ຍີ່ປຸ່ນເພີ່ມງົບປະມານດ້ານການທະຫານ ໃນປີໜ້າເປັນ 46.000 ລ້ານໂດລາ


ລັດຖະບານຍີ່ປຸ່ນຖະແຫລງໃນວັນທີ 22 ທັນວາວ່າ: ງົບປະມານດ້ານການທະຫານຂອງຍີ່ປຸ່ນໃນປີໜ້າຈະເພີ່ມຂຶ້ນເປັນປະຫວັດສາດເຖິງ 46.000 ລ້ານໂດລາສະຫະລັດ. ຖືເປັນການເພີ່ມຂຶ້ນຕິດຕໍ່ກັນເປັນປີທີ 6.
ງົບປະມານດ້ານການທະຫານດັ່ງກ່າວເປັນສ່ວນໜຶ່ງຂອງງົບປະມານລາຍຈ່າຍປະຈຳປີທີ່ຈະເລີ່ມໃນເດືອນເມສາ ເຊິ່ງມີຈຳນວນ 860.000 ລ້ານໂດລາສະຫະລັດ. ນອກຈາກງົບປະມານດ້ານການທະຫານທີ່ເພີ່ມຂຶ້ນ ຂະນະທີ່ຍີ່ປຸ່ນກຳລັງເລັ່ງເພີ່ມລະບົບປ້ອງກັນລູກສອນໄຟ ເພື່ອປ້ອງກັນການຄຸກຄາມຈາກ ສປປ ເກົາຫລີ ຍັງມີງົບປະມານລາຍຈ່າຍດ້ານການແພດ ແລະ ສະຫວັດດີການສັງຄົມທີ່ເພີ່ມຂຶ້ນໃນສັງຄົມຜູ້ອາຍຸສູງທີ່ກຳລັງຂະຫຍາຍຕົວ. ງົບປະມານດ້ານການທະຫານທີ່ເພີ່ມຂຶ້ນຈະຄວບຄຸມເຖິງຄ່າໃຊ້ຈ່າຍດ້ານການກະກຽມສຳລັບການຕິດຕັ້ງລະບົບກວດຈັບລູກສອນໄຟເອຈິສ ອະຊໍ ຂອງກອງທັບອາເມລິກາ, ຍີ່ປຸ່ນຍັງວາງແຜນຈະຊື້ລູກສອນໄຟຄຣູໄລຍະໄກເຖິງ 900 ກິໂລແມັດ ຈາກບໍລິສັດຂອງອາເມລິການຳອີກ.