ປິດສະໜາມບິນຮີດໂທຊົ່ວຄາວ ຫລັງໄຟໄໝ້ໂຮງໄຟຟ້າໃກ້ຄຽງ ຄາດກະທົບຖ້ຽວບິນ 1,300 ກວ່າຖ້ຽວ
ສະໜາມບິນຮີດໂທໃນນະຄອນຫລວງລອນດອນຂອງອັງກິດ ປະກາດປິດໃຫ້ບໍລິການຊົ່ວຄາວ ຫລັງເກີດໄຟໄໝ້ສະຖານີໄຟຟ້າໃກ້ຄຽງໃນເມືອງເຮຍ ທາງຕາເວັນຕົກຂອງລອນດອນ ສົ່ງຜົນເຮັດໃຫ້ເກີດໄຟຟ້າດັບໃນພື້ນທີ່ສະໜາມບິນ ແລະ ກະທົບເຮືອນ 16,300 ກວ່າຫລັງ. ເບື້ອງຕົ້ນຄາດວ່າສະໜາມບິນຮີດໂທອາດຈະປິດເຖິງ 23:59 ໂມງ ຕາມເວລາທ້ອງຖິ່ນ ໂດຍຜົນຈາກການປິດສະໜາມບິນກະທັນຫັນສົ່ງຜົນເຮັດໃຫ້ຖ້ຽວບິນຢ່າງໜ້ອຍ 120 ຖ້ຽວບິນ ຕ້ອງປ່ຽນເສັ້ນທາງບິນໄປລົງຈອດຢູ່ສະໜາມບິນອື່ນ. …