ສາຍການບິນອາເມລິກັນ ແອລາຍອອກມາຖະແຫລງຂ່າວ ຫລັງພະນັກງານໃຊ້ຄວາມຮຸ່ນແຮງຕໍ່ກັບຜູ້ໂດຍສານຍິງ

ສາຍການບິນອາເມລິກັນ ແອລາຍ ຖະແຫລງການຂໍອະໄພ ແລະ ໄດ້ສັ່ງພັກງານ ພັກນັກງານທີ່ກໍ່ເຫດຖົກຖຽງ ແລະ ໃຊ້ກຳລັງ ຍາດລໍ້ເດັກນ້ອຍຈາກຜູ້ໂດຍສານແມ່ລູກອ່ອນ ເທິງເຄື່ອງບິນ ໃນສະຫນາມບິນນານາຊາດ ຊານຟານຊິດໂກ ເຫດເກີດຂຶ້ນເທິງຖ້ຽວບິນ 591 ຊຶ່ງກຳລັງຈະອອກເດີນທາງຈາກ ຊານຟານຊິດໂກ ໄປ ດັກລາດສ ຊຶ່ງມີເຈົ້າຫນ້າທີ່ຜູ້ຫນຶ່ງກຳລັງໃຊ້ຄວາມຮຸ່ນແຮງເຂົ້າດຶງລໍ້ເດັກນ້ອຍຂອງຜູ້ໂດຍສານຍິງທີ່ກຳລັງອຸ້ມລູກນ້ອຍແຝດຢູ່ ເຮັດໃຫ້ລໍ້ເດັກນ້ອຍຕຳເອົາແມ່ຍິງຄົນດັ່ງກ່າວ…

ຝຣັ່ງຮັກສາຄວາມປອດໄພເຂັ້ມເລືອກຕັ້ງມື້ນີ້

      ປາຣີ 23 ​ເມສາ: ຝຣັ່ງຈັດ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ເຂັ້ມງວດ​ຕາມ​ໜ່ວຍ​ເລືອກ​ຕັ້ງປະທານາທິບໍດີ​ທົ່ວ​ປະ​ເທດ ​ໃນ​ວັນ​ທີ 23 ​ເມສາ​ນີ້, ພາຍຫລັງ​ເກີດ​ເຫດ​ຮ້າຍ​ຫລາຍ​ເທື່ອ ລວມທັງ​ເຫດ​ຍິງ​ຕຳຫລວດ​ຢູ່​​ເຊ​ລີ​ເຊ ​ໃນ​ຄືນ​ວັນ​ທີ 20 ​ເມສາ. ຕຳຫລວດ​ກວ່າ 50.000 ຄົນ ຖືກ​ສົ່ງ​ໄປ​ປະຈຳການ​ຕາມ​ໜ່ວຍ​ເລືອກ​ຕັ້ງ 70.000 ​ແຫ່ງ​ທົ່ວ​ປະ​ເທດ ​ໂດຍ​ມີ​ທະຫານ…

ຄາດຄະເນພັກລັດຖະບານອັງກິດຈະໄດ້ຮັບໄຊຊະນະຢ່າງຫລວງຫລາຍເລືອກຕັ້ງເດືອນໜ້າ

     ລອນດອນ 23 ເມສາ: ພັກອະນຸລັກນິຍົມຂອງນາຍົກລັດຖະມົນຕີ ເທເຣຊາ ເມ ຂອງອັງກິດ ມີທ່າອ່ຽງຈະໄດ້ ຮັບໄຊຊະນະຢ່າງຫລວງຫລາຍໃນການເລືອກຕັ້ງກ່ອນກຳນົດທີ່ຈະມີຂຶ້ນໃນວັນທີ 8 ມິຖຸນານີ້. ຜົນສຳຫລວດຫລາຍແຫ່ງທີ່ເຜີຍແຜ່ໃນວັນທີ 22 ເມສານີ້ຊີ້ວ່າ: ພັກອະນຸລັກນິຍົມມີຄະແນນສະໜັບສະໜູນ 45-50% ຫລາຍກວ່າພັກແຮງງານທີ່ເປັນຝ່າຍຄ້ານເຖິງ 2 ເທົ່າ….

ສຸດສະເທືອນໃຈ … ຮອຍຍິມຈາກເດັກຍິງທີ່ມີຜ້າພັນແຜອ້ອມຫົວ

ສື່ຕ່າງປະເທດເຜີຍແຜ່ຄິບວີດີໂອ ເປັນນ້ອງນ້ອຍຄົນຊີເລຍທີ່ລອດຕາຍຈາກການໂຈມຕີຂະບວນລົດຜູ້ອົບພະຍົບອອກຈາກພື້ນທີ່ປິດລ້ອມ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 126ຄົນ, ເກີນເຄິ່ງໃນຈຳນວນນັ້ນແມ່ນເດັກນ້ອຍ. ນ້ອງນ້ອຍຜູ້ນີ້ອາຍຸປະມານ 3ປີໄດ້ຮັບບາດເຈັບທົ່ວຮ່າງກາຍຈາກເຫດການດັ່ງກ່າວ ເຊິ່ງຫົວນ້ອງນ້ອຍພັນແຜອ້ອມຫົວ, ໃບຫນ້າຖືກຮອຍຂູດຈາກສະເກັດລະເບີດ ແລະ ໂສ້ງເສື້ອເຕັມໄປດ້ວຍເລືອດ ແຕ່ເມື່ອໄດ້ຫລິ້ນຫມາກປຸມເປົ້າທີ່ເຮັດດ້ວຍຖົງມືຢາງ ຮອຍຍິ້ມອັນບໍລິສຸດກໍ່ປາກົດຂື້ນ. ນີ້ແມ່ນຫນຶ່ງໃນຄິບວີດີໂອທີ່ສະເທືອນໃຈທີ່ສຸດຈາກຜົນຮ້າຍຂອງສົງຄາມ ເຊິ່ງເຮັດໃຫ້ຫວນເຫັນຄືນພາບອີກພາບຫນຶ່ງຂອງເດັກນ້ອຍຜູ້ຊາຍອາຍຸ5ປີ ນັ່ງເທິງລົດກູ້ໄພຫລັງຈາກລອດພົ້ນຈາກການລະເບີດ.

ປະທ້ວງເດືອດຢູ່ເວເນຊູເອລາ

​ໃນ​ວັນ​ທີ 21 ​ເມສາ​ນີ້,  ກາ​ນປະ​ທ້ວງ​ໃຫຍ່​ຢູ່​ເວ​ເນ​ຊູ​ເອລາ ​ເພື່ອ​ຕໍ່ຕ້ານ​ປະທານາທິບໍດີ ນິ​ໂກ​ລັສ ມາ​ດູ​ໂຣ ​ແລະ ຮຽກຮ້ອງ​ໃຫ້​ມີ​ການ​ຈັດການ​ເລືອກ​ຕັ້ງ​ເທື່ອ​ໃໝ່ ຕະຫລອດ​ຮອດ​ປ່ອຍ​ຕົວ​ບັນດາ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ທີ່​ຖືກ​ຈຳ​ຄຸກ ​ໄດ້​ລຸກລາມ​ກາຍ​ເປັນຄວາມ​ຮຸນ​ແຮງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 3 ຄົນ ​ແລະ ບາດ​ເຈັບ​ອີກ​ຈຳນວນ​ຫລາຍ. ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ກຸ່ມ​ຜູ້​ຊຸມນຸມ​​ເອີ້ນ​ວ່າ: “ມານ​ດາ​ແຫ່ງ​ການ​ປະ​ທ້ວງ​ທັງ​ໝົດ” ມີ​ຂຶ້ນ​ໃນ​ຫລາຍ​ເມືອງ​ທົ່ວ​ເວ​ເນ​ຊູ​ເອລາ ນັບ​ແຕ່​ວັນ​ທີ…

ອາເມລິກາເລັ່ງຍົກເລີກສາຍການບິນ ສປປ ເກົາຫລີ ກົດດັນໂຄງການນິວເຄຼຍ

     ພຽງ​ຢາງ 21 ​ເມສາ: ອາ​ເມ​ລິ​ກາ​ພວມ​ພິຈາລະນາ​ມາດ​ຕະການ​ຂວ້ຳບາດ​ແອ​ໂຄຣຍໍ ສາຍ​ການບິນ​ແຫ່ງ​ຊາດ​ຂອງ ສປປ ​ເກົາຫລີ ຫວັງ​ເພີ່ມ​ແຮງ​ກົດ​ດັນ​ທາງ​ເສດຖະກິດ​ໃຫ້​ຢຸດ​ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ, ​ແຕ່​ຜູ້​ຊ່ຽວຊານ​ຊີ້​ວ່າ: ມາດ​ຕະການ​ດັ່ງກ່າວ​ອາດ​ສົ່ງ​ຜົນ​ກະທົບ​ດ້ານ​ການ​ເມືອງ​ຫລາຍ​ກວ່າ. ຜູ້​ຊ່ຽວຊານ​ຊາວ ສປປ ​ເກົາຫລີ ກ່າວ​ວ່າ: ມາດ​ຕະການ​ຂວ້ຳບາດ​ແອ​ໂຄຣຍໍ​ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ມະຫາສານ​ໃຫ້​ແກ່​ເສດຖະກິດ​ຂອງ ສປປ ​ເກົາຫລີ,…

ສະພາຄວາມໝັ້ນຄົງ ສປຊ ຂູ່ຈະລົງໂທດຂວ້ຳບາດ ສປປ ເກົາຫລີ ເທື່ອໃໝ່

     ສະຫະ​ປະຊາ​ຊາດ 21 ​ເມສາ: ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ຫລື UNSC ລົງມະຕິ​ໃນ​ວັນ​ທີ 20 ​ເມສາ ປະນາມ ສປປ ​ເກົາຫລີ ຢ່າງ​ຮຸນ​ແຮງ​ຈາກ​ກໍລະນີ​ທີ່ ສປປ ​ເກົາຫລີ ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ເທື່ອ​ຫລັງ​ສຸດ, ພ້ອມ​ທັງ​ຂູ່​ຈະ​ກຳນົດ​ມາດ​ຕະການ​ໃໝ່​ໃນ​ການ​ລົງ​ໂທດ ສປປ ​ເກົາຫລີ…

ເກີດເຫດຍິງໂຈມຕີຢູ່ນະຄອນຫລວງປາຣີຂອງຝຣັ່ງເຮັດໃຫ້ຕຳຫລວດເສຍຊີວິດ 1 ຄົນ

     ປາຣີ 21 ​ເມສາ: ​ເຈົ້າໜ້າ​ທີ່​ຕຳຫລວດ​ຝຣັ່ງຖືກ​ຍິງ​ເສຍ​ຊີວິດ 1 ຄົນ ​ແລະ ອີກ 2 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດ​ຍິງ​ໂຈມ​ຕີ​ຢູ່​ນະຄອນຫລວງ​ປາຣີຂອງຝຣັ່ງ​ໃນ​ຄືນ​ວັນ​ທີ 20 ​ເມສາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ​ໃນ​ຂະນະ​ທີ່​ເຫລືອ​ອີກ​ບໍ່​ເທົ່າ​ໃດ​ວັນ​ຈະ​ມີ​ການ​ເລືອກ​ຕັ້ງປະທານາທິບໍດີ​ຝຣັ່ງ ​ໂດຍ​ກຸ່ມ​ລັດ​ອິສລາມ ຫລື IS ​ໄດ້​ຟ້າວ​ອອກ​ມາ​ອ້າງ​ຕົວ​ວ່າ​ຢູ່​ເບື້ອງຫລັງ​ການ​ກໍ່​ເຫດ​ເທື່ອ​ນີ້. ຄົນ​ຮ້າຍ​ເປີດ​ສາກ​ໃຊ້​ປືນ​ອັດຕະ​ໂນ​ມັດ​ຍິງ​ເຂົ້າ​ໃສ່​ລົດ​ຕູ້​ຂອງ​ຕຳຫລວດ​ຢູ່​ຖະໜົນ​ໝອງ…

ລັດຖະມົນຕີພະລັງງານຊາອຸເນັ້ນຜູ້ຜະລິດນ້ຳມັນຕ້ອງຂະຫຍາຍເວລາຫລຸດປະລິມານການຜະລິດ

​     ອາ​ບູດາ​ບີ 20 ​ເມສາ: ລັດຖະມົນຕີ​ພະລັງງານ​ອາຣັບບີ ຊາ​ອຸ​ດິດ ກ່າວ​ວ່າ: ກຸ່ມ​ປະ​ເທດ​ຜູ້​ຜະລິດ​ນ້ຳມັນ​ອາດ​ຕ້ອງ​ຂະຫຍາຍ​ເວລາ​ຫລຸດ​ການ​ຜະລິດ​ນ້ຳມັນ​ຕາມ​ທີ່​ຕົກລົງ​ກັນ​ໄວ້​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ​ເພື່ອ​ໃຫ້​ລາຄາ​ນ້ຳມັນ​ໃນ​ຕະຫລາດ​ມີ​ສະຖຽນ​ລະ​ພາບ​ຄື​ເກົ່າ. ທ່ານ ຄາ​ລິດ ອັດ ຟາ​ລີ ລັດຖະມົນຕີ​ພະລັງງານ​ອາຣັບບີ ຊາ​ອຸ​ດິດ ກ່າວ​ໃນ​ກອງ​ປະຊຸມ​ດ້ານ​ພະລັງງານ ຢູ່​ອາ​ບູດາ​ບີ​ວ່າ: ກຸ່ມ​ປະ​ເທດ​ຜູ້​ຜະລິດ​ນ້ຳມັນ​ຄວນ​ຂະຫຍາຍ​ເວລາຫລຸດ​ການ​ຜະລິດ​​ເພື່ອ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້…

ເມນູແມງໄມ້ພວມໄດ້ຮັບຄວາມນິຍົມຢູ່ອົດສະຕຣາລີ

     ຊິດ​ນີ 20 ​ເມສາ: ຂົ້ວຈິ້ງຫລີດ, ປີ້ງ​ມົດ​ທານ້ຳ​ເຜິ້ງ, ​ແມງ​ສາບ​ເຜົາ ລ້ວນ​ເປັນ​ເມນູສຸດ​ແປກ​ທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ ​ແລະ ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ເມ​ນູອາຫານ​ຄໍ່າ​ລະດັບ​ພັດ​ຕະຄານ​ຢູ່​ອົດ​ສະຕຣາລີ​ໄປ​ແລ້ວ. ລາຍ​ງານ​ລະບຸ​ວ່າ: ​ເມ​ນູ​ແມງ​ສຸດ​ແປກ​ເຫລົ່າ​ນີ້​ສ້າງ​ຄວາມ​ແປກ​ໃໝ່ ​ແລະ ສົ່ງ​ສັນຍານ​ວ່າ​ພວມ​ເປັນ​ທີ່​ນິຍົມ​ຫລາຍ​ຂຶ້ນຢູ່​ອົດ​ສະຕຣາລີ ​ໂດຍ​ພໍ່ຄົວຮ້ານ​ອາຫານ​ເອລ ​ໂທ​ໂຟ ຢູ່​ນະຄອນ​ຊິດ​ນີ ກ່າວ​ວ່າ: ​ເມ​ນູ​ແມງ​ເປັນ​ສິ່ງ​ແປກ​ໃໝ່ ​ເຮັດ​ໃຫ້​ບັນດາ​ລູກ​ຄ້າ​ຕ່າງ​ຢາກ​ຮູ້​ຢາກ​ເຫັນ​ຫລາຍ​ກວ່າ​ອາຫານ​ເຫລົ່ານັ້ນມີ​ລັກສະນະ​ເປັນ​ແນວ​ໃດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!