ໂຄງການໄຟຟ້ານ້ຳງຽບຈັດພິທີກັກເກັບນ້ຳໃນອ່າງດັດສົມ

ພິທີກັກເກັບນ້ຳໃນອ່າງດັດສົມນ້ຳຂອງເຂື່ອນໄຟຟ້ານ້ຳງຽບ1ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພານີ້ທີ່ເຂ່ືອນດັ່ງກ່າວ ໃນບ້ານຫາດຢືນເມືອງບໍລິຄັນ ແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຂອງ ທ່ານກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ. ທ່ານ ໂຢຊິຮິໂລ ຢາມາບາຢາຊິ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດໃຫ້ຮູ້ວ່າ: ພາຍຫລັງທີ່ຕັນນ້ຳ ແລ້ວ ຈະເຮັດໃຫ້ນ້ຳໃນອ່າງຄ່ອຍໆ ສູງຂຶ້ນສະເລ່ຍ…

ໂຄງການປະຕິສັງຂອນພະທາດຫລວງສຳເລັດແລ້ວ 95%

            ເຊົ້າວັນທີ 17 ພຶດສະພານີ້, ຄະນະຮັບຜິດຊອບລະດັບຊາດໂຄງການປະຕິສັງຂອນພິພິທະພັນພະທາດ ຫລວງວຽງຈັນຄັ້ງທີ IV, ນຳໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທັງເປັນປະທານ ຄະນະກຳມະການໂຄງການດັ່ງກ່າວ ລົງຕິດຕາມກວດກາຄວາມຄືບໜ້າ ແລະ ຊີ້ນຳການປະຕິສັງຂອນຄັ້ງນີ້. ທ່ານ ບຸນມີ ສອນມີໄຊ ປະທານບໍລິສັດ…

ສປປ ລາວສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເພື່ອເຊື່ອມຈອດສາກົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມເວທີປືກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ລະຫວ່າງວັນທີ 14-15 ພຶດສະພານີ້, ທີ່ ສປຈີນ ຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ໄດ້ມີຄໍາປາໄສຕໍ່ທີ່ປະຊຸມໃນຫົວຂໍ້: “ ການຮ່ວມມືດ້ານການເຊື່ອມຈອດເພື່ອການພັດທະນາທີ່ຕິດຈອດ” ວ່າ: ໃນຍຸກແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນຄືດັ່ງປັດຈຸບັນນີ້, ການຮ່ວມມືດ້ານການພັດທະນາແມ່ນສິ່ງຈຳເປັນ ແລະ…

ມາດຕະການຈັດເກັບລາຍຮັບຂອງລັດ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການເກັບລາຍຮັບເພີ່ມຂຶ້ນ, ລັດຖະບານຈະສືບຕໍ່ດຳເນີນມາດຕະການດ້ານລາຍຮັບໃຫ້ເຂັ້ມງວດ, ທັນສະພາບການ ແລະ ມີປະສິດທິຜົນ ຄື: ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງກ່ຽວກັບ 10 ຂໍ້ຫ້າມຂອງພະນັກງານການເງິນໃຫ້ທົ່ວເຖິງທັງໃນຂະແໜງການເງິນ ແລະ ຂະແໜງການອື່ນໆ, ປັບປຸງການຈັດຕັ້ງຂະແໜງການເງິນໃຫ້ສອດຄ່ອງ ແລະ ມີປະສິດທິຜົນກວ່າເກົ່າ, ໂດຍເນັ້ນໃສ່ບັນດາດ່ານພາສີສາກົນ…

ປະທານປະເທດສໍາເລັດການເຂົ້າຮ່ວມເວທີປືກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ ສປ ຈີນ

  ໃນວັນທີ 14-15 ພຶດສະພານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວໄດ້ເຂົ້າຮ່ວມກອງປະຊຸມເວທີປືກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ພາຍໃຕ້ຫົວຂໍ້: “ການຮ່ວມມືເພື່ອຄວາມວັດທະນາຖາວອນຮ່ວມກັນ” ທີ່ປັກກິ່ງ ສປຈີນ, ໂດຍມີປະມຸກລັດ ແລະ ຫົວໜ້າລັດຖະບານຫລາຍກວ່າ 20…

ລາວທົບທວນໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ

     ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ກົມ​ປ່າ​ໄມ້ ກະຊວງ​ກະສິກຳ-ປ່າ​ໄມ້ ​ແລະ ອົງການ​ໄຈ​ກາ ​ໄດ້​ຈັດ​ກອງ​ປະຊຸມຄະນະ​ກຳມະການ​ປະສານ​ງານ​ຮ່ວມ​ຄັ້ງທີ 2 ຂຶ້ນທີ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ທົບ​ທວນຄືນ​ການຈັດຕັ້ງປະຕິບັດ​ໂຄງການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ຍົງ, ພາຍຫລັງ​ລັດຖະບານ​ໄດ້​ໂອນ​ວຽກ​ປ່າ​ໄມ້​ຈາກ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ມາ​ໃຫ້​ກະຊວງ​ກະສິກຳ-ປ່າ​ໄມ້ ​ເປັນ​ຜູ້​ຮັບຜິດຊອບ.   ການ​ຫາລື​ເທື່ອ​ນີ້​ໄດ້​ເນັ້ນ​ໃສ່​ຫລາຍ​ບັນຫາ​ສຳຄັນ ຄື​ການ​ສະໜັບສະໜູນ​ຂອງ​ອົງການ​ໄຈ​ກາ​ເຂົ້າ​ໃນ​ວຽກ​ງານ REDD+ ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫລາຍ​ກວ່າ​ປີ​ເຄິ່ງ,…

ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກວ່າດ້ວຍອາຊຽນ

ໃນລະຫວ່າງວັນທີ 10-12 ພຶດສະພານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ຄັ້ງທີ 26 (World Economic Forum…

ລັດກໍານົດ 590 ເປົ້າໝາຍຈະກວດສອບໃຫ້ສໍາເລັດພາຍໃນ 5 ປີຕໍ່ໜ້າ

ຕາມການລາຍງານຢູ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນໃນປັດຈຸບັນນີ້ຂອງປະທານອົງການກວດສອບແຫ່ງລັດ ນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ແຕ່ປີ 2017-2021 ໄດ້ກໍານົດເປົ້າໝາຍກວດສອບໄວ້ແລ້ວທັງໝົດ 590 ຫົວໜ່ວຍ, ໃນນັ້ນອົງການຈັດຕັ້ງລັດຂັ້ນສູນກາງມີ 120 ຫົວໜ່ວຍ, ຂັ້ນທ້ອງຖິ່ນ 235 ຫົວໜ່ວຍ, ທະນາຄານລັດ ແລະ ລັດຮ່ວມທຶນຈໍານວນ 55…

ສະພາຮັບຮອງເອົາກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນ ແລະ ກົດໝາຍວ່າດ້ວຍສະຖິຕິ

ຮ່າງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ຮ່າງກົດໝາຍວ່າດ້ວຍສະຖິຕິ ໄດ້ຖືກນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 11 ພຶດສະພານີ້, ເຫັນວ່າ ສສຊ ໄດ້ພິຈາລະນາ ແລະ ເປັນເອກະພາບຮັບຮອງເອົາກົດໝາຍທັງສອງສະບັບດັ່ງກ່າວດ້ວຍຄະແນນສຽງສ່ວນຫລາຍ. ໃນພາກເຊົ້າຂອງວັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ…

ທ່ານນາຍົກລັດຖະມົນຕີສຳເລັດການຢ້ຽມຢາມມາເລເຊຍ

   ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະໄດ້ສຳເລັດການຢ້ຽມຢາມປະເທດມາເລເຊຍຢ່າງເປັນທາງຕາມຄໍາເຊີນຂອງ ທ່ານ ດາໂຕະ ສຣິ ນາຈິບຕຸນ ອັບດູນ ຣາຊັກ ນາຍົກລັດຖະມົນຕີແຫ່ງມາເລເຊຍໃນວັນທີ 9-10 ພຶດສະພານີ້. ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!