ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດປະນາມ ສປປ ເກົາຫລີ ຢ່າງຮຸນແຮງກໍລະນີທົດລອງລູກສອນໄຟ

     ສະຫະ​ປະຊາ​ຊາດ 7 ​ເມສາ: ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ລົງມະຕິ​ໃນ​ວັນ​ທີ 6 ​ເມສາ​ນີ້ ປະນາມ ສປປ ​ເກົາຫລີ ຢ່າງ​ຮຸນ​ແຮງ​ຈາກ​ກໍລະນີ​ທີ່ ສປປ ​ເກົາຫລີ ທົດ​ລອງ​ລູກ​ສອນ​ໄຟ​ເທື່ອ​ຫລ້າ​ສຸດ ​ໂດ​ຍລະບຸ​ວ່າ: ສປປ ​ເກົາຫລີ ຍົວຍຸ ​ແລະ…

ທ່ານ ທຣຳ ເຜີຍເປັນຄົນສັ່ງຍິງຈະຫລວດຖະຫລົ່ມຖານທັບອາກາດຊີຣີ

       ປາລ໌ມບິ 7 ​ເມສາ: ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ​ເປີດ​ເຜີຍ​ວ່າ: ​ເປັນ​ຜູ້​ສັ່ງ​ໃຫ້​ໃຊ້​ຈະ​ຫລວດ​ໂຈມ​ຕີ​ຖານ​ທັບ​ອາກາດ​ຊີຣີ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ​ຈາກ​ປະທານາທິບໍດີ ບາ​ຊາ ອານ ອັດ​ຊັດ ຂອງ​ຊີຣີ. ປະທານາທິບໍດີ ທຣຳ ຖະ​ແຫລ​ງຂ່າວ​ຢູ່​ເມືອງ​ປາລ໌ມບີ ລັດ​ຟໍລິ​ດາ ລະຫວ່າງ​ຕ້ອນຮັບ​ປະທານ​ປະ​ເທດ…

ລັດຖະບານຟີລິບປິນ ແລະ ພັກກອມມູນິດຮ່ວມລົງນາມຢຸດຍິງຊົ່ວຄາວ

      ວັນ​ທີ 6 ​ເມສາ​ນີ້, ລັດຖະບານ​ຟີ​ລິບ​ປິນ​ ແລະ ພັກ​ກອມ​ມູນິດ​ຂອງ​ປະ​ເທດ​ດັ່ງກ່າວໄດ້​ເປັນ​ເອກະ​ພາບ​ກັນ​ຫຼັງການ​ເຈລະຈາ​ສັນຕິພາບ​ຮອບ​ໃໝ່​ທີ່​ຈັດ​ຂຶ້ນ​ຢູ່​ໂຮ​ນລັງ ​ໂດຍ​ສອງ​ຝ່າຍ​ໄດ້​ຮ່ວມລົງ​ນາມ​ຢຸດ​ຍິງ​ຊົ່ວຄາວ​. ​ແນວ ​ໃດ​ກໍ​ດີ, ສັນຍາ​ນີ້​ຈຳກັດ​ສະ​ເພາະລັດຖະບານ ​ແລະ​ ກຳລັງ​ປະກອບອາວຸດ​ຂອງ​ພັກ​ກອມ​ມູນິດຟີ​ລິບ​ປິນ​ເທົ່າ​ນັ້ນ​ ແລະ ເນື້ອ​ໃນ ​​ໂດຍລວມ​ເລັ່ງສ້າງ​ເຂດ​ກັນ​ຊົນການ​ທະຫານ ​ກໍ​ຄື​ກົນ​​ໄກ​ຕິດຕາມ​ການ​ຢຸດ​ຍິງ. ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຊັນ​ສັນຍາ, ທ່ານ ​ເຈ​ຊຸ​ສ…

ເຢຍລະມັນຈະສະກັດກັ້ນຖ້ອຍຄວາມລະເມີດກົດໝາຍຕາມສື່ສັງຄົມອອນລາຍຢ່າງເຂັ້ມງວດ

       ລັດຖະບານ​ເຢຍລະ​ມັນ​ໄດ້​ຮັບຮອງ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ໃນ​ວັນ​ທີ 5 ​ເມສາ​ນີ້ ​ເພື່ອ​ສະກັດ​ກັ້ນ​ເນື້ອ​ໃນ​ທີ່​ລະ​ເມີດ​ກົດໝາຍ​ໃນ​ສື່​ສັງຄົມ​ອອນ​ລາຍ​ເຊັ່ນ: ອາ​ຄາດບາດໝາງ, ການ​ຍຸຍົງ​ສົ່ງ​ເສີມ, ຂໍ້​ມູນຂ່າວປອມ, ຢຽບ​ຫຍາມ, ​ໃສ່​ຮ້າຍ​ປ້າຍ​ສີ, ນາບ​ຂູ່, ການ​ກະທຳ​ຜິດ​ແບບ​ກໍ່​ການ​ຮ້າຍ, ສິ່ງ​ລາມົກ​ກ່ຽວ​ພັນ​ເຖິງ​ເດັກນ້ອຍ ​ແລະ ​ອື່ນໆ. ຮ່າງ​ກົດໝາຍ​ດັ່ງກ່າວ​ທີ່ສະ​ເໜີ​ໂດຍ​ກະຊວງ​ຍຸຕິ​ທຳ​ເຢຍລະມັນ ​​ໄດ້​ລະບຸ​ວ່າ: ບໍລິສັດ​ສື່​ສັງຄົມ​ອອນ​ໄລ​ຖ້າ​ບໍ່​​ກຳຈັດ​ ຫຼື ປິດບັງເນື້ອ​ໃນທີ່​ລະ​ເມີດ​ກົດໝາຍ​ຕາມ​ກຳນົດ​ເວລາ,…

ອົງການອະນາໄມໂລກຊີ້ເຫຍື່ອຢູ່ຊີຣີອາການຄືຖືກສານທຳລາຍປະສາດ

      ອົງການອະນາໄມໂລກ ອອກຖະແຫລງການໃນວັນທີ 6 ເມສານີ້ວ່າ: ຊາວເມືອງຂ່ານ ເຊຄຸນ ແຂວງອິດລິບ ບາງຄົນມີອາການເພີ່ມຕື່ມຄືກັບການຖືກສານເຄມີກຸ່ມອໍກາໂນຟໍເຟດ ເຊິ່ງລວມສານທຳລາຍປະສາດໄວ້ໃນ ກຸ່ມນີ້ນຳ ແລະ ມີຄວາມເປັນໄປໄດ້ວ່າການຍິງຈະຫລວດຖະຫລົ່ມເມືອງໃນວັນທີ 4 ເມສາ ມີການໃຊ້ສານເຄມີບາງ ປະເພດ ເນື່ອງຈາກຊາວເມືອງບໍ່ມີບາດແຜພາຍນອກທີ່ເຫັນຈະແຈ້ງ, ແຕ່ຫລາຍຄົນເສຍຊີວິດໂດຍການເກີດຂຶ້ນ ຢ່າງວ່ອງໄວຄືກັນເຊັ່ນ:…

ADB ເບິ່ງເສດຖະກິດອາຊີຍັງເຕີບໃຫຍ່ໄດ້ ເຖິງວ່າປະສົບບັນຫານະໂຍບາຍທ່ານ ທຣຳ

      ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 6 ເມສານີ້ວ່າ: ທະ ນາຄານພັດທະນາອາຊີ (ADB) ອອກລາຍງານໃນວັນທີ 6 ເມສາ ຍັງຮັກສາລະດັບຄາດໝາຍການຂະຫຍາຍຕົວ ທາງເສດຖະກິດຂອງອາຊີໃນປີນີ້ໄວ້ປະມານ 5,7% ບໍ່ປ່ຽນແປງຈາກລາຍງານໃນປີຜ່ານມາ ແລະ ລະບຸອີກວ່າ: ທິດ ທາງການເຕີບໃຫຍ່ຂອງເສດຖະກິດໃນອາຊີຈະຍັງຢູ່ລະດັບດັ່ງກ່າວໃນປີ…

ໄນຈີເຣຍເລັ່ງສັກວັກແຊງໃຫ້ປະຊາຊົນຫລັງພົບ ພະຍາດເຍື່ອຫຸ້ມສະໝອງອັກເສບລະບາດໜັກ

​​​     ລາກ​ອສ 5 ​ເມສາ: ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ໄນ​ຈີ​ເຣຍ​ເລີ່​ມສັກ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ເຍື່ອຫຸ້ມ​ສະໝອງ​ອັກ​ເສບ​ໃຫ້​ແກ່​ປະຊາຊົນ​ໃນ​ພື້ນທີ່​ທີ່​ພົບ​ພະຍາດ​ແຜ່​ລະບາດ​ໜັກ, ຫລັງ​ສຸດ​ມີ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ​ແລ້ວ​ເກືອບ 340 ຄົນ ນັບ​ແຕ່​ທ້າຍ​ປີຜ່ານມາ. ສູນ​ຄວບ​ຄຸມພະ​ຍາດ​ຂອງ​ໄນ​ຈີ​ເຣຽລາຍ​ງານ​ຈຳນວນ​ຄົນ​ເຈັບ​ທີ່​ສົງ​ໄສ​ວ່າ​ເປັນ​ພະຍາດ​ເຍື່ອຫຸ້ມ​ສະໝອງ​ອັກ​ເສບ​ໃນ 16 ລັດ ​ໃນ​ວັນ​ທີ 3 ​ເມສາ​ນີ້ ມີ 2.997 ຄົນ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ແລ້ວ 336…

ມີຜູ້ເສຍຊີວິດຈາກແຜ່ນດິນໄຫວ 6,1 ຣິກເຕີ ຢູ່ອີຣານ

     ​ເຕຫາຣານ 5 ​ເມສາ: ​ເຈົ້າໜ້າ​ທີ່​ອີຣານລາຍ​ງານ​ວ່າ: ​ເກີດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ຂະໜາດ 6,1 ຣິກ​ເຕີ ທາງ​ຕາ​ເວັນ​ອອກສຽງ​ເໜືອ​ໃກ້​ກັບ​ເມືອງ​ມັນ​ຮັດ ​ເມືອງ​ສັກສິດ​ຂອງ​ອີຣານ ​ໃນ​ວັນ​ທີ 5 ​ເມສາ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ, ສ່ວນ​ປະຊາຊົນ​ພາກັນ​ອົບ​ພະຍົບອອກ​ມາ​ຢູ່​ຕາມ​ຖະໜົນ ​ແລະ ຍັງ​ມີ​ອາບ​ເຕີ​ຊ໊ອກຕາມ​ມາ​​ໃນ​ພື້ນທີ່. ສະຖານີ​ວິທະຍຸ​ຂອງ​ທາງ​ການ​ອີຣານລາຍ​ງານ​ວ່າ:…

ເກີດລະເບີດຢູ່ເມືອງລະຮໍຂອງປາກິດສະຖານ ຕາຍ 6 ເຈັບ 18 ຄາດກໍ່ການຮ້າຍ

     ລະ​ຮໍ 5 ​ເມສາ: ກຸ່ມ​ຕາ​ລີບ​ັນປາ​ກິດ​ສະຖານ​ອ້າງ​​ເປັນ​ຜູ້​ກໍ່​ເຫດ​ລະ​ເບີດ​ຂ້າ​ຕົວ​ຕາຍ​ໂຈມ​ຕີ​ທະຫານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 6 ຄົນ ​ແລະ ບາດ​ເຈັບ 18 ຄົນ ​ຢູ່​ເມືອງ​ລະ​ຮໍ ທາງ​ຕາ​ເວັນ​ອອກ​ຂອງ​ປາ​ກິດ​ສະຖານ ​ໃນ​ວັນ​ທີ 5 ​ເມສາ​ນີ້. ທ່ານ ມາ​ລິກ ອາ​ເໝັດ…

ເຮືອບິນຮົບຖະຫລົ່ມກຸ່ມກະບົດຢູ່ຊີຣີຕໍ່ເນື່ອງ

    ​ເບຣຸດ 5 ​ເມສາ: ກຸ່ມ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຢູ່​ຊີຣີ ​ເປີດ​ເຜີຍ​ເຮືອບິນ​ຮົບ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາ ກາດ​ຫລາຍ​ເທື່ອ​ຖະຫລົ່ມ​ພື້ນທີ່​ຂອງ​ກຸ່ມ​ກະບົດ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີຣີ, ພາຍຫລັງ​ວັນ​ທີ 4 ​ເມສາ​ນີ້ ຫາ​ກໍ​ມີ​ລາຍ​ງານ​ການ​ໃຊ້​ອາວຸດ​ເຄມີ​ໂຈມ​ຕີ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຈຳນວນ​ຫລາຍ. ທັງ​ນີ້, ທາງ​ກຸ່ມ​ບໍ່​ສາມາດ​ລະບຸ​ໄດ້​ວ່າ​ເປັນ​ເຮືອບິນ​ຮົບ​ຂອງ​ຝ່າຍ​ໃດ ​ແລະ ຍັງ​ບໍ່​ສາມາດ​ຕິດ​ຕໍ່​ຂໍ​ຄວາມ​ຄິ​ດ​ເຫັນ​ຈາກ​ກອງທັບ​ຊີຣີກ່ຽວ​ກັບ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ​ເທື່ອ​ຫລ້າສຸດ​ຢູ່​ແຂວງ​ອິດ​ລິບ​ໄດ້, ສ່ວນ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ໃນ​ວັນ​ທີ 5 ​ເມສາ ​ເພີ່ມ​ຂຶ້ນ​ເປັນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!