວງຫລວງນ້ຳທາ. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ      ທ່ານ ເພັດຖາວອນ…

ນຳສະເໜີປຶ້ມປະກອບແຜ່ນສຽງ ແລະ ຮູບເງົາຂອງຈີນສະບັບພາສາລາວ

       ວັນທີ 29 ມີນານີ້, ໂຄງ ການພິມຈຳໜ່າຍປຶ້ມປະກອບແຜ່ນສຽງ ແລະ ຮູບເງົາ “ເສັ້ນທາງສາຍໄໝແຫ່ງກິ່ນ ຫອມໜັງສື” ສະບັບພາສາລາວຂຶ້ນທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານຮອງຫົວໜ້າກົມສິລະ ປະການສະແດງ, ທ່ານຫົວໜ້າສູນວັດທະນະທຳຈີນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳ ເພື່ອ ໃຫ້ປະຊາຊົນລາວໄດ້ສຳຜັດ, ຮັບຮູ້ ແລະ…

ລາວ-ຫວຽດນາມແລກປ່ຽນບົດຮຽນເສນາທິການ

   ກອງປະຊຸມແລກປ່ຽນບົດຮຽນການເປັນເສນາທິການໃຫ້ລັດຖະບານ ແລະ ການພັດທະນາໃນໄລຍະໃໝ່ລະຫວ່າງລາວ ແລະ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 27 ມີນານີ້ທີ່ແຂວງຫລວງພະບາງ, ຝ່າຍລາວນໍາໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຝ່າຍຫວຽດນາມນໍາໂດຍທ່ານ ມາຍຕຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້,…

ສປປ ລາວ ແລະ ສ.ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ

    ສປປ ລາວ ແລະ ສ.ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ຂຶ້ນທີ່ເມືອງປາກເຊ, ແຂວງຈຳປາສັກ ໃນວັນທີ 24 ມີນາຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ,…

ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ລັດເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາທີ່ດິນ ພ້ອມຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ແຂງແຮງກວ່າເກົ່າ

ໃນໂອກາດປິດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ X ໃນວັນທີ 24 ມີນານີ້ ທີ່ນະຄອນຫລວງວຽງຈັນ ພາຍຫລັງດຳເນີນມາເປັນເວລາ 5 ວັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ທິດຊີ້ນຳວ່າ: ໃນໄລຍະຜ່ານມາ ວຽກງານທີ່ດິນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!