ລັດຖະບານອອກແຈ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນໃຫ້ມີບັນຍາກາດຟົດຟື້ນ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຍຸດທະສາດພັດທະນາປ່າໄມ້ແຕ່ນີ້ຮອດປີ 2020 ແລະ ຄາດໝາຍດ້ານສິ່ງແວດລ້ອມທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກປາກົດຜົນເປັນຈິງ, ພ້ອມທັງເປັນການສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາທີ່ຈະເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ. ຫ້ອງວ່າການລັດຖະບານໄດ້ອອກແຈ້ງການດັ່ງນີ້: (1) ມອບໃຫ້ບັນດາກະຊວງ-ອົງການທຽບເທົ່າກະຊວງ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕຳຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້…