ເຈົ້າໜ້າທີ່ອິດສະລາແອນເດີນທາງໄປນະຄອນຫລວງໄຄໂຣ ເຈລະຈາຢຸດຍິງໄລຍະທີ 2
ທໍານຽບນາຍົກລັດຖະມົນຕີອິດສະລາແອນຖະແຫລງວ່າ: ຄະນະເຈົ້າໜ້າທີ່ອິດສະລາແອນໄດ້ເດີນທາງໄປນະຄອນຫລວງໄຄໂຣໃນວັນທີ 27 ກຸມພານີ້ ເພື່ອເຈລະຈາຂໍ້ຕົກລົງຢຸດຍິງໄລຍະທີ 2 ຢູ່ເຂດກາຊາ. ຖະແຫລງການດັ່ງກ່າວມີຂຶ້ນ ພາຍຫລັງອິດສະລາແອນ ແລະ ກຸ່ມຮາມັດສໍາເລັດການແລກປ່ຽນຕົວປະກັນອິດສະລາແອນກັບນັກໂທດປາແລັສຕິນໃນວັນທີ 27 ກຸມພາ ເຊິ່ງເປັນການແລກປ່ຽນຕົວປະກັນ ແລະ ນັກໂທດຊຸດສຸດທ້າຍຕາມຂໍ້ຕົກລົງຢຸດຍິງໄລຍະທີ 1. …