ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ

ໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂະແໜງສາທາລະນະສຸກທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດຂອງສະມາຊິກພັກ, ພະນັກງານຂອງບັນດາແພດໝໍໃຫ້ມີຈັນຍາທຳ, ຈັນຍາບັນໃນການບໍລິການຮັບໃຊ້ປະຊາຊົນໃຫ້ດີ, ວ່ອງໄວ, ບໍ່ເຫັນແກ່ປະໂຫຍດ ແລະ ຕ້ອງບໍລິການດ້ວຍນ້ຳໃຈແທ້ຈິງ, ໄລຍະຜ່ານມາເຫັນວ່າໄດ້ມີສຽງວິຈາກປະຊາຊົນກໍຄືສັງຄົມບໍ່ໜ້ອຍຕໍ່ຂອດບໍລິການຂອງແພດໝໍລາວຈໍານວນໜຶ່ງທີ່ຍັງບໍ່ເອົາໃຈໃສ່ເບິ່ງແຍງກວດສຸຂະ ພາບຂອງຄົນເຈັບດີເທົ່າທີ່ຄວນ, ແພດໝໍບາງຄົນການເວົ້າຈາກັບຄົນເຈັບ ຫລື ຍາດພີ່ນ້ອງຄົນເຈັບກໍ ບໍ່ສຸພາບອ່ອນໂຍນ, ບາງຄົນເຫັນຄົນເຈັບມີຖານະທຸກຍາກກໍບໍ່ຢາກເອົາໃຈໃສ່ເບິ່ງແຍງປິ່ນປົວ, ຊຶ່ງບັນຫານີ້ຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ. ຄຽງຄູ່ກັນນີ້ຕ້ອງປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດລວມການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ານວຽກງານສາທາລະນະສຸກໃຫ້ທົ່ວເຖິງລົງສູ່ເຂດຫ່າງໄກສອກຫລີກ ເພື່ອເລັ່ງແກ້ໄຂບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາໂຕທີ່ຍັງບໍ່ທັນບັນລຸ ເປັນຕົ້ນ: ດ້ານໂພສະນາການ ແລະ…

Lao-VietBank ມອບເຄື່ອງຊ່ວຍເຫລືອໃຫ້ນັກຮຽນ ແລະ ປະຊາຊົນບ້ານນາຂວາງ, ເມືອງວັງວຽງ

ວັນທີ 1 ເມສານີ້, ຄະນະອາສາສະໝັກກ ທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-VietBank) ແລະ ສະໂມສອນລາວ Off Road ໄດ້ນຳເອົາເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ປະກອບມີ: ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ນ້ຳດື່ມ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ ມອບໃຫ້ໂຮງຮຽນ ແລະ ປະຊາຊົນຜູ້ທຸກຍາກຂາດເຂີນຢູ່ບ້ານນາຂວາງ…

ການນໍາໃຊ້ສານເຄມີໃນການຜະລິດກະສິກຳມີແຜ່ຫຼາຍ

ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນ, ການຜະລິດກະສິກໍາໃນປະເທດເຮົາ, ຍັງອາໃສການນໍາໃຊ້ສານເຄມີເຂົ້າຊ່ວຍຢ່າງແຜ່ຫລາຍ, ບໍ່ວ່າຈະເປັນການປູກພືດ ແລະ ການລ້ຽງສັດ, ແຕ່ໂຕທີ່ຮ້າຍ ແຮງນັ້ນແມ່ນການໃຊ້ສານເຄມີອັນຕະລາຍຊະຊາຍ ແລະ ນໍາໃຊ້ເກີນຂະໜາດ, ຊຶ່ງບັນຫາດັ່ງກ່າວໜ່ວຍງານກ່ຽວຂ້ອງໄດ້ພົບຫລາຍໃນໂຄງການປູກກ້ວຍ, ຟາມລ້ຽງໄກ່, ລ້ຽງໝູ່ ແລະ ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ,…

ນາຍົກເນັ້ນຕ້ອງເລັ່ງແກ້ໄຂປະກົດການບໍ່ດີຕ່າງໆໃນສັງຄົມໃຫ້ໝົດໄປ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງແຕ່ລະຂະແໜງການດ້ວຍຄວາມຮັບພິຊອບສູງ, ໂດຍສະເພາະສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ຕິດຕາມ ແລະ ສະກັດກັ້ນບັນດາໜໍ່ແໜງທີ່ເປັນຄວາມສ່ຽງ ແລະ ຫຼໍ່ແຫຼມກໍ່ໃຫ້ເກີດປະກົດການທີ່ບໍ່ດີໃນສັງຄົມ ເຊັ່ນ: ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ການສວຍໃຊ້ສື່ສັງຄົມອອນລາຍເພື່ອປັ່ນປ່ວນສັງຄົມ, ທັບຖົມໂຈມຕີ ແລະ ແບ່ງແຍກຄວາມສາມັກຄີລະຫວ່າງພັກ, ລັດຖະບານ ແລະ ປະຊາ ຊົນລັດຖະບານ, ລວມເຖິງ ບັນຫາອື່ນໆທີ່ກົດໜວ່ງທ່ວງດຶງ…

ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!

ຫົວຜັກທຽມຂຶ້ນຫນໍ່ ມີສານຕ້ານອະນຸມູນອິດສະລະສູງບຳລຸງຫົວໃຈ ຫາກທ່ານຈະເລືອກກິນຫົວຜັກທຽມບຳລຸງຮ່າງກາຍແລ້ວຄວນຈະເລືອກກີບທີ່ມີຫນໍ່ກຳລັງງອກຂຶ້ນ ເພາະຈະໃຫ້ສານຕ້ານອະນຸມູນອິດສະລະມີສັບພະຄຸນບຳລຸງຫົວໃຈເຫນືອກວ່າຫົວຜັກທຽມສົດ. ຈາກການທົດລອງໃນຫ້ອງປະຕິບັດການ ຫົວຜັກທຽມທີ່ມີຫນໍ່ຫງອກ ເປັນຫົວຜັກທຽມທີ່ເກັບ ມາໄດ້ 5 ມື້ ມີສັບພະຄຸນຫລາຍກວ່າຫົວຜັກທຽມທີ່ສົດກວ່າ ເນື່ອງຈາກສານສະກັດ ທີ່ໄດ້ຈາກຫົວຜັກທຽມເຫລົ່ານີ້ຈະສາມາດຄຸ້ມກັນເຊລຈາກຄວາມເສຍຫາຍບາງຢ່າງໄດ້ດີ. ມະນຸດເຮົາຮູ້ຈັກສັບພະຄຸນຂອງຫົວຜັກທຽມທາງຢາມາຕັ້ງຫລາຍພັນປີແລ້ວ ແລະ ກິນຫົວຜັກທຽມດິບ ຫລື ເຮັດອາຫານ ເພື່ອໃນການຫລຸດໄຂມັນໃນເລືອດ ແກ້ຄວາມດັນເລືອດສູງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!