ຫວຽດນາມເລັ່ງຫລຸດຜ່ອນນະໂຍບາຍລູກສອງຄົນ ພາຍຫລັງອັດຕາເກີດຫລຸດລົງ
ສໍານັກຂ່າວຫວຽດນາມ (VNA) ລາຍງານໃນວັນທີ 3 ມີນາວ່າ: ກະຊວງສາທາລະນະສຸກຫວຽດນາມກໍາລັງພິຈາລະນາຫລຸດຜ່ອນນະໂຍບາຍລູກສອງຄົນ ເພື່ອແກ້ໄຂບັນຫາອັດຕາການເກີດຕໍ່າ ໂດຍຫວຽດນາມເປັນໜຶ່ງໃນປະເທດທີ່ມີອັດຕາການເກີດຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້. ກະຊວງສາທາລະນະສຸກສະເໜີໃຫ້ຄູ່ຜົວເມຍສາມາດຕັດສິນໃຈໄດ້ວ່າຈະມີລູກຈັກຄົນ ແລະ ມີລູກເມື່ອໃດ ລວມທັງສະເໜີໃຫ້ມີການແກ້ໄຂບັນຫາຄວາມເຫລື້ອມລໍ້າຂອງອັດຕາການເກີດໃນແຕ່ລະພາກພື້ນ. ສໍານັກປະຊາກອນ ສັງກັດກະຊວງສາທາລະນະສຸກ ເປີດເຜີຍວ່າ: ອັດຕາການເກີດຂອງຫວຽດນາມຫລຸດເຖິງລະດັບຕໍ່າສຸດເປັນປະຫວັດສາດໃນປີ 2024…