ປີໜ້າຣັດເຊຍຈະສ້າງເຄືອຂ່າຍ WiFi ໂຮງຮຽນ ທີ່ໃຫຍ່ກວ່າໝູ່ໃນໂລກ

     ເວັບ​ໄຊ​ທາງ​ການ​ຂອງ​ລັດຖະບານ​ຣັດ​ເຊຍ​​ໄດ້​ເຜີຍ​ແຜ່​ຖະ ​ແຫຼງການ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ: ຈະ​ເຮັດ​ໃຫ້ໂຮງຮຽນ​ ເກືອບ 2.000 ​ແຫ່ງ​ ຢູ່​ມົດສ​ະກູ​​ມີ WiFi ຊົ​ມ​ໃຊ້ໃນ​ປີ 2018​ ເຊິ່ງຈະ​ເປັນ​ເຄືອ​ຂ່າຍທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ທີ່​ສ້າງ​ຂຶ້ນ​ ເພື່ອ​​ການ​ສຶກສາ ​ແລະ ຄາດ​ວ່າຢູ່​ມົດສະກູ​​ມີ​ໂຮງຮຽນ 646 ​ແຫ່ງ ​ໄດ້​ຊົມ​ໃຊ້​ເຄືອ​ຂ່າຍ…

ສ.ເກົາຫລີ ກຳນົດຈັດເລືອກຕັ້ງປະທານາທິບໍດີ 9 ພຶດສະພາ

    ລັດຖະບານ ສ.ເກົາຫລີ ປະກາດໃນວັນທີ 15 ມີນານີ້ວ່າ: ຈະຈັດເລືອກຕັ້ງປະທານາທິບໍດີໃນວັນທີ 9 ພຶດສະພານີ້,  ພາຍຫລັງທ່ານນາງ ປັກກິນເຮ ຖືກຖອດຖອນອອກຈາກຕຳແໜ່ງຢ່າງເປັນທາງການໃນວັນທີ 10 ມີນາ ຈາກກໍລະນີສ້ໍ ລາດບັງຫຼວງ. ນາຍົກລັດຖະມົນຕີ ຮວາງ ຄາໂຍອັນ ເຊິ່ງດຳລົງຕຳແໜ່ງຮັກສາການປະທານາທິບໍດີຂອງ…

ຫໍຄອຍພະລັງງານແສງຕາເວັນອິດສະລາແອນ

    ອິດສະ​ລາ​ແອນ​ເປັນ​ປະ​ເທດ​ທີ່​ມີ​ແສງ​​ແດດ​ຫລາຍ, ​ແຕ່​ການ​ສະ​ສົມ​ພະລັງງານ​ແສງ​ຕາ​ເວັນ​ໄວ້​ໃຊ້​ວຽກ​ຍັງ​ບໍ່​ມີ​ຫລາຍ ​ເມື່ອ​ທຽບ​ໃສ່​ປະລິມານ​ພະລັງງານ​ທົ່ວ​ປະ​ເທດ​ຕ້ອງການ ​ເຮັດ​ໃຫ້​ອິດສະ​ລາ​ແອນ​ເປັນ​ປະ​ເທດ​ທີ່​ຫລ້າຫລັງ​ກວ່າ​ອີກ​ຫລາຍ​ປະ​ເທດ, ການ​ຈະ​ເລີ​ນ​ເຕີບ​ໃຫຍ່​ທາງ​ເສດຖະກິດ​ຂອງ​ອິດສະ​ລາ​ແອນ​ຜ່ານ​ມາ​ລ້ວນ​ແຕ່​ອາ​ໄສ​ເຊື້ອ​ໄຟຟໍສຊິວ​ເປັນ ຕົ້ນຕໍ ​ເພາະ​ຍັງ​ບໍ່​ສາມາດນຳ​​ເອົາ​ແສງຕາ​ເວັນ​ມາ​ໃຊ້​ເປັນ​ພະລັງງານ​ທົດ​ແທນ​ໄດ້, ​ແຕ່​ຫລັງ​ສຸດ​ອິດສະ​ລາ​ແອນ​ຕັ້ງ​ເປົ້າ ຜະລິດ​ພະລັງງານ​ທົດ​ແທນ​ໃຫ້​ໄດ້​ພາຍ​ໃນ​ປີ 2020 ຈຶ່ງ​ຈັດຕັ້ງ​ໂຄງການ​ພະລັງງານ​ແສງຕາ​ເວັນ​ຂະໜາດ​ໃຫຍ່​ຂຶ້ນ ​ແລະ ຄາດ​ວ່າ​ໃນ​ອະນາຄົດ ອິດສະ​ລາ​ແອນ​ຈະ​ຂຶ້ນມາ​ເປັນ​ຜູ້ນຳ​ໃນ​ດ້ານ​ພະລັງງານ​ແສ​ງຕາ​ເວັນ​. ​ໂຄງການ​ພະລັງງານ​ແສງຕາ​ເວັນ​ຂະໜາດ​ໃຫຍ່​ນີ້ ຕັ້ງຢູ່​ທະ​ເລ​ຊາຍ​ເນ​ເຈ​ຟ ​ແບ່ງ​ພື້ນທີ່​ເປັນ 3 ສ່ວນ…

ຍີ່ປຸ່ນພັດທະນາລະບົບຕິດຕາມນັກທ່ອງທ່ຽວ

ຄະນະ​ນັກວິ​ໄຈ​ຈາກ​ສະ​ຖາ​ບັນ​ຂໍ້​ມູນ​ຂ່າວສານ​ຍີ່ປຸ່ນ ພັດທະນາ​ລະບົບ​ຄອມ​ພິວ​ເຕີ​ຕິດຕາມ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ໂດຍ​ອາ​ໄສ​ຂໍ້​ມູນ​ຈາກ​ການ​ໃຫ້​ບໍລິການ​ຟຣີ Wi-Fi ​ໃນ​ສະຖານ​ທີ່​ຕ່າງໆ ​ເຊິ່ງຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ທີ່​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ເດີນທາງ​ໄປ​ຢ່າງ​ລະອຽດ. ຫົວໜ້າ​ທີ​ມວິ​ໄຈ​ເຊື່ອ​ວ່າ: ຂໍ້​ມູນ​ທີ່​ໄດ້​ສາມາດ​ນຳ​ໄປ​ພັດທະນາ​ໃຊ້​​ໃນ​ການ​ເອີ້ນ​ບໍລິການ​ລົດ​ຕັກ​ຊີ ລວມທັງ​ການ​ອົບ​ພະຍົບຊ່ວຍ​ເຫລືອ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຍາມ​ເກີດ​ເຫດການ​ບໍ່​ຄາດ​ຄິດ.

ທ່ານ ທຣັມ ຈະບໍລິຈາກເງິນເດືອນໃຫ້ອົງການການກຸສົນທັງໝົດ

     ປະທານາທິບໍດີ ໂດນັນ ທຣັມ ຈະບໍລິຈາກເງິນເດືອນໃນຕຳແໜ່ງປະທານາທິບໍດີ ເຊິ່ງເປັນເງິນປີລະ 400.000 ໂດລາສະຫະລັດ ໃນທ້າຍປີ ແລະ ຢາກໃຫ້ສື່ມວນຊົນເປັນຜູ້ເລືອກວ່າຈະບໍລິຈາກໃຫ້ອົງການການກຸສົນບ່ອນໃດ. ໂຄສົກຂອງປະທານາທິບໍດີ ທຣັມ ກ່າວວ່າ: ປະທານາທິບໍດີ ມີຈຸດປະສົງຈະບໍລິຈາກເງິນເດືອນເມື່ອຮອດທ້າຍປີ ເຊິ່ງເປັນໄປຕາມທີ່ທ່ານໃຫ້ສັນຍາຕໍ່ປະຊາຊົນອາເມລິກາ ແລະ ທ່ານຢາກຈະຂໍໃຫ້ສື່ມວນຊົນເປັນຜູ້ເລືອກອົງການການກຸສົນວ່າຈະບໍລິຈາກໃຫ້ໜ່ວຍງານໃດ ເພື່ອຫລີກເວັ້ນການກວດສອບຈາກສື່ມວນຊົນ…

ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ

     ຕອນ​ຄໍ່າ​ວັນ​ທີ 13 ມີນາ​ນີ້, ສະພາ​ສູງ​ອັງກິດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ຍັດຕິ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ​ແລ້ວ​ ທັງໄດ້​ກຳຈັດ​ອຸປະສັກ​ທາງ​ກົດໝາຍ​ຕໍ່​ການ​ດຳ​ເນີນຂັ້ນ​ຕອນການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຂອງ​ປະ​ເທດ​ຕົນ. ທັງ​ນີ້ລັດຖະບານ​ອັງກິດ​ຈະ​ນຳ​ໃຊ້​ມາດຕາ​ທີ 50 ຂອງ​ສັນຍາ​ລິ​ສບອນ​ໃນ​ທ້າຍ​ເດືອນ​ນີ້ ​ແລະ​ ​ເລີ່​ມດຳ​ເນີນ​ການ​ເຈ ລະຈາ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ. ​     ໃນ​ທ້າຍ​ເດືອນກຸມພາ​ຜ່ານ​ມາ, ສະພາ​ຕໍ່າອັງກິດ​ໄດ້​ຜ່ານ​ຍັດຕິ​​ການ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບດ້ວຍສຽງ​ສ່ວນຫຼາຍ ​ແລະ ​ໄດ້​ຍື່ນ​ຍັດຕິ​​ໃຫ້​ສະພາ​ສູງ​ຄົ້ນຄວ້າ​ພິຈາລະນາ​, ​ແຕ່​ສະພາ​ສູງ​ອັງກິດ​ໄດ້​ສະ​​ເໜີ​ໃຫ້​ດັດ​ແກ້​ສອງ​ມາດຕາ ​ໂດຍ​ໄດ້ສົ່ງ​​ຍັດຕິ​ຄືນ​ໃຫ້ສະພາ​ຕໍ່າ​ເພື່ອ​ຄົ້ນຄວ້າ​ພິຈາລະນາ​ໃໝ່. ອີງ​ຕາມ​ກົດໝາຍ​ຂອງ​ສະຫະພາບ​ເອີຣົບ,…

ຕວກກີຫ້າມເອກອັກຄະລັດຖະທູດໂຮນລັງເຂົ້າປະເທດຕົນ

    ທ່ານ​ ນູ​ແມນກົວ ​ຕູນ​ມຸສ ຮອງນາຍົກລັດຖະມົນຕີຕວກກີ ຖະ​ແຫຼງ​ໃນ​ຄືນ​ວັນ​ທີ 13 ມີນາ​ນີ້​ວ່າ: ປະ​ເທດ​ຕົນຈະ​ໃຊ້​ມາດ​ຕະການ​ຕ່າງໆ​ຕໍ່​ໂຮ​ນລັງ ​ເພື່ອ​ຕອບ​ໂຕ້​ລັດຖະບານປະ​ເທດ​ດັ່ງກ່າວທີ່​ສະກັດ​ກັ້ນ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່ຕວກກີ​ເ​ຂົ້າປະ​ເທດທັງ​ໄດ້​ສະຫຼາຍ​ການໂຮມ​ຊຸມນຸມ​ຂອງ​ຊາວ​ຕວກກີ​ຢູ່​ໂຮ​ນລັງຕື່ມ​ອີກ. ທ່ານ ​ກົວ​ຕູນ​ມຸສ ປະກາດ​ວ່າ: ລັດຖະບານ​ຕວກກີ​ຈະ​ຢຸດປຶກສາ​ທາງ​ການ​ເມືອງ​ລະດັບ​ສູງ​ກັບ​ໂຮ​ນລັງທັງ​ໝົດ ທັງຍັງ​ຈະ​ຫ້າມ​ບໍ່​ໃຫ້​​ເຮືອບິນ​ທີ່​ມີເຈົ້າ​ໜ້າ​ທີ່​ການ​ທູດ​ໂຮ​ນລັງຜ່ານນ່ານຟ້າ. ​ຂະນະ​ທີ່ເອກອັກຄະ​ລັດຖະທູດໂຮ​ນລັງ​ປະຈຳ​ຕວກກີ​ທີ່​ປັດຈຸບັນ​ຢູ່​ນອກ​ປະ​ເທດ​ຕວກກີ​ກໍຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າປະ​ເທດຈົນ​ກວ່າລັດຖະບານປະ​ເທດ​ດັ່ງກ່າວ​ຈະຕອບ​ສະໜອງຕາມຄວາມ​ຮຽກຮ້ອງທີ່​ຕວກກີ​ສະ​ເໜີ​ກ່ອນ​ໜ້າ​ນີ້. ນອກ​ນີ້, ລັດຖະບານ​ຕວກກີ​ຈະສະ​ເໜີ​ໃຫ້​ລັດຖະສະພາ​ຍຸບສະ ມາຄົມ​ມິດຕະພາບລັດຖະ​ສະພາ ຕວກກີ-​ໂຮ​ນລັງ…

ສົງຄາມຢູ່ຊີຣີດຳເນີນມາ 6 ປີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 320.000 ຄົນ

    ສູນສັງເກດການສິດທິມະນຸດຊີຣີ ເປີດເຜີຍໃນວັນທີ 13 ມີນານີ້ວ່າ: ສົງຄາມຢູ່ຊີຣີທີ່ເກີດຂຶ້ນ ເມື່ອ 6 ປີກ່ອນເປັນຕົ້ນມາ ໄດ້ຂ້າຊີວິດຜູ້ບໍລິສຸດແລ້ວຫລາຍກວ່າ 320.000 ຄົນ ແລະ ຂໍ້ຕົກລົງຢຸດຍິງເຖິງວ່າຈະອ່ອນແອ ແຕ່ໄດ້ຊ່ວຍເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຊ້າລົງ. ສູນສັງເກດການສິດທິມະນຸດຊີຣີ ເຊິ່ງມີສຳນັກງານຢູ່ອັງກິດ ກ່າວວ່າ: ສູນດັ່ງກ່າວໄດ້ບັນທຶກຈຳນວນຜູ້ເສຍຊີວິດນັບແຕ່ຄວາມຂັດແຍ່ງຢູ່ຊີຣີເລີ່ມຂຶ້ນໃນເດືອນມີນາ 2011…

ຈີນພົບໄຂ້ຫວັດສັດປີກລະບາດເພີ່ມຢູ່ຫູເປຍ

    ກະຊວງກະສິກຳຈີນຢືນຢັນ ໃນວັນທີ 14 ມີນານີ້ວ່າ: ພົບເຊື້ອໄວຣັສໄຂ້ຫວັດສັດປີກລະບາດຢູ່ຟາມເປັດແຫ່ງໜຶ່ງຢູ່ແຂວງຫູເປຍທາງຕອນກາງຂອງປະເທດ ຖືເປັນການພົບພື້ນທີ່ລະບາດເປັນແຫ່ງທີ 6 ນັບແຕ່ເດືອນຕຸລາປີຜ່ານມາ. ກະຊວງກະສິກຳຖະແຫລງ ຢືນຢັນຜ່ານເວັບໄຊວ່າ: ພົບການລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H5N6 ຢູ່ຟາມດັ່ງກ່າວ ເຊິ່ງຕັ້ງຢູ່ເມືອງຕ້າເຫຍ ທີ່ມີຈ​ໍານວນປະຊາກອນກວ່າ 900.000 ຄົນ. ລັດຖະບານທ້ອງຖິ່ນສັ່ງກຳຈັດເປັດທັງໝົດ 681…

ຣັດເຊຍຈະທຳລາຍອາວຸດເຄມີໃຫ້ໝົດກ່ອນທ້າຍປີນີ້

     ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ ມິ​ຄາ​ອິນ ບາ​ບິ​ກ ປະທານ​ຄະນະ​ກຳມະການ​ຫຼຸດອາວຸດ​ເຄມີຣັດ​ເຊຍ ​ກ່າວ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ: ວຽກ​ງານ​ທຳລາຍ​ອາວຸດເຄມີ​ຂອງ​ປະ​ເທດ​ຕົນ​ໄດ້​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ​ແລ້ວ ​ແລະ ​ຄາດ​ວ່າຈະ​ສຳ​ເລັດ​​ກ່ອນ​ທ້າຍ​ປີ​ນີ້. ທ່ານ​ກ່າວ​ວ່າ: ວຽກ​ງານ​ທໍາລາຍ​ອາວຸດ​ເຄມີ​ຂອງ​ປະ​ເທດ​ຕົນ​ໄດ້​​ໃຊ້​ຈ່າຍ​ງົບປະມານ 330 ຕື້​ລຸບ ຫຼື ປະມານ 5 ຕື້…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!