ຜູ້ນໍາພັກ-ລັດວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະຫວັດສາດສໍາຄັນຂອງຊາດເນື່ອງໃນໂອກາດວັນສ້າງຕັ້ງພັກຄົບຮອບ 62 ປີ

  ໃນເຊົ້າວັນທີ 22 ມີນານີ້, ຊຶ່ງເປັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 62 ປີ (22 ມີນາ 1955-22 ມີນາ 2017, ບັນດາຜູ້ນໍາພັກ-ລັດ ນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,…

ກະຊວງກະສິກຳ ແລະ ປ່າໄມ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ່ VIII

ວັນທີ 21 ມີນານີ້, ກະຊວງກະສິກຳ ແລະ ປ່າໄມ້,ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສະມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ່ VIII ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ,ຂື້ນທີ່ກະຊວງຂອງຕົນ,ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນເພັດ ບຸບບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ, ສະມາຊຶກສະພາແຫ່ງຊາດຊຸດທີ VIII…

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວຄໍາປາໄສ ໃນກອງ​ປະ​ຊຸມລະດັບພາກພື້ນອາຊີ-ປາຊີຟິກ ຂອງ​ບັນ​ດາ​ຜູ້​ຕາ​ງ​ໜ້າ​ອົງ​ການ​ ສ​ປ​ຊ ​ເພື່ອ​ການ​ພັດ​ທະ​ນາ

          ໃນ​ວັນ​ທີ 09 ມີ​ນາ 2017 ທີຜ່ານ​ມາ​, ທ່ານ ສະ​ເຫຼີມໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ຮັບການເຊຶ້ອເຊີນໂດຍຕາງຫນ້າໃຫ້ບັນດາປະເທດໃນທະວີບອາຊີ ຂຶ້ນກ່າວຄໍາປາໄສ ຢູ່ໃນ​ພາກ​ເປີດ​ຂອງກອງ​ປະ​ຊຸມ​ບັນ​ດາ​ຜູ້​ປະ​ສານ​ງານ​ອົງ​ການ ສ​ປ​ຊ ແລະ ບັນ​ດາ ​ຜູ້​ຕາງ​ໜ້າ​ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ ປະ​ຈຳ​ປະ​ເທດ​ຕ່າງໆ…

ລາວ-ສາກົນ ຫາລື​ວຽກ​ງານປ່າ​ໄມ້​ ​​ເພື່ອ​ຕິດຕາມ​ການ​ເຄື່ອນ​ຍ້າຍ​ຂອງ​ໄມ້

  ເພື່ອແນໃສ່ຈັດຕັ້ງປະຕິບັດຄຳສັ່ງນາຍົກເລກທີ 15 ວ່າ​ດ້ວຍ​ການ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ການ​ຂຸດ​ຄົ້ນ​ໄມ້, ການ​ເຄື່ອນ​ຍ້າຍ ​ແລະ ທຸລະ​ກິດ​ໄມ້ ໃຫ້ມີປະສິດທິຜົນ, ກົມປ່າໄມ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມດັ່ງກ່າວຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ​ເພື່ອ​ປຶກສາ​ຫາລື ​ແລະ ​ເນັ້ນ​ໃຫ້​ພາກສ່ວນ​ກ່ຽວຂ້ອງເອົາໃຈໃສ່ ແລະ…

ລັດຖະບານອອກແຈ້ງການກ່ຽວກັບການສະເຫລີມສະຫລອງປີໃໝ່ ພສ 2560.

ເມື່ອມໍ່ມານີ້ຫ້ອງການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ເຖິງພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຊາບວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາ 2017 ກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16 ເປັນມື້ພັກວັນລັດຖະການສະນັ້ນ, ຈຶ່ງຕົກລົງເຫັນດີ ກຳນົດເອົາວັນທີ…

ເຮັດໃຫ້ມະຕິ 022/ຄບສພ ເຂົ້າສູ່ລວງເລິກ (ລະນຶກວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 62 ປີ)

ເມື່ອວັນທີ 13 ມັງກອນຜ່ານມານີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ອອກມະຕິ 022/ຄບສພ ວ່າດ້ວຍການແກ້ໄຂພະຍາດອາຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ພາຍຫລັງເຫັນວ່າໄປຄຽງຄູ່ກັບຜົນສຳເລັດອັນໃຫຍ່ຫລວງຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະເທດເຮົາກໍຜະເຊີນກັບສິ່ງທ້າທາຍທົດສອບຫລາຍປະການເຊັ່ນ: ການຂຸດຄົ້ນ ແລະ ນຳໃຊ້ທ່າແຮງດ້ານຊັບພະຍາກອນຍັງມີລັກສະນະຊະຊາຍ ປະສິດທິຜົນຕໍ່າ, ຄວາມອ່ອນແອໃນວຽກງານແຜນການ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ບັນຫາໜີ້ສິນຂອງລັດທີ່ໜັກໜ່ວງ,…

ອຸຍນີເຊບຊ່ວຍເຫລືອວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ

  ພິທີລົງນາມການຊ່ວຍເຫລືອວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກຢູ່ລາວປະຈຳປີ 2017-2018 ໃນມູນຄ່າ 7,2 ລ້ານໂດລາສະຫະລັດລະຫວ່າງ ທ່ານນາງ ຫົງເວ ກາວ ຜູ້ຕາງໜ້າອົງການອຸຍນິເຊບປະຈຳລາວ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະສຸກ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້ ເພື່ອຮັບປະກັນການບໍລິການເຊື່ອມສານຂອງວຽກງານສຸຂະພາບແມ່ ແລະ…

ລັດຖະມົນຕີກະຊວງການຕ່າງປະເທດສໍາເລັດການຢ້ຽມຢາມມາເລເຊຍ

ໂດຍຕອບສະໜອງຕາມການເຊີນຂອງທ່ານ ດາໂຕະ ສຣິ ອານີຟາ ຮາຈິ ອາມານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງມາເລເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ, ໄດ້ຢ້ຽມຢາມປະເທດມາເລເຊຍຢ່າງເປັນທາງການໃນລະຫວ່າງວັນທີ 16-18 ມີນານີ້, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ…

ຜົນ​ກອງ​ປະຊຸມ​ຂົນສົ່ງ​​ແບບຍືນ​ຍົງ ​ແລະ ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ

  ກອງ​ປະຊຸມ​ຂົນສົ່ງ​ແບບ​ຍືນ​ຍົງ ​ແລະ ​ເປັນ​ມິດຕໍ່ສິ່ງ​ແວ​ດລ້ອມຄັ້ງທີ 10 ​ໄດ້​​ໄຂ​ຂຶ້ນ​ແຕ່​ວັນ​ທີ 14-16 ມີນາ​ນີ້​ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ຄຳ​ຂວັນ: “ແຜນ​ດຳ​ເນີນ​ການ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ແບບ​ຍືນ​ຍົງ​ຮອດ​ປີ 2030 ທີ່​ສອດຄ່ອງ​ກັບ​​ແຜນ​ພັດທະນາ​ແບບ​ຍືນ​ຍົງ (2030 Road Map for Sustainable Transport-Aligning with Development…

ຜົນກອງປະຊຸມລັດຖະບານນາຍົກເນັ້ນເພີ່ມທະວີຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2017 ໄດ້ໄຂຂຶ້ນໃນວັນທີ 15-16 ນີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ກອງປະຊຸມໄດ້ປຶກສາຫາລືບັນຫາສໍາຄັນຄື: ສະພາບການຈັດຕັ້ງປະຕິບັດແຜນການ ແລະ ລາຍຮັບ-ລາຍຈ່າຍງົບປະມານ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດການປະມູນຊື້-ຂາຍໄມ້, ການສົ່ງອອກໄມ້ ແລະ ບັນດາໂຮງ ງານປຸງແຕ່ງໄມ້, ລາຍງານກ່ຽວກັບການດໍາເນີນທຸລະກິດຈໍານວນໜຶ່ງທີ່ບໍ່ສອດຄ່ອງກັບກົດໝາຍ, ລະບຽບການຂອງລັດ, ຮ່າງກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!