ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ

       ສະຫະພາບເອີຣົບ (EU) ມີລາຍງານໃນວັນທີ 3 ເມສານີ້ວ່າ: ອັດຕາການວ່າງວຽກເດືອນກຸມພາໃນກຸ່ມປະ ເທດທີ່ໃຊ້ເງິນສະກຸນເອີໂຣຫລຸດລົງສູ່ລະດັບຕໍ່າສຸດນັບແຕ່ເດືອນພຶດສະພາ 2009. ຂະນະທີ່ມີການຈ້າງວຽກເພີ່ມ ຂຶ້ນຫລາຍ ເຖິງວ່າທ່າອ່ຽງທີ່ສະຫະຣາຊະອານາຈັກອອກຈາກການເປັນສະມາຊິກສະຫະພາບເອີຣົບຍັງບໍ່ແນ່ນອນ. ສຳນັກງານສະຖິຕິຢູໂຣສແຕດລາຍງານວ່າ: ອັດຕາການວ່າງວຽກໃນກຸ່ມປະເທດສະມາຊິກເຂດໃຊ້ເງິນເອີໂຣ 19 ປະເທດຫລຸດລົງມາຢູ່ 9,5% ໂດຍຈຳນວນທີ່ຫລຸດລົງຫລາຍຢູ່ແອັສປາຍ ແລະ ປອກຕຸຍການເປັນປັດໄຈໜຶ່ງທີ່…

ມາເລເຊຍໃຫ້ສັນຍາພາຍໃນ 3 ປີປະຊາຊົນຈະເຂົ້າເຖິງລະບົບອິນເຕີເນັດໄດ້ທົ່ວປະເທດ

     ກະຊວງການສື່ສານ ແລະ ມັນຕິມີເດຍຂອງມາເລເຊຍ ໃຫ້ຄຳໝັ້ນວ່າຈະສືບຕໍ່ແຜນການຂອງລັດຖະບານມາ ເລເຊຍໃຫ້ເປັນຈິງ ໂດຍການເຮັດໃຫ້ 95% ຂອງຈຳນວນປະຊາຊົນທົ່ວປະເທດສາມາດເຂົ້າເຖິງອິນເຕີເນັດໄດ້. ທ່ານ ດຣ. ໂມດ ອາລີ ໂມຮຳໝັດ ນໍ ເຈົ້າໜ້າທີ່ລະດັບສູງຂອງກະຊວງການສື່ສານ ແລະ ມັນຕິມີເດຍຂອງມາ ເລເຊຍ ເປີດເຜີຍວ່າ:…

ລູກເຂີຍຜູ້ນຳອາເມລິກາຢ້ຽມຢາມອີຣັກໃນຕຳແໜ່ງທີ່ປຶກສາທຳນຽບຂາວ

    ທ່ານ ເຈເຣັດ ຄຸນເນີ ລູກເຂີຍ ແລະ ທີ່ປຶກສາລະດັບສູງຂອງປະທານາທິບໍດີ ໂດນັນ ທຣຳ ແຫ່ງອາເມລິກາ ເດີນ ທາງຢ້ຽມຢາມອີຣັກຢ່າງເປັນທາງການແລ້ວ. ເຈົ້າໜ້າທີ່ອາເມລິກາຖະແຫລງວ່າ: ທ່ານ ຄຸນເນີ ເດີນ ທາງພ້ອມ ພົນເອກ ໂຈ ດັນຟອດ…

ເລຂາ ສປຊ ຮຽກຮ້ອງນາໆປະເທດຊ່ວຍເຫລືອຊາວເມືອງໂມຊຸນ

​     ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວຮຽກຮ້ອງໃນທ້າຍເດືອນຜ່ານມາ ຂໍຄວາມ ຊ່ວຍເຫລືອເພີ່ມຕື່ມ ແລະ ການຮ່ວມມືຈາກນາໆປະເທດໃຫ້ແກ່ປະຊາຊົນຢູ່ເມືອງໂມຊຸນ ຂະນະເດີນທາງມາຢ້ຽມ ຢາມຄ້າຍຜູ້ບໍ່ມີບ່ອນຢູ່ຈາກການສູ້ຮົບຂອງກຸ່ມຕິດອາວຸດຢູ່ອີ ຣັກ. ທ່ານ ກູເຕີເຣສ ຖະແຫລງຕໍ່ສື່ມວນຊົນລະຫວ່າງການຢ້ຽມຢາມສູນຜູ້ອົບພະຍົບຮາຊັນຊາມວ່າ: ປະຊາຊົນຢູ່ ເມືອງໂມຊຸນຈຳເປັນຕ້ອງໄດ້ຮັບການຊ່ວຍເຫລືອຈາກນາໆປະເທດ. ຂະນະທີ່ໂຄງການຂອງ ສປຊ…

ອົດສະຕຣາລີຈະສ້າງໂຮງໄຟຟ້າພະລັງງານແສງຕາເວັນໃຫຍ່ທີ່ສຸດໃນໂລກ

     ສຳນັກຂ່າວຊິນຮົວຂອງທາງການຈີນເປີດເຜີຍວ່າ: ບໍລິສັດຢູ່ອົດສະຕຣາລີເປີດເຜີຍແຜນກໍ່ສ້າງໂຮງໄຟຟ້າພະ ລັງງານແສງຕາເວັນໃຫຍ່ທີ່ສຸດໃນໂລກ ເພື່ອແກ້ໄຂບັນຫາກະແສໄຟຟ້າມອດເລື້ອຍໆທາງຕອນໃຕ້ຂອງປະເທດ. ກຸ່ມບໍລິສັດ ລີອອນ ປະກາດແຜນກໍ່ສ້າງໂຮງໄຟຟ້າພະລັງງານແສງຕາເວັນໃຫຍ່ທີ່ສຸດໃນໂລກ ຢູ່ລັດເຊົາອົດສະ ຕຣາລີ ຄິດເປັນມູນຄ່າ 1 ລ້ານໂດລາອົດສະຕຣາລີ ໂດຍໂຄງການດັ່ງກ່າວຈະມີການຈ້າງພະນັກງານ 270 ຄົນ ເຂົ້າ ມາຊ່ວຍໃນການກໍ່ສ້າງ ລວມທັງຊ່ວຍເບິ່ງແຍງຮັກສາແຜງໂຊລາເຊວ 3,4…

ປະທານາທິບໍດີໂກລົມບີປະກາດສະຖານະການສຸກເສີນຢູ່ເມືອງໂມໂກອາ ຫລັງເກີດເຫດດິນເຈື່ອນຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 254 ຄົນ (ມີຄິບວິດີໂອ)

     ປະທານາທິບໍດີ ຮວນ ມານູເອລ ຊານໂຕ ຂອງໂກລົມບີ ໄດ້ປະກາດສະຖານະການສຸກເສີນຢູ່ເມືອງໂມໂກອາ ເມືອງເອກຂອງແຂວງປູຕູມາໂຍ ໃນວັນທີ 1 ເມສານີ້, ພ້ອມສັ່ງໃຫ້ເຈົ້າໜ້າທີ່ກູ້ໄພເລັ່ງຄົ້ນຫາ ແລະ ຊ່ວຍເຫລືອຜູ້ ປະສົບໄພຢ່າງຮີບດ່ວນ ພາຍຫລັງເກີດເຫດດິນເຈື່ອນຮຸນແຮງຢູ່ເມືອງດັ່ງກ່າວ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງ ໜ້ອຍ 254 ຄົນ…

ເລຂາທິການ ສປຊ ຢ້ຽມຢາມອີຣັກ ເພື່ອຕີລາຄາການຊ່ວຍເຫລືອ

ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ເດີນທາງເຖິງນະຄອນຫລວງແບກແດດຂອງອີຣັກ ໃນ ວັນທີ 30 ມີນານີ້ຕາມເວລາທ້ອງຖິ່ນ ເພື່ອຕີລາຄາສະຖານະການດ້ານສິດທິມະນຸດ ໂດຍຮຽກຮ້ອງໃຫ້ປົກປ້ອງພົນ ລະເມືອງເປັນສິ່ງສຳຄັນອັນດັບທຳອິດ. ໃນຂະນະທີ່ ກອງກຳລັງລັດຖະບານອີຣັກປະຕິບັດການສູ້ຮົບເພື່ອຍຶດຄືນ ເມືອງໂມຊຸນ. ພົນລະເຮືອນຫລາຍແສນຄົນຍັງຢູ່ເມືອງໂມຊຸນ ເຊິ່ງຖືກກຸ່ມລັດອິສລາມ (IS) ຍຶດຄອງມາແຕ່ປີ 2014….

ປະຊາຊົນຊຽງໂຈກຸນ ສ.ເກົາຫລີ ຕັນທາງບໍ່ໃຫ້ລົດເຂົ້າສະໜາມຕິດຕັ້ງລະບົບ THAAD

ຕາມ​ຂ່າວສານ​ຊິນ​ຮວາ: ປະຊາຊົນ​ຊຽງ​ໂຈ​ກຸນ​​ ແຂວງ ເກ​ວຊັງ​ເໜືອ ປະ​ເທດ ສ.​ເກົາຫຼີ​​ ໄດ້​ຕັນລົດ​ໃຫຍ່​ທີ່​ຈະໄປ​ວັດ​ແທກ​ດິນ​ຢູ່​ຈຸດ​ຕິດ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ THAAD 3 ຄັ້ງ ​ໃນ​ວັນ​ທີ 29 ມີນາ​ນີ້ ​ແລະ​​ ໄດ້​ຕໍ່​ວ່າເຈົ້າ​ໜ້າ​ທີ່​ຕຳຫຼວດ. ປະຊາຊົນ​ທ້ອງ​ຖິ່ນດັ່ງກ່າວ ​​ເປີດ​ເຜີຍ​ວ່າ: ມີ​​ປະມານ 150 ຄົນ…

ຮອງປະທານທະນາຄານກາງອາເມລິກາຢືນຢັນວ່າປີນີ້ອາດຈະຂຶ້ນດອກເບ້ຍອີກສອງເທື່ອ

ທ່ານ​ສະ​ເຕັນ​ລີ ຟີ​ເຊີ ຮອງ ປະທານ​ທະນາຄານ​ກາງ​ສະຫະລັດ​ອາ​ເມ​ລິ​ກາ ​ຫຼື FED ຢືນຢັນ​ໃນ​ວັນ​ທີ 28 ມີ​ນາ​ນີ້​ວ່າ: ເສດຖະກິດ​ອາ​ເມ​ລິ​ກາ​ກຳລັງ​ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ລວມ, ​​ແຕ່ການ​ທີ່ FED ອາດ​ຈະ​ຂຶ້ນ​ດອກເບັ້ຍ​ອີກ​ສອງ​ເທື່ອ​ໃນ​ປີ​ນີ້ນັ້ນກໍມີ​ຄວາມ​ເໝາະ​ສົມ. ໂອກາດ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ດັ່ງກ່າວ, ທ່ານ ​ຟີ​ເຊີ​ ກ່າວ​ວ່າ: FED ກຳລັງ​ຕິດຕາມການ​ຫາລື​ນະ​ໂຍບາຍ​ການ​ ເງິນ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ…

ສປຊ ເຜີຍການໂຈມຕີຢູ່ເຢແມນໜັກໜ່ວງຂຶ້ນທ່າມກາງສະພາບອຶດຫິວ

ຜູ້ແທນພິເສດສະຫະປະຊາຊາດຢູ່ເຢແມນຖະແຫລງວ່າ: ປະຕິບັດການໂຈມຕີທາງທະຫານຢູ່ເຢແມນຮຸນແຮງຂຶ້ນ, ຂະນະທີ່ສະຖານະການດ້ານສິດທິມະນຸດ ແລະ ເສດຖະກິດຊຸດໂຊມລົງຢ່າງວ່ອງໄວຢູ່ເຢແມນ ປະເທດທີ່ມີຖານະທຸກ ຍາກທີ່ສຸດໃນປະເທດອາຣັບ ແລະ ໃກ້ເຂົ້າສູ່ສະພາບອຶດຫິວແລ້ວ. ທ່ານ ອິສມາວ ອຸດເຊດອາເໝັດ ຜູ້ແທນພິເສດຢູ່ເຢແມນ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາ ຊາດ ກົດດັນລັດຖະບານເຢແມນ ແລະ ກຸ່ມກະບົດຊາວຣູທີນິກາຍຊີອະ ດຳເນີນມາດຕະການທີ່ສ້າງສັນທາງການ ເມືອງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!