UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ

- wire 671209 1496163479 245 634x422 - UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ
- kitchen vibe - UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ

ສະຫະ​ປະຊາ​ຊາດ​ຊີ້​ເຢ​ເມນ​ໃກ້​ລົ້ມສະຫລາຍ​ໃນ​ທຸກ​ດ້ານ ທັງ​ສົງຄາມ​ກາງ​ເມືອງ​ບໍ່​ມີ​ທ່າ​ທີ​ຈະ​ຢຸດ, ປະຊາຊົນ​ຂາດ​ເຂີນ​ອາຫານ, ​ເກີດ​ພະຍາດ​ລະບາດ, ສ່ວນ​ປະ​ເທດ​ມະຫາ​ອຳນາດ​ເມີນ​ເສີຍ​ບໍ່​ຊ່ວຍ​ເຫລືອ​ຈິງ​ຈັງ.

ທ່ານ ສ​ະ​ເຕີ​ເຟນ ​ໂອ​ບຽນ ຮອງ​ເລຂາທິການ ​ແລະ ຜູ້​ປະສານ​ງານ​ດ້ານ​ການ​ຊ່ວຍ​ເຫລືອ​ທາງ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ວ່າ: ປະ​ເທດ​ເຢ​ເມນ​ພວມ​ປະສົບ​ວິ​ກິດ​ການ​ຮອບດ້ານ ທັງ​ທາງ​ສັງ​ຄົມ ​ແລະ ​ເສດຖະກິດ ​ເຊິ່ງສ່ຽງ​ຕໍ່​ການລົ້ມສະຫລາຍ​ຂອງ​ສະ​ຖາ​ບັນ​ສຳຄັນ​ຕ່າງໆ​ຂອງ​ປະ​ເທດ.

- Visit Laos Visit SALANA BOUTIQUE HOTEL - UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ

 

- YEMEN HODEIDAH ATTACK 22 09 16 - UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ

 

ທ່ານ ​ໂອ​ບຽນ ຮຽກຮ້ອງ​ໃຫ້​ມີ​ການ​ເຂົ້າມາ​ຊ່ວຍ​ເຫລືອ ​ແລະ ​ແກ້​ໄຂ​ວິ​ກິດ​ການ​ຢູ່​ເຢ​ເມນ​ຢ່າງ​ຮີບ​ດ່ວນ ​ເນື່ອງ​ຈາກ​ເຢ​ເມນ​ພວມ​ຕົກ​ຢູ່​ໃນ​ສະຖານະ​ການ​ທາງ​ມະນຸດສະທຳ​ທີ່​ຮ້າຍ​ແຮງ ​ໂດຍ​ປະຊາຊົນ​ເກືອບ 7 ລ້ານ​ຄົນ​ພວມ​ອຶດຫິວ​ຂາດ​ເຂີນ​ອາຫານ ທັງ​ການລະບາດ​ຂອງ​ພະຍາດ​ອະຫິວາ​ໄດ້​ຂ້າ​ຊີວິດ​ປະຊາຊົນ​ໄປ​ແລ້ວ​ເກືອບ 500 ຄົນ​ໃນ​ໄລຍະ​ເດືອນ​ຜ່ານ​ມາ ​ແລະ ຄາດ​ວ່າ​ອາດ​ມີ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ອະຫິວາ​ເພີ່ມ​ອີກ​ປະມານ 150.000 ຄົນ​ໃນ​ໄລຍະ​ເຄິ່ງປີ​ນີ້

ຮອງ​ເລຂາທິການ​ສະຫະ​ປະຊາ​ຊາດ​ຍັງ​ກ່າວ​ວ່າ: ຄວາມທຸກ​ທໍລະມານ​ຂອງ​ຊາວ​ເຢ​ເມນ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ຫລື ​ເປັນ​ຜົນ​ມາ​ຈາກ​ສິ່ງ​ທີ່ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ປະຊາ​ຄົມ​ສາກົນ, ​ແຕ່​ເປັນຄວາມ​ຜິດ​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ ​ແລະ ມາ​ຈາກ​ການ​ເມີນ​ເສີຍ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ.

 

ເຢເມນປະກາດພາວະສຸກເສີນ ພາຍຫລັງພະຍາດອະຫິວາລະບາດ

 

​ເຖິງ​ວ່າ​ຫລາຍ​ປະ​ເທດ​ຈະ​ໃຫ້​ຄຳ​ໝັ້ນ​ໃນ​ການ​ບໍລິຈາກ​ເງິນ​ ​ເພື່ອ​ຊ່ວຍ​ເຫລືອ​ເຢ​ເມນ, ​ແຕ່​ປັດຈຸບັນ​ນີ້ ໜ່ວຍ​ງານ​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ​ຍັງ​ໄດ້​ຮັບ​ເງິນ​ບໍລິຈາກ​ພຽງ 24% ຂອງ​ຈຳນວນ​ເງິນ​ທັງ​ໝົດ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້ ​ເຊິ່ງມີ​ປະມານ 2.100 ລ້ານ​ໂດ​ລາ​ສະຫະລັດ.

​ໃນ​ໄລຍະ​ສອງ​ປີຜ່ານມາ, ​ເຢ​ເມນ​ຕົກ​ຢູ່​ໃນ​ສະພາບ​ສົງຄາມ​ກາງ​ເມືອງ ​ໂດຍ​ການ​ສູ້​ຮົບຢ່າງ​ຮຸນ​ແຮງ​ລະຫວ່າງ​ກຸ່ມ​ກະບົດ​ຮູ​ທີ ​ແລະ ກອງ​ກຳລັງ​ຜູ້​ຈົງ​ຮັກ​ພັກດີ​ຕໍ່​ອະດີດ​ປະທານາທິບໍດີ ອັບ​ດຣັບບູ ມານ​ຊູ ຮາ​ດີ ​ເຊິ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອາຣັບບີ ຊາ​ອຸ​ດິດ ​ເຮັດ​ໃຫ້​ພົນລະ​ເມືອງ​ປະມານ 8.000 ຄົນ​ຕ້ອງ​ເສຍ​ຊີວິດ ​ແລະ ອີກ​ເກືອບ 19 ລ້ານ​ຄົນ​ຕ້ອງການ​ການ​ຊ່ວຍ​ເຫລືອ​ທາງ​ມະນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ.

ທ່ານ ອິສມາ​ເອລ ອູ ​ເຊກ ອາ​ເໝັດ ຜູ້​ແທນ​ສະຫະ​ປະຊາ​ຊາດ ​ເຊິ່ງ​ເບິ່ງ​ແຍງ​ເລື່ອງ​ເຢ​ເມນ ​ໄດ້​ຂຶ້ນກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ເຊັ່ນ​ກັນ​ວ່າ: ຜົນ​ການ​ເຈລະຈາ​ຫລ້າ​ສຸດ​ລະຫວ່າງ​ກອງ​ກຳລັງ​ສອງ​ຝ່າຍ ​ເຊິ່ງສູ້​ຮົບ​ຕິດ​ພັນ​ໃນ​ສົງຄາມ​ກາງ​ເມືອງ​ນັ້ນ ບໍ່​ມີ​ຝ່າຍ​ໃດ​ຕ້ອງການ​ປານີ​ປານ​ອມ ​ແລະ ສຽງ​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ຈາກ​ສາກົນ​ບໍ່​ມີ​ຜູ້​ໃດ​ຮັບ​ຟັງ ​ເຊິ່ງ​ເຮັດ​ໃຫ້​ຊາວ​ເຢ​ເມນ​ຕ້ອງ​ປະສົບ​ຄວາມທຸກ​ຍາກ​ຕໍ່​ໄປ ​ເພາະ​ຄວາມ​ຊັກ​ຊ້າ​ທີ່​ບໍ່​ຄວນ​ເກີດ​ຂຶ້ນ​ໃນ​ການ​ເຈລະຈາ​ສັນຕິພາບ​ນີ້.

- 3 - UN ຊີ້ເຢເມນໃກ້ລົ້ມສະຫລາຍ ວອນທົ່ວໂລກຊ່ວຍເຫລືອຈິງຈັງດ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!