ປະຊາຊົນ ບ້ານໂພນຕູມ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ສົມທົບທຶນ 217 ລ້ານກ່ວາກີບສ້ອມແປງທາງເຂົ້າບ້ານ
ການກໍ່ສ້າງສ້ອມແປງ ເສັ້ນທາງເຂົ້າບ້ານໂພນຕູມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ມາຮອດປັດຈຸບັນສໍາເລັດແລ້ວ 100% ພາຍຫຼັງ ປະຕິບັດມາແຕ່ຕົ້ນເດືອນຕຸຸລາ ຜ່ານມາ ຕົກເປັນມູນຄ່າ 239 ລ້ານກວ່າກີບ, ໃນນີ້ມີທຶນປະກອບສ່ວນຂອງປະຊາຊົນ ພາຍໃນບ້ານ 217 ກວ່າລ້ານກີບ ແລະ ທຶນສົມທົບຂອງບໍລິສັດຜູ້ຮັບເໝົາ 22…