ສະພາອັງກິດລົງມະຕິສ່ວນຫລາຍໜູນຈັດເລືອກຕັ້ງ 8 ມິຖຸນາ

    ອັງກິດ 20 ​ເມສາ: ນາຍົກລັດຖະມົນຕີອັງກິດ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຈາກ​ລັດຖະສະພາ ​ເດີ​ນໜ້າ​ຈັດ​ເລືອກ​ຕັ້ງລ່ວງ​ໜ້າ​ວັນ​ທີ 8 ມິຖຸນາ. ສະມາຊິກ​ສະພາ​ຜູ້​ແທນ​ລາຊະ​ດອນ​ຂອງ​ອັງກິດ ລົງມະຕິ​ສ່ວນ​ຫລາຍ 522 ສຽງ ສະໜັບສະໜູນ​ແຜນ​ຈັດ​ເລືອກ​ຕັ້ງລ່ວງ​ໜ້າ​ວັນ​ທີ 8 ມິຖຸນາ ຈາກ​ກຳນົດ​ເກົ່າ​ປີ 2020 ຕາມ​ຂໍ້​ສະ​ເໜີ​ຂອງ​ນາຍົກລັດຖະມົນຕີ ​ເທ​ເຣຊາ ​ເມ…

ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ

    ​ໂບ​ໂກ​ຕາ 20 ​ເມສາ: ລັດຖະບານ​ໂກ​ລົມ​ບີ​ຖະ​ແຫລ​ງວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 17 ຄົນ ​ແລະ ສູນຫາຍ 7 ຄົນ ພາຍຫລັງ​ດິນ​ເຈື່ອມ​ເຮັດ​ໃຫ້​ກອງ​ດິນ ​ແລະ ຫີນ​ໄຫລ​ເຂົ້າບ້ານ​ຫລາຍ​ແຫ່ງ​ຢູ່​ເມືອງ​ມາ​ນິຊາ​ເລ​ສ ຖື​ເປັນ​ເຫດ​ດິນ​ເຈື່ອນ​ທີ່​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ເປັນ​ເທື່ອ​ທີ​ສອງ​ຂອງ​ປະ​ເທດ​ໃນ​ເດືອນ​ນີ້. ຝົນຕົກ​ໜັກ​ໃນ​ໄລຍະ​ຜ່ານ​ມາ​ເປັນ​ອັນຕະລາຍ​ຫລາຍ​ຕໍ່​ຜູ້​ຢູ່​ອາ​ໄສ​ຫລາຍ​ສິບ​ຄົນ​ໃນ​ເຂດ​ຊານ​ເມືອງ ​ເຊິ່ງອາ​ໄສ​ຢູ່​ໃນ​ແຫ​ລ່ງກໍ່ສ້າງ​ຊົ່ວຄາວ​ຕາມ​ຕີນ​ພູ​ຂອງ​ພູ​ແອນ​ດີ​ສ ທີ່​ມີ​ຄວາມ​ສ່ຽງ​ຕໍ່​ໄພ​ຫິມະ​ຖະຫລົ່ມ ​ແລະ…

ປະຊາຊົນຟີລິບປິນ 78% ພໍໃຈຕໍ່ການປາບປາມຢາເສບຕິດຂອງລັດຖະບານ

ອົງການ SociaWeather Stations (SWS) ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຟີ​ລິບປິນ​​ເຜີຍ​ແຜ່​ຜົນ​ການ​ສຳ​ຫຼວດ​ໃນ​ວັນ​ທີ 18 ​ເມສາ​ນີ້​​ ໂດຍສະ​ແດງ​ໃຫ້​ເຫັນ​ວ່າ: ປະຊາຊົນ​ຟີ​ລິບ​ປິນ 78% ພໍ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ປາບປາມ​ຢາ​ເສບ​ຕິດ​ຂອງ​ທ່ານ ​ໂຣ​ດຣີ​​ໂກ ດູເຕີ​​ເຕ ປະທານາທິບໍດີ. SWS ລະບຸ​ອີກວ່າ: ອົງການ​ຕົນ​ໄດ້​ສຳຫຼວດ​ປະຊາຊົນ​ຟີ​ລິບ​ປິນ 1.200 ຄົນ ​ແຕ່​ວັນ​ທີ…

ນິວຊີແລນເຂັ້ມງວດວີຊາແຮງງານຕ່າງປະເທດຕາມຮອຍອາເມລິກາ-ອົດສະຕຣາລີ

     ​ເວ​ວລິງ​ຕັນ 19 ​ເມສາ: ນິວຊີ​ແລນ​ຈະ​ປັບປຸງ​ກົດ​ການ​ອອກ​ວີ​ຊາ​ປະ​ເພດ​ແຮງ​ງານ​ທີ່​ມີ​ທັກ​ສະ​ໃຫ້​ມີ​ຄວາມ​ເຂັ້ມງວດ​ຫລາຍ​ຂຶ້ນ, ພາຍຫລັງ​ອາ​ເມ​ລິ​ກາ ​ແລະ ອົດ​ສະຕຣາລີ​ຫາ​ກໍ​ປະກາດ​ຈະ​ປ່ຽນ​ແປງ​ກົດ​ວີ​ຊາ​ໃໝ່ ຫວັງ​ກະ​ຕຸ້ນ​ໃຫ້​ບໍລິສັດ​ຫັນ​ມາ​ຈ້າງ​ວຽກ​ຄົນ​ໃນ​ປະ​ເທດ​ຫລາຍ​ຂຶ້ນ. ທ່ານ ​ໄມ​ເຄິນ ວູດ​ເຮົາ ລັດຖະມົນຕີ​ກະຊວງ​ກວດຄົນ​ເຂົ້າ​ເມືອງ​ນິວຊີ​ແລນ ກ່າວ​ວ່າ: ການ​ປ່ຽນ​ແປງ​ກົດ​ວີ​ຊາ​ດັ່ງກ່າວ​ເປັນ​ໄປ​ຕາມ​ນະ​ໂຍບາຍ​ຊາວ​ນິວຊີ​ແລນ​ຕ້ອງ​ມາ​ກ່ອນ ທີ່​ຕ້ອງການ​ໃຫ້​ບໍລິສັດ​ຕ່າງໆ​ຫັນ​ມາ​ຈ້າງ​​ແຮງ​ງານ​ໃນ​ປະ​ເທດ​ຫລາຍ​ຂຶ້ນ ລວມທັງ​ລົງທຶນ​ພັດທະນາ​ທັກ​ສະ​ຂອງ​ແຮງ​ງານ ​ໂດຍ​ກົດໝາຍ​ໃໝ່​ຈະ​ມີ​ການ​ກຳນົດ​ໃຫ້​ນາຍ​ຈ້າງ​ຕ້ອງ​ຈ່າຍ​ລາຍ​ຮັບ​ຂັ້ນຕໍ່າ 49.000 ​ໂດ​ລາ​ນິວຊີ​ແລນ…

ສ.ເກົາຫລີ ເດີນໜ້າສູ່ການເປັນສັງຄົມບໍ່ມີເງິນຫລຽນ

     ​ເຊ​ອຸນ 19 ​ເມສາ: ສຳນັກ​ຂ່າວ​ຍອນ​ຮັບ​ຂອງ ສ.​ເກົາຫລີ ​ເປີດ​ເຜີຍ​ວ່າ: ທະນາຄານ​ກາງ ສ.​ເກົາຫລີ ວາງ​ແຜນ​ເລີ່​ມ​ໂຄ​ງການ​ສົ່ງ​ເສີມ​ໃຫ້​ປະ​ເທດ​ກາຍ​ເປັນ​ສັງຄົມ​ບໍ່​ມີ​​ເງິນ​ຫລຽນ​ນັບ​ແຕ່​ວັນ​ທີ 20 ​ເມສາ​ນີ້ ຫວັງ​ເພີ່ມ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ປະຊາຊົນ. ທະນາຄານ​ ສ.​ເກົາຫລີ ລະບຸ​ວ່າ: ​ໂຄງການ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຜູ້​ຊົມ​ໃຊ້​ສາມາດ​ຝາກ​ເງິນ​ທອນ​ຈາກ​ການ​ຊື້​ເຄື່ອງ​ເຂົ້າບັດ​ຕື່ມ​ເງິນ​ໄດ້​ໂດຍ​ກົງ​ຕາມ​ຮ້ານ​ຄ້າ ​ແລະ ຮ້ານ​ສັບພະ​ສິນຄ້າ​ຕ່າງໆ​ທີ່​ເຂົ້າຮ່ວມ​ໂຄງການ ​ໂດຍ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເອົາ​ເງິນ​ຫລຽນ​ກັບ​ມາ​ເກັບ​ໃນ​ກະ​ເປົາ​​ໃຫ້​ໜັກ​ອີກ​ຕໍ່​ໄປ….

ບຣູໄນເປັນເຈົ້າພາບກອງປະຊຸມດ້ານສຸຂະພາບອາຊຽນ

     ບຣູ​ໄນ 19 ​ເມສາ: ບຣູ​ໄນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ວ່າ​ດ້ວຍ​ການ​ພັດທະນາ​ດ້ານ​ສຸຂະພາບ​ຂອງ​ປະ​ເທດ​ໃນ​ອາ​ຊຽນ. ທ່ານ ຮາ​ຈາ ມັດ​ລິ​ນາ ບິນ​ຕິ ຮັດ​ຈິ ​ໂມ​ຊິນ ລັດຖະມົນຕີຊ່ວຍ​ສາທາລະນະ​ສຸກ​ບຣູ​ໄນ ກ່າວ​ວ່າ: ອາ​ຊຽນຈຳ​ເປັນ​ຕ້ອງ​ເດີນ​ໜ້າ​ຮ່ວມ​ມື​ກັນ​ຜະ​ເຊີນ​ກັບ​ບັນຫາ​ທ້າ​ທາຍ​ດ້ານ​ສຸຂະພາບ​ໃນ​ພາກພື້ນຕໍ່​ໄປ ​ໂດຍ​ສະ​ເພາະ​ການ​ຮັບ​ມື​ກັບ​ພະຍາດ​ບໍ່​ຕິດ​ຕໍ່​ທີ່​ເກີດ​ຈາກ​ພຶດຕິ​ກຳການ​ດຳລົງ​ຊີວິດ ​ເຊິ່ງ​ເປັນສາ​ເຫດການ​ຕາຍ ​ແລະ ​ເຈັບ​ເປັນ​ຂອງ​ຄົນ​ຈຳນວນ​ຫລາຍ. ນອກຈາກ​ນີ້​ຍັງ​ມີ​ພະຍາດ​ເກີດ​ໃໝ່ ທີ່​ເຊື້ອພະຍາດ​ມີ​ອາການ​ດື້ຢາ​ຫລາຍ​ຂຶ້ນ…

ນາຍົກອັງກິດປະກາດເລືອກຕັ້ງ 8 ມິຖຸນານີ້

     ລອນ​ດອນ 18 ​ເມສາ: ນາຍົກລັດຖະມົນຕີ ນາງ ​ເທ​ເຣຊາ ​ເມ ຂອງ​ອັງກິດ ປະກາດ​ຈັດການ​ເລືອກ​ຕັ້ງກ່ອນ​ກຳນົດ​ໃນ​ວັນ​ທີ 8 ມິຖຸນາ​ນີ້ ​ເນື່ອງ​ຈາກ​ລັດຖະບານ​ມີ​ແຜນ​ຈະ​ແຈ້ງ​ແລ້ວ​ໃນ​ການ​ເຈລະຈາ​ເງື່ອນ​ໄຂ​ການ​ອອກ​ຈາກ​ສະຫະພາບ​ເອີຣົບ ​ແລະ ຕ້ອງການ​ໃຫ້​ອັງກິດ​ມີ​ເອກະ​ພາບ​ທາງ​ການ​ເມືອງ. ທ່ານ​ນາງ ​ເທ​ເຣຊາ ​ເມ ຖະ​ແຫລ​ງຢູ່​ນະຄອນຫລວງ​ລອນ​ດອນ ​ເວລາ​ປະມານ…

ສຽງລົງປະຊາມະຕິຢູ່ຕວກກີອາດບໍ່ປອດໃສເຖິງ 2,5 ລ້ານສຽງ

      ນັກສັງເກດການເອີຣົບຕັ້ງຂໍ້ສົງໄສວ່າ: ຄະແນນໃນການລົງປະຊາມະຕິຢູ່ຕວກກີໃນວັນທີ 16 ເມສານີ້ ອາດ ເປັນຄະແນນທີ່ບໍ່ປອດໃສເຖິງ 2,5 ລ້ານຄະແນນ. ທ່ານນາງ ອາເລບ ໂຄຣຸນ ສສ ໂອຕຣິດ ທີ່ຮ່ວມໃນຄະນະ ສັງເກດການຂອງສະພາເອີຣົບ ໃຫ້ສຳພາດສະຖານີວິ ທະຍຸໃນປະເທດວ່າ: ມີຂໍ້ສົງໄສຫລາຍຢ່າງກົດໝາຍຕວກກີອະນຸຍາດໃຫ້ເຈົ້າໜ້າທີ່ເທົ່ານັ້ນທີ່ມີສິດເປີດຊອງລົງຄະ ແນນ…

ສປປ ເກົາຫລີ ຢືນຢັນເດີນໜ້າທົດລອງຍິງລູກສອນໄຟ

      ລອນ​ດອນ 18 ​ເມສາ: ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ ສປປ ​ເກົາຫລີ ​ເປີດ​ເຜີຍ​ວ່າ: ສປປ ​ເກົາຫລີ ຈະ​ເດີນ​ໜ້າ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຢ່າງ​ຕໍ່​ເນື່ອງ ​ແລະ ກ່າວ​ວ່າ: ມາດ​ຕະການ​ທາງ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຈະ​ນຳ​ໄປ​ສູ່​ສົງຄາມ​ເຕັມ​ຮູບ​ແບບ. ທ່ານ ຮັນ ຊອງ ຢອນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສປປ…

ສ.ເກົາຫລີ ຈະຫລຸດລະດັບເຕືອນໄພໄຂ້ຫວັດສັດປີກຈາກລະດັບສູງສຸດ

      ​ເຊ​ອຸນ 18 ​ເມສາ: ກະຊວງ​ກະສິກຳ ສ.​ເກົາຫລີ ​ແຈ້ງວ່າ: ຈະ​ຫລຸດ​ລະດັບ​ການ​ເຕືອນ​ໄພ​ໄຂ້ຫວັດ​ສັດ​ປີກ​ລົງ​ໜຶ່ງ​ລະດັບ​ຈາກ​ລະດັບ​ສູງ​ສຸດ ​ເລີ່​ມ​ແຕ່​ວັນ​ທີ 19 ​ເມສາ​ນີ້ ​ເນື່ອງ​ຈາກ​ບໍ່​ພົບ​ສັດ​ປີກ​ຕິດ​ເຊື້ອ​ເທື່ອ​ໃໝ່​ໃນ​ໄລຍະ 2 ອາທິດ​ຜ່ານ​ມາ. ສ.​ເກົາຫລີ ຜະ​ເຊີນ​ໄຂ້ຫວັດ​ສັດ​ປີກ​ລະບາດ​ຄັ້ງຮຸນ​ແຮງ​ທີ່​ສຸດ​ພາຍຫລັງ​ພົບ​ການລະບາດ​ໃນ​ເດືອນ​ພະຈິກ ຕ້ອງ​ກຳຈັດ​ສັດ​ປີກ​ຫລາຍ​ກວ່າ 37 ລ້ານ​ໂຕ ຄິດ​ເປັນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!