ເຊກອງ-ເທືອທຽນເຫ້ວເພີ່ມທະວີຮ່ວມມືດ້ານວຽກງານສາທາລະນະສຸກ

ພິທີ່ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈການຕົກລົງເພີ່ມທະວີການຮ່ວມມືດ້ານວຽກງານສາທາລະນະສຸກລະຫວ່າງ ແຂວງເຊກອງ ແລະ ໂຮງໝໍສູນກາງແຫ່ງທີ່ 2 ໃນແຂວງເທືອທຽນເຫ້ວແຫ່ງສສ ຫວຽດນາມ,   ໄດ້ມີຂຶ້ນ ໃນວັນທີ 6 ເມສານີ້, ໃນໂອກາດທີ່ຄະນະຜູ້ແທນໂຮງໝໍ ດັ່ງກ່າວ ເຊິ່ງນຳໂດຍທ່ານ ຟ້າມ ຍືທຽບ ສະມາຊິກສະພາ ແຫ່ງ ຊາດ ສສ…

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ແລະ ກອງປະຊຸມເວທີປຶກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ແລະ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈັດ​ຂຶ້ນ​ທີ່ອິນເດຍ

ໃນວັນທີ 7 ເມສານີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຂອງ ສປປ ລາວ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ…

ອັງເຊີນຄຳຂຶ້ນໂອບຍອດທາດປາລະມີພະທາດຫລວງ

ພິທີອັງເຊີນຄຳນໍ້າໜັກ 4 ກິໂລກັບ 16,33 ບາດຂື້ນໂອບຍອດດວງປີຍະທາດປາລະມີຈໍານວນ 30 ທາດ ແລະ ທາດສີທຳມະຫາຍໂສກຂອງພະທາດຫລວງວຽງຈັນຢ່າງເປັນທາງການໄດ້ມີຂຶ້ນໃນເຊົ້າວັນທີ 7 ເມສານີ້, ຊຶ່ງກົງກັບມື້ຂຶ້ນ 11 ຄ່ຳເດືອນ 5 ພສ 2560, ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູດ…

ອະດີດປະທານປະເທດຢ້ຽມຢາມສູນພັດທະນາກະສິກຳແຂວງສະຫວັນນະເຂດ

ເມື່ອທ້າຍອາທິດຜ່ານມາ, ທ່ານອະດີດປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ລົງເຄື່ອນໄຫວຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ໜອງເຕົ່າເຂດບ້ານໂພນສິມເມືອງໄກສອນພົມວິຫານແຂວງສະຫວັນນະເຂດ, ໂດຍມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນໂອກາດນີ້, ໄດ້ຮັບຟັງລາຍງານຈາກຮອງຫົວໜ້າສູນດັ່ງກ່າວວ່າ: ສູນພັດທະນາກະສິກໍາແຫ່ງນີ້ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມືລະຫວ່າງລາວ-ໄທ, ໂດຍມູນນິທິໄຊພັດທະນາໄດ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ, ພ້ອມທັງສະໜອງເຕັກນິກວິຊາການຝຶກອົບຮົມໃຫ້ພະນັກງານ ແລະ ປະຊາຊົນບ້ານໂພນສິມ ແລະ ບ້ານໃກ້ຄຽງຈໍານວນໜຶ່ງ,…

ກະຊວງ ຖວທ ຫວນຄືນມູນເຊື້ອຊາວໜຸ່ມ ປະຊາຊົນປະຕິວັດລາວຄົບຮອບ 62 ປີ

   ຄະນະບໍລິຫານງານຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປ ລາວ) ຄົບຮອບ 62 ປີ (14 ເມສາ 1955-14 ເມສາ 2017), ໂດຍການປາຖະກາຖາຂອງສະຫາຍ ອາລຸນໄຊ ສູນນະລາດ…

ສະຫວັນນະເຂດປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ, ກວດ ແລະ ຍຶດໄມ້ໄດ້ເປັນຈຳນວນຫລາຍ

ກອງປະຊຸມສະຫລຸບຖອດຖອນບົດຮຽນການຈັດຕັ້ງປະຕິ ບັດຄຳ ສັ່ງເລກທີ 15/ນຍ, ກຽ່ວກັບການກວດກາດັດສົມ ໂຮງງານ, ກວດກາໄມ້ສະໜາມ II, ສະໜາມ III ທົ່ວແຂວງສະ ຫວັນນະເຂດ ໄດ້ຈັດຂຶ້ນທີ່ຫ້ອງ ວ່າການ ປົກຄອງແຂວງ ໃນວັນທີ 6 ເມສານີ້, ໂດຍການເປັນປະທານ ຂອງທ່ານ…

ລາວຍ້ອງຍໍຜູ້ມີຜົນງານຮັບໃຊ້ກອງປະຊຸມສຸດ

ພິທີປະດັບຫລຽນໄຊແຮງງານໃຫ້ກົມກອງ, ບຸກຄົນ ແລະ ອານຸກໍາມະການຕ່າງໆທີ່ມີຜົນງານເດັ່ນໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ກອງປະຊຸມປີ່ນອ້ອມສໍາຄັນຕ່າງໆທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 5 ເມສານີ້ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ໃນນີ້ມີບຸກຄົນໄດ້ຮັບຫລຽນໄຊແຮງງານຊັ້ນ II ຈຳນວນ 3.100…

ກອງປະຊຸມມະຫາວິທະຍາ​ໄລຝຣັ່ງ​ໂກ​ໂຟນີ​ໄຂ​ຂຶ້ນທີ່ບາງກອກປະ​ເທດ​ໄທ

  ກອງປະຊຸມບັນດາອະທິການບໍດີຂອງມະຫາວວິທະຍາໄລທີ່ເປັນສະມາຊິກຂອງອົງການມະຫາວິທະຍາໄລຝຣັ່ງໂກ​ໂຟນີ (AUF) ໃນຂົງເຂດອາຊີ-ປາຊີຟິກ ຄັ້ງທີ 12 (CONFRASIE) ໄດ້ຈັດຂຶ້ນໃນວັນທີ 4 ເມສານີ້ທີ່ນະຄອນຫລວງບາງກອກ, ຣາຊະ​ອານາຈັກ​ໄທ​ໃນ​ຫົວຂໍ້: ມະຫາວິທະຍາໄລໃນຂົງເຂດອາຊີ-ປາຊີຟິກໃນປັດຈຸບັນ ແລະ ໃນອານາຄບົດ, ​ໂດຍມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ສູງ ​ແລະ ການ​ຄົ້ນ​ຄ້ວາ ​ເຊັ່ນ: ກຳປູ​ເຈຍ, ສ.​ເກົາຫລີ,…

 ກອງປະຊຸມປຶກສາຫາລືຄັ້ງທີ 2 ກ່ຽວກັບຮ່າງແຜນແມ່ບົດການສື່ສານໄອປາໄຂຂຶ້ນທີນະຄອນຫຼວງວຽງຈັນ

ກອງປະຊຸມປຶກສາຫາລືຄັ້ງທີ 2 ກ່ຽວກັບການ​ປະກອບ​ຄຳ​ຄິດ​ເຫັນ​ໃສ່ຮ່າງແຜນແມ່ບົດການ ສື່ສານໄອປາ ແລະ ຮ່າງແຜນການປັບປຸງໂລໂກ້ໃໝ່ຂອງໄອປາ​​ຂື້ນ,ທີ່​ນະຄອນຫຼວງ​ວຽງ​ຈັນ​,ໃນ​ວັນ​ທີ 4 – 5 ​ເມສາ​ນີ້, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອິດສະຫຼະ ​ເສ​ຂາ​ທິການ​ໃຫຍ່​​ໄອ​ປາ, ທ່ານ ວຽງທະວີສອນ ເທບພະຈັນ, ຮອງປະທານກຳມາທິການການຕ່າງປະເທດ ຜູ້​ຕ່າງ​ໜ້າ​ອົງການ GIZ ​,ພ້ອມ​ດ້ວຍ​ຜູ້ຕາງໜ້າ…

ຄະນະໂຄສະນາອົບຮົມສູນກາງພັກ​ເຜີຍ​ແຜ່​ເນື້ອ​​ໃນ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ

​ໃນ​ວັນ​ທີ 5 ​ເມສານີ້ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ (ຄອສພ),​ ໄດ້ຈັດເຜີຍແຜ່​ເນື້ອ​ໃນຂອງ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດປະຈຳປີ 2016 ​ແລະ ທິດ​ທາງ​ແຜນການ​ປີ 2017, ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ ຄຳ​ໝັ້ນ ຈັນທະ​ລັງສີ ຮອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ. ຈຸດປະສົງ​ຂອງການ​ເຜີຍ​ແຜ່​ເນື້ອ​ໃນ​ດັ່ງກ່າວ​ເພື່ອ​ສຶກສາ​ອົບຮົມ​ໃຫ້​ສະມາຊິກ​ພັກ,​ ພະນັກງານ-ລັດຖະກອນພາຍ​ໃນ ຄອສພ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ບົດບາດ, ຄວາມ​ສຳຄັນ ​ແລະ ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ວຽກ​ງານ​ກວດກາ​ພັກ-​ລັດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!