ຕຳຫລວດອົດສະຕຣາລີຍຶດຢາໄອສ໌ ໄດ້ຫລາຍສຸດເປັນປະຫວັດສາດ
ເມລເບິນ 5 ເມສາ: ຕຳຫລວດອົດສະຕຣາລີເຂົ້າກວດຄົ້ນສາງສິນຄ້າຢູ່ນະຄອນເມວເບິນ ແລະ ສາມາດຍຶດຢາໄອສ໌ໄດ້ຫລາຍສຸດເປັນປະຫວັດສາດຈຳນວນ 903 ກິໂລກຣາມ ເຊິ່ງລັກລອບນຳເຂົ້າມາຈາກຈີນ ໂດຍການເຊື່ອງໄວ້ຢູ່ກ່ອງບັນຈຸໄມ້ພື້ນ. ຕຳຫລວດເປີດເຜີຍວ່າ: ນອກຈາກຍຶດຢາໄອສ໌ທີ່ຊຸກຢູ່ໃນກ່ອງບັນຈຸໄມ້ພື້ນ 70 ກ່ອງ ແລະ ຄິດເປັນມູນຄ່າ ເກືອບ 900 ລ້ານໂດລາອົດສະຕຣາລີ…