ກຽມວາງສະແດງຜະລິດຕະພັນໄມ້ລາວຕາມຄຳສັ່ງ 15/ນຍ ເພື່ອສົ່ງເສີມການສົ່ງອອກ


ໃນວັນທີ 17 ມັງກອນນີ້, ສູນພັດທະນາສີມືແຮງງານເວດສະພົງຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຖະແຫລງຂ່າວກ່ຽວກັບການກະກຽມເປີດງານວາງສະແດງຜະລິດຕະພັນໄມ້ສຳເລັດຮູບຂຶ້ນໃນລະຫວ່າງວັນທີ 26 ມັງກອນ-24 ມີນານີ້, ທີ່ສູນພັດທະນາສີມືແຮງງານເວດສະພົງບ້ານໜອງບືກເໜືອເມືອງສີໂຄດຕະ ບອງນະຄອນຫຼວງວຽງຈັນ, ເພື່ອໃຫ້ຜູ້ປະກອບການໄມ້ ໄດ້ເຊື່ອມຊຶມ ແລະ ປະຕິບັດຕາມຄຳສັ່ງນາຍົກລັດ ຖະມົນຕີເລກທີ 15/ນຍ ແລະ ຂໍ້ຕົກລົງເລກທີ 1833/ຄອ ສະບັບປັບປຸງໃຫ້ເຂັ້ມງວດ ແລະ ເຮັດໃຫ້ຜະລິດຕະພັນໄມ້ລາວສາມາດສົ່ງອອກໄປສູ່ຕະຫລາດຕ່າງປະເທດໄດ້ຢ່າງຖືກຕ້ອງ ແລະ ຍືນຍົງ.
ທ່ານ ໂຍທິນ ເວດສະພົງ ກ່າວວ່າ: ໃນນາມຄະນະຮັບຜິດຊອບການຈັດງານແມ່ນໄດ້ເຕົ້າໂຮມເອົາບັນດາໂຮງ ງານປຸງແຕ່ງໄມ້ຫລາຍກວ່າ 40 ແຫ່ງໃນທົ່ວປະເທດ, ພ້ອມທັງເຊີນນັກທຸລະກິດຈີນ, ໄທ, ຫວຽດນາມ, ຍີ່ປຸນ ແລະ ບັນດາປະເທດໃນພາກພື້ນເຂົ້າມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ, ທັງເປັນເວທີພົບປະແລກປ່ຽນບົດຮຽນ ແລະ ຮ່ວມມືລະຫວ່າງນັກທຸລະກິດລາວ ແລະ ຕ່າງປະເທດ.
ໃນງານວາງສະແດງກໍຈະມີການສຳມະນາໃນຫົວຂໍ້ສໍາຄັນຄື: “ການບໍລິຫານຈັດການ ແລະ ການດຳເນີນທຸລະ ກິດໄມ້ ເພື່ອຫັນເຂົ້າສູ່ລະບຽບກົດໝາຍ ແລະສາມາດຕໍ່ລອງກັບຕະຫລາດສາກົນໄດ້” ກໍຄືການຈັດຕັ້ງຜັນຂະ ຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ແລະ ຂໍ້ຕົກລົງ 1833/ອຄ ໃຫ້ປະກົດຜົນເປັນຈິງ, ເພື່ອໃຫ້ຜູ້ປະກອບການໄດ້ມີໂອກາດເຊື່ອມຊຶມນະໂຍບາຍຂອງພັກ-ລັດຖະບານ ແລະ ຫັນປ່ຽນການຜະລິດໄປຕາມຂໍ້ກຳນົດ, ລະບຽບກົດໝາຍ.