ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ

          ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ໃຫ້ຮູ້ວ່າ: ປີ 2016 ຜ່ານມາມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆໃນເມືອງວັງວຽງຫລາຍກວ່າ 110 ຄົນ, ໃນນັ້ນນັກທ່ອງທ່ຽວພາຍຈໍານວນ 38 ພັນກວ່າຄົນ ແລະ ຕ່າງປະເທດປະ ມານ…

ຮ້ານ​ສຸດ​ຍອດ​ລາວ​ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ

 ເພື່ອສ້າງຄວາມສະດວກ ແລະ ເພີ່ມທາງເລືອກໃຫ້ແກ່ລູກຄ້າໃນນະຄອນຫຼວງວຽງຈັນທີ່ຕ້ອງຊື້ສີນຄ້າອຸປະໂພກ-ບໍລິໂພກທີ່ຂຶ້ນຊື່ຂອງແຕ່ລະທ້ອງຖິ່ນທົ່ວປະເທດເພື່ອເປັນຂອງຕ້ອນຂອງຝາກ. ສະນັ້ນທ່ານນາງ ລັດສະໜີ ເວດສະພົງ ຜູ້ບໍລິຫານບໍລິສັດແມ່ຂອງຂາເຂົ້າ-ຂາອອກ ຈຳກັດ ຈຶ່ງມີແນວຄິດຮວບຮວມເອົາບັນດາຜະລິດຕະພັນປະເພດອຸປະໂພກ-ບໍລິໂພກທີ່ພົ້ນເດັ່ນຂອງທ້ອງຖິ່ນຕ່າງໆມາໄວ້ບ່ອນດຽວ, ໂດຍມີຊື່ວ່າ: “ຮ້ານລາວສຸດຍອດ (Lao Best)”, ຊຶ່ງຕັ້ງຢູ່ອາຄານດ້ານໜ້າສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ແລະ ພິທີເປີດຮ້ານດັ່ງກ່າວຢ່າງເປັນທາງການໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ໂດຍມີທ່ານປະທານສະຫະພັນແມ່ຍິງລາວ ນາງອິນລາວັນ ແກ້ວບຸນພັນ…

ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ

    ໃນວັນທີ 7 ມີນານີ້, ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານປະຈຳປີ 2016 ແລະ ຜ່ານແຜນການປີ 2017 ຂຶ້ນ ໂດຍການເປັນປະທານຂອງທ່ານ ບຸນອຸ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ຟຟລ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ…

ບໍລິສັດ ພູເບັ້ຍ ມາຍນິງສົ່ງເສີມຄວາມຫຼາກຫຼາຍໃນຂະແໜງບໍ່ແຮ່

ພະນັກງານຍິງປະຈຸບັນກວມເອົາ 16% ຂອງພະນັກງານທັງໝົດ, ພະນັກງານຈຳນວນຫຼາຍທ່ານໄດ້ຮັບຕຳແໜ່ງທີ່ເປັນຕຳແໜ່ງຂອງເພດຊາຍໃນເມື່ອກ່ອນ, ເຊິ່ງປະກອບດ້ວຍການຂັບລົດບັນທຸກ, ການຊີເຈາະ, ການຂຸດຄົ້ນ ແລະ ການຄວບຄຸມກົນຈັກໃນຫ້ອງຄວບຄຸມ. ຄວາມຫຼາກຫຼາຍຂອງແຮງງານໃນບໍລິສັດແມ່ນເກີດຂຶ້ນຈາກໂຄງການຝຶກອົບຮົມ ແລະ ວິຊາຊີບໃນຫຼາຍຂົງເຂດຂອງການດຳເນີນທຸລະກິດຕົ້ນຕໍເຊັ່ນ: ໂຄງການພັດທະນາຄວາມເປັນຜູ້ນໍາຂອງບໍລິສັດ ພູເບັ້ຍ ມາຍນິງປະກອບດ້ວຍສີ່ຫຼັກສູດທີ່ຈັດຕັັ້ງປະຕິບັດພາຍໃນບໍລິສັດ ແລະ ຫຼັກສູດຈາກພາຍນອກດ້ານການພັດທະນາຄວາມເປັນຜູ້ນຳທີ່ອອກແບບມາສະເພາະສຳລັບພະນັກງານຄົນລາວທີ່ມີຕຳແໜ່ງລະດັບຜູ້ຄຸມງານ ແລະ ຮອງຫົວໜ້າພະແນກ. ເນື້ອໃນຫຼັກສູດກວມເອົາຂົງເຂດການວາງແຜນ…

ບໍ່ຕິດສະຫລາກສີນຄ້າເປັນພາສາລາວແມ່ນຜິດລະບຽບ

          ພາຍຫລັງ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ, ໄດ້ອອກຄໍາສັ່ງກ່ຽວກັບການຕິດສະຫລາກສີນຄ້າເປັນພາສາລາວນັບແຕ່ທ້າຍປີ 2015 ຜ່ານມາ ແລະ ຕໍ່ມາກົມການຄ້າພາຍໃນກະຊວງດັ່ງກ່າວກໍໄດ້ມີຄໍາແນະນໍາເຖິງບັນດາພະແນກການອຸດສະຫະກໍາ ແລະ ການຄ້າໃນຂອບເຂດທົ່ວປະເທດເພື່ອຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວໃຫ້ເປັນເອກະພາບ ແລະ ມີປະສິດທິຜົນ ແລະ ເມື່ອຕົ້ນເດືອນກຸມພາຜ່ານມານີ້ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນໄດ້ເລີ່ມລົງຊຸກຍູ້ການຕິດສະຫລາກສີນຄ້າເປັນພາສາລາວຢູ່ບັນດາບໍລິສັດນໍາເຂົ້າສີນຄ້າອຸປະ ໂພກ-ບໍລິໂພກຫລາຍແຫ່ງໃນນະຄອນຫລວງວຽງຈັນແລ້ວ….

ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ

          ປັດຈຸບັນ, ເຫັນວ່າອຸປະຕິເຫດຕາມທ້ອງຖະໜົນແມ່ນເກີດຂຶ້ນລຽນຕິດລາຍວັນ, ເຊິ່ງແຕ່ລະປີໄດ້ຂ້າຊີວິດຫລາຍຮ້ອຍຄົນ, ສະເລ່ຍແລ້ວຈະມີຄົນເສຍຊີວິດປະມານ 2-3 ຄົນຕໍ່ມື້. ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບ, ພິການເປັນຈຳນວນຫລາຍຮ້ອຍຫລາຍພັນຄົນ, ຊຶ່ງໄດ້ສົ່ງຜົນກະທົບໜັກໜ່ວງສົມຄວນຕໍ່ທາງດ້ານເສດຖະກິດ-ສັງຄົມ. ອີງຕາມບົດລາຍງານຂອງອົງການອະນາໄມໂລກໃນເດືອນພຶດສະພາ 2014 ອຸປະຕິເຫດຕາມທ້ອງຖະໜົນແມ່ນໜຶ່ງໃນ 10 ສາເຫດຕົ້ນຕໍຂອງການຕາຍຂອງປະຊົນລາວ, ໂດຍມີອັດຕາການຕາຍສູງກ່ວາການຕາຍຈາກມະເຮັງປອດ, ມະເຮັງເຕົ້ານົມ, ພະຍາດຕັບ ແລະ ພະຍາດອື່ນໆ….

ອາທິດຜ່ານມາເກີດໄຟໄໝ້ເຮືອນປະຊາຊົນ 2 ຫລັງຢູ່ນະຄອນຫລວງວຽງຈັນ

           ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ, ໄດ້ເຕືອນໃຫ້ປະຊາຊົນເພີ່ມສະຕິລະວັງໃນການຊົມໃຊ້ຟື້ນໄຟໃຫ້ສູງຂຶ້ນ, ຫລັງຈາກເຫັນວ່າໃນອາທິດຜ່ານມາເກີດມີໄຟໃໝ້ເຮືອນປະຊາຊົນ 2 ຫລັງຄື: ເມື່ອເວລາປະມານ 17:00 ໂມງຂອງວັນທີ 4 ມີນາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນກໍ່ 3 ຊັ້ນຢູ່ບ້ານໂພນທັນ, ເມືອງໄຊເສດຖາ, ຊຶ່ງເຈົ້າຂອງເຮືອນຊື່ທ່ານ ແສງຄຳ ພີນິກ, ໂດຍໄຟໄດ້ໃໝ້ຢູ່ເທິງຊັ້ນ 3…

ວາລະສານວາວກຽມສະຫລອງວັນເກີດຄົບຮອບ 5 ປີ

  ໃນວັນທີ 3 ມີນານີ້, ຄະນະບໍລິຫານວາລະສານວາວ (WOW Magazine) ໄດ້ຖະແຫຼ່ງຂ່າວຕໍ່ສືມວນຊົນກ່ຽວກັບການສະເຫລີມສະຫລອງຄົບຮອບ 5 ປີຂອງການສ້າງຕັ້ງວາລະສານຕົນທີ່ຈະຈັດຂຶ້ນໃນວັນທີ 18 ມີນານີ້ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ຜູ້ບໍລິຫານວາລະສານດັ່ງກ່າວ ໃຫ້ຮູ້ວ່າ: ງານດັ່ງກ່າວມີຊື່ວ່າ: ວຽງຈັນ ວາວ ແຟຊັນ ວິກ…

ທ່ານ ເທບ ຖາວອນສຸກ ຂາຍຮູບແຕ້ມເພື່ອຊ່ວຍເຫລືອປຸກສ້າງໂຮງຮຽນໃນເຂດຊົນນະບົດ

ການວາງສະແດງ ແລະ ຈຳໜ່າຍຮູບແຕ້ມເກືອບ 30 ແຜ່ນຂອງນັກແຕ້ມຊື່ດັງຂອງລາວທ່ານ ເທບ ຖາວອນສຸກ ມີຂຶ້ນໃນວັນທີ 3-5 ມີນາຜ່ານມານີ້ທີ່ໂຮງແຮມເມີກຽວ, ນະຄອນຫລວງວຽງຈັນ ເພື່ອນໍາເງິນທີ່ໄດ້ໄປຊ່ວຍເຫລືອເດັກຍ້ອນດ້ວຍໂອກາດຢູ່ເຂດຊົນນະບົດຂອງປະເທດ. ຮູບແຕ້ມແຕ່ລະແຜ່ນໄດ້ສື່ເຖິງຄວາມໝາຍທີ່ແຕກຕ່າງກັນ ແລະ ເດັ່ນກວ່າໝູ່ແມ່ນຮູບແຕ້ມທີ່ມີສື່ວ່າ: “ເທດສະການປ່ອຍໂຄມໄຟຂຶ້ນທ້ອງຟ້າ” ໂດຍສື່ໃຫ້ເຫັນແສງສະຫວ່າງໃນໂຄມໄຟດັ່ງກ່າວນັ້ນທີ່ມີຫລາຍອັນເທົ່າໃດຕ່າງກໍແຈ້ງສະຫວ່າງຫລາຍຂຶ້ນເທົ່າຕົວ, ໂດຍຕັ້ງລາຄາສູງເຖິງ 38.500 ໂດລາສະຫະລັດ…

8 ນະໂຍບາຍຂອງລາວເພື່ອຊຸກຍູ້ເສດຖະກິດໃນສົກນີ້

ກະຊວງແຜນການ ແລະ ການລົງທືນ ໃຫ້ຮູ້ວ່າ: ໃນປີນີ້, ລັດຖະບານໄດ້ດຳເນີນຫລາຍມາດຕະການ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດສະກິດໃຫ້ມີການຂະຫລາຍຕົວຕໍ່ເນື່ອງ, ໂດຍເລັ່ງປະຕິບັດ 8 ນະໂຍບາຍເພື່ອກະຕູ້ນເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວຄື: (1) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງໂດຍດໍາເນີນມາດຕະ ການການເງິນ-ເງິນຕາໃຫ້ກົມກຽວເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ7%, ພ້ອມທັງເພີ່ມທະວີເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານພາສີ-ອາກອນຢ່າງໃກ້ຊິດ, ສົ່ງເສີມການລົງທຶນ ແລະ ດໍາເນີນທຸລະກິດ, ແກ້ໄຂການຊໍາລະສະສາງໃຫ້ມີສະພາບຄ່ອງ, ຊອກວິທີແກ້ໄຂການຊໍາລະໜີ້ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!