ອາທິດຜ່ານມາເກີດໄຟໄໝ້ເຮືອນປະຊາຊົນ 2 ຫລັງຢູ່ນະຄອນຫລວງວຽງຈັນ
ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ, ໄດ້ເຕືອນໃຫ້ປະຊາຊົນເພີ່ມສະຕິລະວັງໃນການຊົມໃຊ້ຟື້ນໄຟໃຫ້ສູງຂຶ້ນ, ຫລັງຈາກເຫັນວ່າໃນອາທິດຜ່ານມາເກີດມີໄຟໃໝ້ເຮືອນປະຊາຊົນ 2 ຫລັງຄື: ເມື່ອເວລາປະມານ 17:00 ໂມງຂອງວັນທີ 4 ມີນາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນກໍ່ 3 ຊັ້ນຢູ່ບ້ານໂພນທັນ, ເມືອງໄຊເສດຖາ, ຊຶ່ງເຈົ້າຂອງເຮືອນຊື່ທ່ານ ແສງຄຳ ພີນິກ, ໂດຍໄຟໄດ້ໃໝ້ຢູ່ເທິງຊັ້ນ 3…