ຕຳຫລວດໄຊຍະບູລີມອບລົດຈັກຄືນເຈົ້າຂອງເດີມ

ເມື່ອບໍ່ມານີ້, ເຈົ້າໜ້າທີ່ ປກສແຂວງໄຊຍະບູລີໄດ້ມອບລົດຈັກ 1 ຄັນຄືນໃຫ້ເຈົ້າຂອງເດີມ, ພາຍຫລັງເກັບກູ້ມາໄດ້ຖືກຄົນຮ້າຍລັກໄປແຕ່ກາງເດືອນກຸມພາ 2019 ຜ່ານມາ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງມີຄົນບໍ່ດີໄດ້ລັກລົດຈັກຍີ່ຫໍ້ຮອນດ້າເວັບ 110 ໄອສີດໍາແດງ, ໝາຍເລກທະບຽນ ຈຍ 3748 ໄຊຍະບູລີທີ່ຈອດໄວ້ປ່າເຂດຫ້ວຍຄາຍ, ບ້ານໂພນແກ້ວເມືອງແລະແຂວງໄຊຍະບູລີ, ຈຶ່ງໄດ້ຕິດຕາມກວດກາແລະຮູ້ວ່າຄົນຮ້າຍຊື່ທ້າວ ທອງ ຢ່າງ…

ຕຳຫລວດ​ສິ່ງ​ແວດ​ລ້ອມ​ແຂວງ​ຄຳ​ມ່ວນ​ທຳລາຍ​ໄກ່ 200 ກວ່າ​ໂຕ ທີ່​ລັກລອບ​ນຳ​ເຂົ້າບໍ່​ຖືກຕ້ອງ

ເຈົ້າໜ້າທີ່ ຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ນຳໄກ່ເກືອບ 200 ໂຕ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຈາກປະເທດ​ໃກ້​ຄຽງມາຝັງຖິ້ມ​ເພື່ອ​ບໍ່​ໃຫ້​ພວກ​ມັນ​ຖືກ​ນຳ​ໄປ​ຂາຍໃນຕະຫລາດຕ່າງໆ ໃນເທບານເມືອງທ່າແຂກ ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບລາຍງານຈາກປະຊາຊົນວ່າ ມີຄົນລັກລອບນຳເຂົ້າ ແລະ ເຄື່ອນຍ້າຍສັດປິກ (ໄກ່) ຈາກປະເທດໄທ ເຂົ້າມາ ສປປ…

ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບໃນຫລາຍ 5 ບ້ານຂອງເມືອງ ຮ້ຽມ

 ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ຕຸລາ ມາຮອດເດືອນ ພະຈິກ 2019ນີ້, ໄດ້ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບ ງົວ-ຄວາຍ ຢູ່ 5 ບ້ານພາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ ຄື: ບ້ານແທນຮີ້ງ,…

ຫລວງພະບາງ ຖືການທ່ອງທ່ຽວເປັນທ່າ​ແຮງ​ພັດ​ທະນາ

  ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະ ພາແຫ່ງຊາດ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່​ມວນ​ຊົນໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ການພັດທະນາເສດຖະກິດ-ສັງຄົມຂອງແຂວງຫລວງພະບາງຫຕະລອດໄລຍະ 40 ກວ່າປີຜ່ານມານັ້ນ, ເຫັນວ່າມີການພັດທະນາຢ່າງຮອບດ້ານ, ໜັກແໜ້ນ…

ສາລະວັນທຳລາຍສິນຄ້າຜິດ​ກົດໝາຍ ​ແລະ ​ເສື່ອ​ມຄຸນລວມມູນ​ຄ່າ 100 ລ້ານ​ກວ່າ​ກີບ.

​ໃນ​ອາທິດ​ຜ່ານ​ມາ​ນີ້, ​ເຈົ້າໜ້າ​ທີ່​ອຸດ​ສາຫະກໍາ ​ແລະ ການ​ຄ້າ​ແຂວງ​ສາລະວັນ ​ໄດ້​ນໍາ​ເອົາ​ສີນ​ຄ້າ​ຜິດ​ກົດໝາຍ ​ແລະ ​ເສື່ຶອມຄຸນ​ຫລາຍ​ລາຍການ ຄື: ຈັກສະຕິນ, ອາ​ໄຫລ່ອາວຸດລ່າເນື້ອ, ຈານດາວທຽມທີ່ລັກລອບນຳເຂົ້າຜິດ​ລະບຽບກົ​ດໝາຍ, ນອກ​ນີ້ຍັງ​ມີ​ສີນ​ຄ້າ​ປະ​ເພດ​ເຄື່ອງ​ໃນ​ສັດ, ຢາສູບ, ​ອາຫານ​ສໍາ​ເລັດ​ຮູບ, ນົມ, ​ເຂົ້າໜົມ ​ແລະ ​ເຄື່ອງ​ດື່ມ​ຕ່າງໆ​ທີ່​ໝົດ​ອາຍຸນໍາ​ໃຊ້ ລວມມີ​ມູນ​ຄ່າ​ຫລາຍ​ກວ່າ 116…

ເມືອງ ພູຄູນ ທຳລາຍເງິນປອມ ຫຼາຍກວ່າ 40 ລ້ານກວ່າກີບ

ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພູຄູນ ແຂວງຫລວງພະບາງໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຫລາຍກວ່າ 40 ລ້ານກີບຂຶ້ນໃນວັນທີ 21 ພະຈິກນີ້, ຢູ່ເມືອງຂອງຕົນ ໂດຍການເຂົ້າຮ່ວມຂອງທ່ານ  ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງ ເມືອງ ພູຄູນ, ເຈົ້າໜ້າທີ່ຢຶດ…

ກົມ​ສົ່ງ​ເສີມ​ເຕັກນິກ ​ແລະ ປຸ່ງ​ແຕ່ງ​ກະສິກຳ​ມອບ​ແນວ​ພັນ​ເຂົ້າ​ໃຫ້​ແຂວງ​ຄຳ​ມ່ວນ 100 ​ໂຕນ

ວັນທີ 22 ພະຈິກນີ້, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຄື່ອນໄຫວມອບແນວພັນເຂົ້າລຸ້ນ 3 ຈຳນວນ 100 ໂຕນ ໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ເພື່ອມອບຕໍ່ ໃຫ້ແກ່ບັນດາເມືອງທີ່ໄດ້ຮັບ ຜົນກະທົບນ້ຳຖ້ວມເມື່ອລະດູຝົນຜ່ານມາ…

ບຸນຊ້າງ ໄຊຍະບູລີ ປີນີ້ຈະໃຫ້ຄຶກຄື້ນກວ່າ

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີທັງເປັນປະທານຈັດງານມະຫະກຳບຸນຊ້າງປີນີ້ໄດ້ແຈ້ງໃຫ້ຮູ້ວ່າ: ງານມະຫະກຳບຸນຊ້າງໄຊຍະບູລີໃນປີນີ້ ຈະຈັດຂຶ້ນໃນວັນທີ 18 ກຸມພາ 2020 ຈະມາເຖິງນີ້, ໃຫ້ມີບັນຍາກາດຄຶກຄື້ນກວ່າ ເຊິ່ງຈິມີກິດຈະກຳຕ່າງໆ ຢ່າງຫລວງຫລາຍເຊັ່ນ: ການວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນ, ຕ່າງແຂວງ…

ຫລາຍເຂດໃນແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ

    ແຫລງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ພາຍຫລັງໄດ້ເກີດແຜ່ນດິນໄຫວໃນເຊົ້າວັນທີ 21 ພະຈິກນີ້ ມີຄວາມແຮງ 6,4 ຣິກເຕີ, ມີຈຸດໃຈກາງຢູ່ເມືອງຫົງສາ ແຂວງໄຊຍະບູລີ, ສົ່ງຜົນໃຫ້ຫລາຍເຂດໃນແຂວງດັ່ງກ່າວຄື: ເມືອງຫົງສາ ແລະ ເມືອງໄຊສະຖານ ໄດ້ຮັບຜົນກະທົບ, ມີເຮືອນຊານ 89 ຫລັງ, ວັດ 5…

ເມືອງໜອງບົກ ເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 90%

        ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໜອງບົກ, ແຂວງຄຳມ່ວນໃຫ້ຮູ້​ວ່າ: ການເກັບກ່ຽວ ເຂົ້ານາປີ ຂອງຊາວກະສິກອນເມືອງໜອງບົກ ມາ​ຮອດ​ປັດຈຸບັນ​ສຳ​ເລັດ​ແລ້ວ 90% ຂອງ​ເນື້ອທີ່​ປັກ​ດຳ ຕົວຈິງ 15.880 ເຮັກຕາ. ແຕ່ມາຮອດຕົ້ນເດືອນສິງຫາ ແມ່ນໄດ້ຖືກໄພນໍ້າຖ້ວມເສຍຫາຍ 4.750 ເຮັກຕາ ຍັງເຫຼືອພື້ນທີ່ເກັບກ່ຽວຕົວຈິງແມ່ນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!