ສົງຄາມການຄ້າເດືອດ ! ທ່ານ ທຣໍາ ຂູ່ເກັບພາສີເພີ່ມ ພາຍຫລັງການາດາ-EU ຕອບໂຕ້ການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມ 25% ຂອງອາເມລິກາ

        ສະຖານະການສົງຄາມການຄ້າມີທ່າອ່ຽງເຄັ່ງຕຶງຂຶ້ນອີກ ພາຍຫລັງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດວ່າ: ຈະກໍານົດມາດຕະການເກັບພາສີສິນຄ້ານໍາເຂົ້າເພີ່ມອີກ ພາຍຫລັງມາດຕະການຫລ້າສຸດໃນການເກັບພາສີນໍາເຂົ້າເຫລັກ ແລະ ອາລູມີນຽມທັງໝົດໃນລະດັບ 25% ເຊິ່ງມີຜົນບັງຄັບໃຊ້ໄປໃນວັນທີ 12 ມີນາ ສົ່ງຜົນເຮັດໃຫ້ການາດາ ແລະ ເອີຣົບທີ່ໄດ້ຮັບຜົນກະທົບ ປະກາດທ່າທີຕອບໂຕ້ຢ່າງວ່ອງໄວພາຍໃນເວລາຕໍ່ມາ.        …

ອິນໂດເນເຊຍກໍານົດເປົ້າໝາຍ ເສດຖະກິດຂອງປະເທດປີ 2026 ເຕີບໃຫຍ່ 6.3%

       ລັດຖະບານອິນໂດເນເຊຍປະກາດເປົ້າໝາຍການເຕີບໃຫຍ່ທາງເສດຖະກິດຢູ່ລະດັບ 6.3% ໃນປີ 2026.        ແຜນປະຕິບັດງານຂອງລັດຖະບານອິນໂດເນເຊຍປີ 2026 ຍັງກໍານົດເປົ້າໝາຍການພັດທະນາທີ່ສໍາຄັນອັນອື່ນນໍາ ໄດ້ແກ່ການເພີ່ມລາຍໄດ້ຂອງປະຊາຊົນຕໍ່ຫົວເປັນ 5,870 ໂດລາສະຫະລັດ, ຫລຸດຄວາມເຂັ້ມຂຸ້ນຂອງການປ່ອຍແກັສເຮືອນແກ້ວລົງ 37.14%.        ການປັບປຸງດັດຊະນີຄຸນນະພາບສິ່ງແວດລ້ອມໃຫ້ເຖິງ 76.67, ຫລຸດອັດຕາຄວາມທຸກຍາກລົງເຫລືອລະຫວ່າງ 6.5-7.5%, ຮັກສາອັດຕາຄວາມບໍ່ເທົ່າທຽມກັນຂອງລາຍໄດ້ໃນຮູບຂອງອັດຕາສ່ວນ…

ຍິງຊາວລາວ ຖືກຍິງເສຍຊີວິດຄາທີ່ ຄາດມາຈາກການຫຶງຫວງ ຍ້ອນຄົບຊ້ອນ

ສໍານັກຂ່າວ Nation TV ຂອງໄທ ລາຍງານວ່າ: ວັນທີ 11 ມີນາ 2025 ເກີດເຫດຍິງກັນ ພາຍໃນຮ້ານ ຄາຣາໂອເກະ 444 ທີ່ຖະໜົນເພັດກະເສມ ຕໍາບົນເຂົາໄຊສົນ ອໍາເພີ ເຂົາໄຊສົນ ຈັງຫວັດພັດທະລຸງ-ຫາດໃຫຍ່ ມີຜູ້ເສຍຊີວິດ 1…

EU ຂຶ້ນພາສີສິນຄ້າອາເມລິກາ 25% ຕອບໂຕ້ຖືກຂຶ້ນພາສີເຫລັກ-ອາລູມີນຽມ

       ສະຫະພາບເອີຣົບຕອບໂຕ້ການຖືກອາເມລິກາເກັບພາສີເຫລັກ ແລະ ອາລູມີນຽມອີກ 25% ດ້ວຍການຂຶ້ນພາສີສິນຄ້າຂອງອີຝ່າຍໃນອັດຕາທີ່ເທົ່າກັນ.        ຄະນະກໍາມາທິການເອີຣົບ (EC) ເຊິ່ງເປັນອົງກອນຝ່າຍບໍລິຫານຂອງສະຫະພາບເອີຣົບ (EU) ອອກຖະແຫລງການວ່າ: “ເສຍໃຈຢ່າງຍິ່ງ” ຕໍ່ກໍລະນີອາເມລິກາເດີນໜ້າມາດຕະການກໍາແພງພາສີອີກ 25% ຕໍ່ຜະລິດຕະພັນເຫລັກ ແລະ ອາລູມີນຽມຂອງ EU ເຊິ່ງຖືເປັນການກີດກັນການຄ້າ…

ຮູຕິປະກາດກັບມາໂຈມຕີເຮືອອິດສະລາແອນ ພາຍຫລັງສະກັດການຊ່ວຍເຫລືອເຂົ້າສູ່ກາຊາ

       ກຸ່ມຕິດອາວຸດຮູຕິຢູ່ເຢເມນປະກາດວ່າຈະກັບມາໂຈມຕີເຮືອອິດສະລາແອນອີກເປັນຄັ້ງທໍາອິດໃນຮອບປະມານ 2 ເດືອນ ເພື່ອຕອບໂຕ້ທີ່ອິດສະລາແອນຕັດສິນໃຈປິດກັ້ນການຊ່ວຍເຫລືອບໍ່ໃຫ້ເຂົ້າສູ່ເຂດກາຊາ.         “ເຮືອອິດສະລາແອນທຸກລໍາທີ່ພະຍາຍາມລະເມີດຄໍາສັ່ງຫ້າມໃນພື້ນທີ່ປະຕິບັດການທີ່ເຮົາກໍານົດໄວ້ຈະຖືກໂຈມຕີທັນທີ” ທ່ານ ຢາຢາ ຊາຣີ ໂຄສົກຂອງກຸ່ມຮູຕິກ່າວ. “ຄໍາສັ່ງຫ້າມນີ້ຈະມີຜົນຈົນກວ່າດ່ານຂ້າມແດນເຂົ້າສູ່ເຂດກາຊາຈະເປີດອີກ” ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ ລວມທັງອາຫານ ແລະ ຢາຈະໄດ້ຮັບອະນຸຍາດໃຫ້ສົ່ງເຂົ້າໄປໄດ້.        ຄໍາສັ່ງຫ້າມດັ່ງກ່າວຄວບຄຸມເຮືອທີ່ແລ່ນຜ່ານທະເລແດງ, ທະເລອາຣັບ,…

ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

        ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃຫ້ຄໍາໝັ້ນວ່າຈະເພີ່ມພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາສອງເທົ່າຈາກ 25% ເປັນ 50%, ແຕ່ທ່ານພັດປ່ຽນໃຈໃນເວລາຕໍ່ມາ ຖືເປັນການເຄື່ອນໄຫວຢ່າງວ່ອງໄວທີ່ເຮັດໃຫ້ຕະຫລາດການເງິນເກີດຄວາມປັ່ນປ່ວນ.        ທ່ານ ທຣໍາ ຕັດສິນໃຈຂຶ້ນພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາ ພາຍຫລັງທ່ານ…

ອູແກຣນຕອບຮັບຂໍ້ສະເໜີຢຸດຍິງ 30 ວັນຂອງອາເມລິກາ ພ້ອມເຈລະຈາກັບຣັດເຊຍທັນທີ

       ທ່ານ ໂວໂລດິເມຍ ເຊເລນສກີ ປະທານາທິບໍດີອູແກຣນ ເປີດເຜີຍວ່າ: ອູແກຣນໄດ້ຕອບຮັບຂໍ້ສະເໜີຂອງອາເມລິກາໃນການຢຸດຍິງກັບຣັດເຊຍເປັນເວລາ 30 ວັນ ພາຍຫລັງການເຈລະຈາຢ່າງເປັນທາງການຄັ້ງທໍາອິດລະຫວ່າງເຈົ້າໜ້າທີ່ລະດັບສູງຂອງອູແກຣນ ແລະ ອາເມລິກາ ຢູ່ນະຄອນເຈດດາ ຂອງຊາອຸດິອາຣະບີ ໃນວັນທີ 11 ມີນາ ໂດຍໃຊ້ເວລາໃນການເຈລະຈາກວ່າ 8 ຊົ່ວໂມງ….

ອະດີດປະທານາທິບໍດີຟີລິບປິນ ດູເຕີເຕ ຖືກຈັບແລ້ວໃນນະຄອນຫລວງມະນິລາ ພາຍຫລັງ ICC ອອກໝາຍຈັບ

      ອະດີດປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ຖືກຄວບຄຸມຕົວພາຍຫລັງຖືກສານອາຍາສາກົນ (ICC) ອອກໝາຍຈັບ ເນື່ອງຈາກນະໂຍບາຍປາບປາມການຄ້າຢາເສບຕິດທີ່ທ່ານເຄີຍໃຊ້ສະໄໝດໍາລົງຕໍາແໜ່ງຜູ້ນໍາປະເທດ.       ທໍານຽບປະທານາທິບໍດີຟີລິບປິນລະບຸວ່າ: ທ່ານ ດູເຕີເຕ ຖືກຈັບໃນວັນທີ 11 ມີນານີ້ ຢູ່ສະໜາມບິນມະນິລາ ພາຍຫລັງເດີນທາງກັບຈາກຮົງກົງ.       ທໍານຽບປະທານາທິບໍດີກ່າວໃນຖະແຫລງການວ່າ:…

ກອງທັບອິດສະລາແອນກ່າວວ່າ ໄດ້ໂຈມຕີສູນບັນຊາການທະຫານ ແລະ ສາງອາວຸດຢູ່ຊິຣີທາງໃຕ້

      ກອງທັບອິດສະລາແອນຖະແຫລງໃນວັນທີ 11 ມີນາວ່າ: ໄດ້ປະຕິບັດການໂຈມຕີສູນບັນຊາການທະຫານ ແລະ ສາງອາວຸດໃນພື້ນທີ່ທາງໃຕ້ຂອງຊິຣີໃນຄືນຜ່ານມາ.      ການໂຈມຕີໂຄງລ່າງພື້ນຖານທາງທະຫານຂອງຊິຣີຄັ້ງຫລ້າສຸດນີ້ ກອງທັບອິດສະລາແອນລະບຸວ່າ: ໄດ້ຕັ້ງເປົ້າໝາຍໃສ່ລະບົບເຣດາ ແລະ ອຸປະກອນສອດແນມທີ່ໃຊ້ໃນການຮວບຮວມຂໍ້ມູນຂ່າວທາງອາກາດຢູ່ທາງພາກໃຕ້ຂອງປະເທດ.       ສໍານັກຂ່າວຣອຍເຕີລາຍງານວ່າ: ຍັງບໍ່ມີລາຍງານຜູ້ບາດເຈັບ ຫລື ເສຍຊີວິດຈາກເຫດການດັ່ງກ່າວ.

ພາບຄວາມເສຍຫາຍຈາກພາຍຸໄຊໂຄນ ອັນເຟດ ພັດຖະຫລົ່ມອົດສະຕຣາລີ

ສໍານັກຂ່າວຣອຍເຕີ ລາຍງານວັນທີ 9 ມີນາ 2025 ນີ້ວ່າ: ພາຍຸໄຊໂຄນ ອັນເຟດ (Alfred) ໄດ້ອ່ອນກໍາລັງລົງ ເປັນພາຍຸເຂດຮ້ອນແລ້ວ ຫລັງຈາກພັດຖະຫລົ່ມແຄມຝັ່ງຕາເວັນອອກຂອງປະເທດອົດສະຕຣາລີ ວັນທີ 8 ມີນາ ເຊິ່ງເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ເຮັດໃຫ້ອາຄານບ້ານເຮືອນເສຍຫາຍ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!