ກອງທັບອິດສະລາແອນຍອມຮັບ “ຄວາມລົ້ມເຫລວໃນວິຊາຊີບ” ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເສຍຊີວິດຢູ່ເຂດກາຊາ

        ວັນທີ 20 ເມສາ, ກອງທັບອິດສະລາແອນ (IDF) ເປີດເຜີຍຜົນການສອບສວນກໍລະນີເຈົ້າໜ້າທີ່ແພດ ແລະ ກູ້ໄພ 15 ຄົນ ເສຍຊີວິດຢູ່ເຂດກາຊາໃນເດືອນມີນາ ໂດຍລະບຸວ່າເຫດການດັ່ງກ່າວເກີດຈາກ “ຄວາມລົ້ມເຫລວໃນລະດັບວິຊາຊີບ” ຫລາຍປະການ.         ຜູ້ເສຍຊີວິດສ່ວນຫລາຍເປັນເຈົ້າໜ້າທີ່ຈາກອົງການກາແດງປາແລັສຕິນ (Palestine Red Crescent…

ຈີນເຕືອນປະເທດໃດຊ່ວຍອາເມລິກາກົດດັນ-ຫລຸດການຄ້າກັບຈີນ ຈະຕອບໂຕ້ກັບຢ່າງເດັດຂາດ ແລະ ເທົ່າທຽມ

        ຈີນ ປະກາດເຕືອນປະເທດຕ່າງໆບໍ່ໃຫ້ເຮັດຂໍ້ຕົກລົງທາງເສດຖະກິດກັບອາເມລິກາທີ່ອາດສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຈີນ ໂດຍເນັ້ນວ່າ: ປະເທດໃດຊ່ວຍອາເມລິກາກົດດັນ ຫລື ຫລຸດປະລິມານການຄ້າກັບຈີນ ເຮັດໃຫ້ຈີນເສຍປຽບ ຈີນຈະຕອບໂຕ້ກັບຢ່າງເດັດຂາດ ແລະ ເທົ່າທຽມ.         ທ່າທີດັ່ງກ່າວຂອງຈີນມີຂຶ້ນຫລັງ Bloomberg ລາຍງານວ່າ: ລັດຖະບານ ໂດນັລ ທຣໍາ ກໍາລັງກຽມກົດດັນປະເທດຕ່າງໆ ທີ່ຕ້ອງການຂໍຫລຸດ…

ທ່ານ ປູຕິນ ປະກາດຢຸດຍິງໄລຍະອີສເຕີ ອູແກຣນພ້ອມປະຕິບັດຕາມຖ້າຣັດເຊຍຢຸດຍິງແທ້

       ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ປະກາດຢຸດຍິງຊົ່ວຄາວຊ່ວງອີສເຕີ (Easter Truce) ເປັນເວລາ 30 ຊົ່ວໂມງ ນັບແຕ່ວັນ 19 ເມສາ ເຖິງເວລາ 22:00 ໂມງ ຂອງວັນທີ 20 ເມສາ…

ຊາວອາເມລິກາຫລາຍພັນຄົນຊຸມນຸມປະທ້ວງຕໍ່ຕ້ານທ່ານ ທຣໍາ ທົ່ວອາເມລິກາ

        ຊາວອາເມລິກາຈໍານວນຫລາຍພັນຄົນອອກມາຊຸມນຸມປະທ້ວງທົ່ວອາເມລິກາຕໍ່ຕ້ານການດໍາເນີນນະໂຍບາຍຂອງປະທານາທິບໍດີ ໂດນັລ ທຣໍາ ໂດຍການປະທ້ວງນີ້ຈັດຂຶ້ນພາຍໃຕ້ຊື່ວ່າ: “50501” ເຊິ່ງໝາຍເຖິງ 50 ການປະທ້ວງ, 50 ລັດ, 1 ຂະບວນການເຄື່ອນໄຫວ ເຊິ່ງຈັດຂຶ້ນເພື່ອໃຫ້ກົງກັບໂອກາດ ຄົບຮອບ 250 ປີຂອງສົງຄາມປະຕິວັດອາເມລິກາ.         ກຸ່ມຜູ້ປະທ້ວງສະແດງຄວາມບໍ່ພໍໃຈລັດຖະບານ ທຣໍາ…

ສະຫະລັດກຽມປິດສະຖານທູດ ແລະ ກົງສຸນ ເກືອບ 30 ແຫ່ງທົ່ວໂລກ ເພື່ອຫລຸດງົບປະມານ ແລະ ປັບໂຄງສ້າງນະໂຍບາຍຕ່າງປະເທດ

ສໍານັກຂ່າວ CNN ຕ່າງປະເທດລາຍງານ ວັນທີ 15 ເມສາ 2025 ວ່າ: ລັດຖະບານສະຫະລັດອາເມລິກາ ພາຍໃຕ້ການນໍາຂອງປະທານາທິບໍດີ ໂດນັລ ທຣໍາ ໄດ້ເປີດເຜີຍເອກະສານ ກ່ຽວກັບແຜນການທີ່ກໍາລັງພິຈາລະນາປິດສະຖານທູດ ແລະ ກົງສຸນ ໃນທົ່ວໂລກເກືອບ 30 ແຫ່ງ ໂດຍມີເປົ້າໝາຍເພື່ອຫລຸດງົບປະມານຂອງລັດ….

ອາເມລິກາຂູ່ຖອນຕົວຈາກການເຈລະຈາສັນຕິພາບຣັດເຊຍ-ອູແກຣນ ຖ້າຍັງບໍ່ມີຄວາມຄືບໜ້າ

          ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ອາເມລິກາກຽມພິຈາລະນາຢຸດຄວາມພະຍາຍາມໃນການເຈລະຈາຢຸດສົງຄາມລະຫວ່າງອູແກຣນກັບຣັດເຊຍ ຖ້າຍັງບໍ່ມີຄວາມຄືບໜ້າໃນມໍ່ໆນີ້ ພາຍຫລັງສໍາເລັດກອງປະຊຸມຮ່ວມກັບເຈົ້າໜ້າທີ່ລະດັບສູງຂອງເອີຣົບ ແລະ ອູແກຣນ ຢູ່ນະຄອນຫລວງປາຣີສ ປະເທດຝຣັ່ງ.           ທ່ານ ຣູບິໂອ ກ່າວວ່າ: ອາເມລິກາຕ້ອງຕັດສິນໃຈຢ່າງຮີບດ່ວນວ່າຄວາມເປັນໄປໄດ້ໃນການຢຸດສົງຄາມຈະເກີດຂຶ້ນໄດ້ແທ້ ຫລື ບໍ່ພາຍໃນໄລຍະເວລາມໍ່ໆນີ້….

ຫວຽດນາມເພີ່ມເປົ້າໝາຍພະລັງງານລົມ-ແສງຕາເວັນ ຕອບຮັບຄວາມຮ້ອງການທີ່ເພີ່ມຂຶ້ນ

          ລັດຖະບານຫວຽດນາມເພີ່ມເປົ້າໝາຍການໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນ ໂດຍປະເທດຕັ້ງເປົ້າຈະເພີ່ມການຜະລິດພະລັງງານພາຍໃນປີ 2030 ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ສູງຂຶ້ນ.           ຫວຽດນາມຕັ້ງເປົ້າຈະບັນລຸເປົ້າໝາຍການປ່ອຍແກັສກາກບອນສຸດທິເປັນສູນ ພາຍໃນປີ 2050 ແລະ ແຜນພັດທະນາພະລັງງານ 8 ຫລື PDP8 ເຊິ່ງເປັນແຜນພັດທະນາພະລັງງານແຫ່ງຊາດສະບັບຫລ້າສຸດ ລະບຸເຖິງແນວທາງຈະບັນລຸເປົ້າໝາຍດັ່ງກ່າວໄວ້.          ແຜນ…

ຮາມັດ ພ້ອມປ່ອຍຕົວປະກັນທັງໝົດແລກຢຸດສົງຄາມຢູ່ເຂດກາຊາ

       ທ່ານ ຄາລິວ ອັລ-ໄຮຢາ ຜູ້ນໍາທີມເຈລະຈາຂອງກຸ່ມຕິດອາວຸດຮາມັດເປີດເຜີຍວ່າ: ຮາມັດຕ້ອງການຂໍ້ຕົກລົງທີ່ຄວບຄຸມເພື່ອຢຸດສົງຄາມຢູ່ເຂດກາຊາ ແລະ ແລກປ່ຽນຕົວປະກັນຊາວອິດສະລາແອນທັງໝົດກັບຊາວປາແລັສຕິນທີ່ຖືກກັກຂັງຢູ່ອິດສະລາແອນ ໂດຍປະຕິເສດຂໍ້ສະເໜີສະຫງົບເສິກຊົ່ວຄາວຂອງອິດສະລາແອນ.         ທ່ານ ໄຮຢາ ປະຕິເສດຈະເຮັດຂໍ້ຕົກລົງຊົ່ວຄາວອີກ, ແຕ່ພ້ອມເຈລະຈາເພື່ອຫາຂໍ້ຕົກລົງທີ່ຄວບຄຸມກ່ຽວກັບການປ່ອຍຕົວປະກັນທຸກຄົນ ແລກກັບການຢຸດສົງຄາມຢູ່ເຂດກາຊາ, ປົດປ່ອຍຊາວປາແລັສຕິນທຸກຄົນທີ່ຖືກກັກຂັງຢູ່ອິດສະລາແອນ ແລະ ຟື້ນຟູບູລະນະເຂດກາຊາອີກ ເນື່ອງຈາກບໍ່ໝັ້ນໃຈວ່າອິດສະລາແອນຈະຖ່ວງເວລາໃຫ້ການສູ້ຮົບຍືດເຍື້ອຕໍ່ໄປອີກ ຫລື…

ທ່ານ ທຣໍາ ລັງເລຈະເດີນໜ້າຂຶ້ນພາສີສິນຄ້າຈີນຕໍ່ ຫລັງການຄ້າອາເມລິກາ-ຈີນຢຸດສະງັກ

        ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເປີດເຜີຍວ່າ: ຕົນຮູ້ສຶກລັງເລຈະເດີນໜ້າຂຶ້ນພາສີສິນຄ້າຈີນຕໍ່ໄປ ພ້ອມສົ່ງສັນຍານການເປັນໄປໄດ້ວ່າອາດຈະຢຸດ ຫລື ຫລຸດພາສີໃນອະນາຄົດ ພາຍຫລັງສົງຄາມພາສີໄລຍະຜ່ານມາເຮັດໃຫ້ການຄ້າລະຫວ່າງສອງປະເທດຢຸດສະງັກ, ສິນຄ້າມີລາຄາສູງຈົນເຮັດໃຫ້ບໍ່ມີຜູ້ຊື້.         ທ່ານ ທຣໍາ ລະບຸວ່າ: ຂ້າພະເຈົ້າບໍ່ຕ້ອງການໃຫ້ພາສີສູງຂຶ້ນໄປກວ່ານີ້ ເພາະໃນທີ່ສຸດມັນຈະເຮັດໃຫ້ຄົນບໍ່ຊື້ສິນຄ້າ, ຂ້າພະເຈົ້າອາດຕ້ອງການຫລຸດລົງ ເພາະທ່ານຮູ້ວ່າ:…

ຈີນພ້ອມເພີ່ມນໍາເຂົ້າສິນຄ້າກະສິກໍາຈາກກໍາປູເຈຍ ຂະຫຍາຍຂອບເຂດການຮ່ວມມືການຄ້າ

          ຈີນ ແລະ ກໍາປູເຈຍ ຕົກລົງສົ່ງເສີມການຮ່ວມມືກັນໃນຫລາຍດ້ານ ລວມທັງຈີນນໍາເຂົ້າສິນຄ້າກະສິກໍາຂອງກໍາປູເຈຍເພີ່ມອີກ ແລະ ຊ່ວຍແກ້ໄຂເລື່ອງນໍ້າ.          ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ຕ້ອນຮັບ ແລະ ພົບປະຫາລືກັບປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ໃນໂອກາດຢ້ຽມຢາມນະຄອນຫລວງພະນົມເປັນຢ່າງເປັນທາງການ ເຊິ່ງຖືເປັນຄັ້ງທໍາອິດໃນຮອບ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!