ເລັ່ງພັດທະນານັກກິລາທີມຊາດລາວໃຫ້ກ້າວໄກ ເນື່ອງຈາກເປັນກິລາຍອດນິຍົມຂອງຄົນທົ່ວໂລກ
ໂດຍ: ທິດກໍ່າ ວັນທີ 18 ມັງກອນຜ່ານມາ, ສະຫະພັນກິລາບານເຕະແຫ່ງຊາດລາວ ໄດ້ເປີດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈໍາປີ 2024 ຢ່າງເປັນທາງການ. ຫວັງຢ່າງຍິ່ງວ່າ ຜ່ານກອງປະຊຸມຄັ້ງນີ້ຈະມີຜົນດີຫລາຍປະການທີ່ເປັນພື້ນຖານໃຫ້ແກ່ການພັດທະນາກິລາບານເຕະຂອງລາວເຮົາໃນປີ 2025 ກໍຄືໃນປີຕໍ່ໆໄປໃນອະນາຄົດ. ດັ່ງຮູ້ດີນໍາກັນແລ້ວວ່າ, ບານເຕະເປັນປະເພດກິລາຍອດນິຍົມຂອງຄົນທົ່ວໂລກ ເພາະກິລາປະເພດນີ້ມັນມີຈຸດພິເສດຫລາຍດ້ານ ເປັນຕົ້ນໃຊ້ຈໍານວນນັກກິລາຫລາຍຄົນ, ມີຄູຝຶກທີ່ເກັ່ງຄຸມທີມເປັນໝູ່ຄະນະ, ໃຊ້ສະໜາມທີ່ກວ້າງຂວາງໃຫຍ່ໂຕມະໂຫຖານ ສາມາດດຶງດູດເອົາຜູ້ເຂົ້າຊົມເຂົ້າເຊຍໃນສະໜາມຫລາຍພັນຫລາຍໝື່ນຄົນ,…