ສະພາແຫ່ງຊາດຫວຽດນາມ ຮັບຮອງກົງຈັກການຈັດຕັ້ງລັດຖະບານໃໝ່ ຍຸບ 5 ກະຊວງ ຍັງເຫລືອ 14 ກະຊວງ, 3 ອົງການທຽບເທົ່າ
ສຳນັກຂ່າວສານຫວຽດນາມ TTXVN ລາຍງານວ່າ: ວັນທີ 18 ກຸມພາ 2025 ຜ່ານມານີ້ ທ່ານນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ ຟາມ ມິງ ຈິງ (Phạm Minh Chính) ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 15 ກ່ຽວກັບການປັບປຸງກົງຈັກລັດຖະບານ ແລະ…