8 ນະໂຍບາຍຂອງລາວເພື່ອຊຸກຍູ້ເສດຖະກິດໃນສົກນີ້
ກະຊວງແຜນການ ແລະ ການລົງທືນ ໃຫ້ຮູ້ວ່າ: ໃນປີນີ້, ລັດຖະບານໄດ້ດຳເນີນຫລາຍມາດຕະການ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດສະກິດໃຫ້ມີການຂະຫລາຍຕົວຕໍ່ເນື່ອງ, ໂດຍເລັ່ງປະຕິບັດ 8 ນະໂຍບາຍເພື່ອກະຕູ້ນເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວຄື: (1) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງໂດຍດໍາເນີນມາດຕະ ການການເງິນ-ເງິນຕາໃຫ້ກົມກຽວເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ7%, ພ້ອມທັງເພີ່ມທະວີເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານພາສີ-ອາກອນຢ່າງໃກ້ຊິດ, ສົ່ງເສີມການລົງທຶນ ແລະ ດໍາເນີນທຸລະກິດ, ແກ້ໄຂການຊໍາລະສະສາງໃຫ້ມີສະພາບຄ່ອງ, ຊອກວິທີແກ້ໄຂການຊໍາລະໜີ້ ແລະ…