ປະທານປະເທດ ບຸນຍັງ ວໍລະຈິດ ຈະເດີນທາງເຂົ້າຮ່ວມເວທີ ປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ”.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວຈະເດີນທາງເຂົ້າຮ່ວມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພຶດສະພານີ້ທີ່ນະຄອນຫລວງປັກກິ່ງ ສປຈີນ. ເວທີປຶກສາຫາລືດັ່ງກ່າວຖືກຈັດຂຶ້ນເປັນຄັ້ງທຳອິດພາຍຫລັງທ່ານ ສີ ຈິນ ຜິງ ປະທານປະເທດ ສປຈີນ ໄດ້ປະກາດຂໍ້ລິເລີ່ມ…