ສປຊ ປະນາມການໂຈມຕີແບບກໍ່ການຮ້າຍຢູ່ນະຄອນຫລວງຊີຣີ

ວັນ​ທີ 12 ມີນາ​ນີ້, ທ່ານ ອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼ​ງການ​ຜ່ານ​ໂຄສົກ​ຂອງ​ຕົນ ​ໂດຍ​ໄດ້ກ່າວປະນາມການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ສອງ​ເທື່ອ​ຢູ່​ນະຄອນຫຼວງດາ​ມັສ ປະເທດ​ຊີຣີ​ ໃນ​ວັນ​ທີ 11 ມີນາ, ທັງ​ໄດ້​ເນັ້ນ​ວ່າ​ຕ້ອງ​ສືບສວນ​ເພື່ອ​ຫາ​ຄວາມຮັບຜິດຊອບຈາກຜູ້​​ໂຈມ​ຕີ. ຂ່າວ​ແຈ້ງວ່າ: ລົດ​ໂດຍສານ​ສອງ​ຄັນ​ທີ່​ບັນທຸກຊາວ​ມຸດສະລິ​ມ​ນິກາຍ​ຊີອະຂອງ​ອີຣັກ​ໄດ້ຖືກ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ຢູ່​ນະຄອນຫຼວງ​ດາ​ມັສ ​ໃນ​ວັນ​ທີ 11 ມີນາ​ນີ້ ​ເຮັດ​ໃຫ້​​ເສຍ​ຊີວິດຫຼາຍ​ສິບ​ຄົນ….

ທະຫານອີຣັກຍຶດພື້ນທີ່ເຂດໃກ້ເມືອງເກົ່າໂມຊຸເພື່ອຕັດຂາດທາງປົບໜີຂອງກຸ່ມ IS

ຂ່າວສານ​ຊິນ​ຮວາ​ລາ​ຍງານ​ວ່າ: ສົງ​ຄາມ​ປົດ​ປ່ອຍ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງເມືອງໂມຊຸ ​ໄດ້​ເຂົ້າສູ່​ອາ ທິດ​ທີ 4 ​ແລະ ທະຫານ​ອີຣັກ​​ກໍ​ສາມາດຄວບ​ຄຸມພື້ນ​ທີ່​ໄດ້ 1/3 ລວມທັງ​ເຂດ​ໃກ້​ກັບ​ເມືອງ​ເກົ່າ​ທີ່ຢູ່​ໃຈ ກາງ ​ເພື່ອຕັດຂາດ​ທາງປົບໜີ​​ເສັ້ນ​ສຸດ​ທ້າຍຂອງ​ກຸ່ມ IS. ຂະນະ​ດຽວ​ກັນ, ທະຫານ​ອີຣັກຍັງ​ບັນລຸ​ຄວາມ​ຄືບ​ໜ້າ​ໃນສົງຄາມ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງໂມຊູ ທ່ານ Jasim Muhammmad ລັດຖະມົນຕີ​ກະຊວງຊາວອົບ​ພະຍົບ​ ​ແລະ​ ຊາວ​ຍ້າຍຖິ່ນ​ຖານອີຣັກ…

ປາກິດສະຖານຈະເລີ່ມເຮັດສຳມະໂນປະຊາກອນເທື່ອທຳອິດໃນຮອບ 19 ປີ

ປາກິດສະຖານຈະເຮັດປຶ້ມສຳມະໂນປະຊາກອນເປັນເທື່ອທຳອິດໃນຮອບເກືອບ 2 ທົດສະວັດ ໂດຍມີກຳນົດຈະເພີ່ມເກັບກຳຂໍ້ມູນໃນໄລຍະທຳອິດວັນທີ 15 ມີນານີ້. ລາຍງານລະບຸວ່າ: ປາກິດສະຖານມີຈຳນວນປະຊາກອນ 200 ລ້ານຄົນ ເຊິ່ງເປັນປະເທດທີ່ມີປະຊາ ກອນຫລາຍທີ່ສຸດເປັນອັນດັບ 6 ຂອງໂລກ, ແຕ່ບໍ່ມີການເຮັດປຶ້ມສຳມະໂນມາແຕ່ປີ 1998, ເຖິງວ່າລັດຖະທຳມະນູນກຳນົດໄວ້ວ່າຈະຕ້ອງເກັບກຳຂໍ້ມູນຈາກປະຊາກອນໃນປະເທດທຸກໄລຍະ 10 ປີກໍຕາມ. ທັງນີ້ຂະບວນການເຮັດສຳມະໂນເທື່ອໃໝ່ຂອງປາກິດສະຖານທີ່ພວມຈະເລີ່ມຂຶ້ນໃນວັນທີ…

ອຸຍນີເຊັບເຜີຍສະຖານະການຄວາມຮຸນແຮງຕໍ່ເດັກຢູ່ຊີຣີປີ 2016 ຮ້າຍແຮງທີ່ສຸດ

ອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນີເຊັບ) ລາຍງານວ່າ: ເດັກນ້ອຍຢ່າງໜ້ອຍ 652 ຄົນຖືກສັງຫານຢູ່ຊີຣີໃນປີ 2016 ຖືເປັນປີທີ່ມີເຫດຄວາມຮຸນແຮງຕໍ່ເດັກຫລາຍທີ່ສຸດ. ລາຍງານຂອງອຸຍນີເຊັບ ລະບຸວ່າ: ສະຖານະການຄວາມຮຸນແຮງຕໍ່ເດັກ ບໍ່ເວັ້ນແຕ່ເຫດໂຈມຕີໂຮງ ຮຽນ, ໂຮງໝໍ, ບ່ອນຫລິ້ນເດັກ, ສວນສາທາລະນະ ແລະ ຕາມເຮືອນຊານໃນປີຜ່ານມາ ໂດຍລັດຖະບານຊີຣີ, ກຸ່ມກະບົດ…

ປະເທດຜະລິດນ້ຳມັນເຊື້ອໄຟຢ້ຳວ່າຈະຫລຸດປະລິມານການຜະລິດ

  ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ອົງ​ການ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໂອ​ເປັກ ແລະ ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ບໍ່​​ຂຶ້ນ​ກັບອົງ​ການ​ດັ່​ງ​ກ່າວ ໄດ້​ກ່າວ​ຢ້ຳ​ໃນ​ກອງ​ປະຊຸມ​ພະ​ລັງ​ງານ​ແຄມບ​ຣິກ​ ທີ່​ຈັດ​ຂຶ້ນ​ຢູ່​ຮິວ​ສ໌​ຕັນ​ ໃນ​ວັນ​ທີ 7 ມີນານີ້​ວ່າ: ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາຫຼຸດປະ​ລິ​ມານ​ການ​ຜະ​ລິດ​ທີ່​ເຊັນ​ກັນ ​ໃນ​ທ້າຍ​ປີ​ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ ລາຄາ​ນ້ຳ​ມັນ​ເຊື້ອ​ໄຟ​ໂລກໝັ້ນ ​ທ່ຽງ, ຂະ​ນະ​ທີ່​ທ່ານ ຄາ​ລິດ ອັນ…

ໄທຈະລົງທຶນ 400 ຕື້ບາດກໍ່ສ້າງສູນກນບິນພາກພື້ນ

ຕາມ​ຂ່າ​ວສານ​ຈີນ: ​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ: ​ປະ​ເທດ​ຕົນຈະ​ພະຍາຍາມກໍ່​ສ້າງ​ສູນ​ການບິນພາກ​ພື້ນ ​ເຊິ່ງປະກອບ​ມີ​ສະໜາມບິນ, ສູນ​ຂົນ​ສົ່ງ​ສິນຄ້າ​ທາງ​ອາກາດ ​ແລະ ​ສູນ​ສ້ອມ​ແປງ​​ເຮືອບິນທີ່​ນຳ​ໜ້າ. ທ່ານ​ ອາຄົມ ​ເຕີມ​ພິ​ທະຍະໄພສິດ ລັດ​ຖະມົນຕີ​ກະຊວງ​ຄົມ ມະນາຄົມ​ໄທ​ ກ່າວ​ວ່າ: 10 ປີຕໍ່ ໜ້າ​ນີ້, ​ຈະ​ລົງທຶນ 400 ຕື້​ບາດ ​ເພື່ອ​ສາມາດເພີ່ມປະລິມານ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ຂອງສະໜາມ​ບິນ…

ອິນເດຍເປີດບໍລິກນຖ້ຽວບິນເພດຍິງຫວັງສ້ງສະຖິຕິໂລກ

ຂ່າວສານ​ຊິນ​ຮວາ​ລາຍງານ​​ໃນ​ວັນທີ 7 ມີນາ​ນີ້​ວ່າ: ​ເພື່ອ​ສະຫຼອງ​ວັນ​ແມ່ຍິງ​ສາກົນ, ກ່ອນ​ ໜ້າ​ນີ້​ບໍ່​ດົນ, ສາຍ​ການບິນ​ອິນ​ເດຍ​ໄດ້​ເປີດບໍລິການຖ້ຽວບິນ​ ເພດ​ຍິງ ​ໂດຍ​ຈະບິນ​ອ້ອມ​​ໂລກ​ຮອບ​ໜຶ່ງ ​ແລະ ​ປັດຈຸ ບັນສາຍການບິນດັ່ງກ່າວກຳລັງ​ຮ້ອງ​ຂໍ​ໃຫ້​ຈົດ​ເຂົ້າ​ໃນ​ສະຖິຕິ​ໂລກ​ກິນ​​ເນັສບຸກ. ບໍລິສັດ​ການບິນ​ອິນ​ເດຍ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງວ່າ: ການ​ສ້າງ​ຕັ້ງຖ້ຽວ​ບິນ​ເພດ​ ຍິງຂຶ້ນ​ເປັນ​ການ​ທົດ​ລອງທີ່ກ້າຫານ​​ເພື່ອ​ໃຫ້​ກຳລັງ​ໃຈ​ເພດ​ຍິງ​ໂດຍໃນຖ້ຽວ​ບິນ​ດັ່ງກ່າວ, ຈຸ​ບິນບໍ່​ວ່າ​ຈະ​ເປັນ​ນັກ​ບິນ, ພະນັກງານອາກາດ, ຜູ້​ປະຈຳການ,​ ແພດ​, ນາຍ​ຊ່າງ…

ຜູ້ນຳອາເມລິກາລົງນາມຄຳສ່ັງໃຫມ່ ຫ້າມ 6 ປະເທດມຸດສະລິມເຂົ້າປະເທດ

ປະທານາທິບໍດີ ໂດນັນ ທຣັມ ຂອງອາເມລິກາ ໄດ້ລົງນາມໃນຄຳສັ່ງຜູ້ບໍລິຫານສະບັບໃໝ່ ຫ້າມມຸດສະລິມ 6 ປະເທດ ເດີນທາງເຂົ້າອາເມລິກາເປັນເວລາ 90 ວັນແລ້ວ ຫລັງມີຄຳສັ່ງເກົ່າຖືກລະງັບການບັງຄັບໃຊ້ໂດຍຄຳສັ່ງຂອງຜູ້ພິພາກສາ. ໃນຄຳສັ່ງໃໝ່ໄດ້ຍົກເລີກການຫ້າມຊາວອີຣັກເດີນທາງເຂົ້າອາເມລິກາ ໂດຍລະບຸວ່າ: ເພາະປັດຈຸບັນມີການຕົກລົງໃໝ່ກ່ຽວກັບມາດຕະການຄັດເລືອກຜູ້ຂໍວີຊາໃນອີຣັກໃຫ້ຮອບຄອບຫລາຍຂຶ້ນ, ແຕ່ຄຳສັ່ງນີ້ຍັງມີຜົນບັງຄັບໃຊ້ຕໍ່ຊາວອີຣານ, ລີບີ, ຊີຣີ, ໂຊມາລີ, ຊູດັງ…

ເງິນສຳຮອງຕ່າງປະເທດຈີນ ກັບມາເກີນ 3 ຕື້ໂດລາສະຫະລັດອີກເທື່ອຫນຶ່ງ

ທາງການຈີນແຈ້ງວ່າ: ທຶນສຳຮອງເງິນຕາຕ່າງປະເທດກັບມາເກີນເກນຈິດວິທະຍາ 3 ຕື້ໂດ ລາສະຫະລັດ ອີກເທື່ອໜຶ່ງໃ ເດືອນກຸມພາຜ່ານມາ ເນື່ອງຈາກແຮງກົດດັນເງິນຢວນມີທ່າອ່ຽງ ຫລຸດ ຜ່ອນລົງ. ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຖະແຫລງໃນເວັບໄຊ ວັນທີ 7 ມີນານີ້ວ່າ: ທຶນສຳຮອງເງິນຕາຕ່າງປະເທດເດືອນກຸມພາເພີ່ມຂຶ້ນ 6.900 ລ້ານໂດລາສະຫະລັດ ເປັນ 3,01…

ເລຂາທິກນ ສປຊ ຢ້ຽມຢາມໂຊມາລີເື່ອກວດເບິ່ງວິກິດຂາດເຂີນອາຫານ

ທ່ານ ອັນໂຕນິໂອ ກູເຕຣ ເຣສ ເລຂາທິການສະຫະປະຊາຊາດ ເດີນທາງຮອດໂຊມາລີ ຕາມພາລະກິດຢ້ຽມຢາມຮີບດ່ວນ ໂດຍມີຈຸດມຸ້ງໝາຍເພື່ອກວດເບິ່ງສະພາບຂາດເຂີນອາຫານ. ເລຂາທິການ ສປຊ ມີຖະແຫລງການລົງທະວິດເຕີໃນເຊົ້າວັນທີ 7 ມີນານີ້ ຂະນະເດີນທາງ ເຖິງໂຊມາລີ ໂດຍກ່າວວ່າ: ປະຊາຊົນພວມຈະເສຍຊີວິດ ແລະ ທົ່ວໂລກຕ້ອງຊ່ວຍກັນລະງັບໃຫ້ໄດ້. ໂຊມາລີເປັນສ່ວນໜຶ່ງຂອງໂຄງການລະດົມການຊ່ວຍເຫຼືອມູນຄ່າ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!