ສ.ເກົາຫລີ ຈະອອກໜັງສືເດີນທາງອັກສອນເບວໃຫ້ແກ່ຜູ້ພິການທາງສາຍຕາ
ເຊອຸນ 10 ເມສາ: ກະຊວງການຕ່າງປະເທດ ສ.ເກົາຫລີ ເປີດເຜີຍວ່າ: ລັດຖະບານກຽມຈະອອກໜັງສືເດີນທາງໃນຮູບແບບອັກສອນເບວພາຍໃນເດືອນນີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ພິການທາງສາຍຕາໃນການເດີນທາງໄປຕ່າງປະເທດ. ກະຊວງຕ່າງປະເທດລະບຸວ່າ: ຈະເລີ່ມໃຫ້ບໍລິການໜັງສືເດີນທາງອັກສອນເບວຕາມສຳນັກງານບໍລິການໜັງສືເດີນທາງໃນປະເທດ 240 ແຫ່ງ ແລະ ຕ່າງປະເທດ 170 ແຫ່ງ ນັບແຕ່ວັນທີ 20 ເມສາເປັນຕົ້ນໄປ…