ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ - 983 - ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ - kitchen vibe - ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ແຂວງໄຊສົມບູນຮ່ວມກັບສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ແຂວງຂອງຕົນໃນວັນທີ 2 ກຸມພານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ເລັ່ງຊົ່ງ ຕົ່ງສີ, ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍ ພະນັກງານແນວລາວສ້າງຊາດແຂວງເຂົ້າຮ່ວມ.

ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ - 892 300x200 - ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ - Visit Laos Visit SALANA BOUTIQUE HOTEL - ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ໃນກອງປະຊຸມປະທານແນວລາວສ້າງຊາດແຂວງໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ພາຍໃນແຂວງຂອງຕົນ, ໂດຍໄດ້ຖືເອົາວຽກງານ ທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ, ທັງແມ່ນໜຶ່ງໃນມາດຖານຂອງການສ້າງບ້ານພັດທະນາ ໄປຄ່ຽງຄູ່ກັບການຈັດຕັ້ງປະຕິບັດຂະບວນການດັ່ງກ່າວ ໃນ 5 ບາດກ້າວຄື: ສໍາເລັດບາດກ້າວເກັບກໍາຂໍ້ມູນ ແລະ ຂຽນແຜນການປະຕິບັດໄດ້ 12.482 ຄອບຄົວ ເທົ່າກັບ 86,05% ຂອງຈໍານວນຄອບຄົວທັງໝົດ ແລະ 78 ບ້ານ ເທົ່າກັບ 87,64% ຂອງຈໍານວນບ້ານທັງໝົດ, ພ້ອມໄດ້ລະດົມເອົາກຸ່ມບໍລິສັດພົງສະຫວັນກໍາກັດ ມາລົງທຶນຈັດຕັ້ງປະຕິບັດໂຄງການເຮັດທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ຈຸດຊຸມບ້ານໂພນສະຫວາດ ເມືອງລ້ອງຊານ ຊຶ່ງກວມເອົາ 8 ບ້ານ, ມີ 1.313 ຄອບຄົວ ເພື່ອເປັນການຊຸກຍູ້, ສົ່ງເສີມການພັດທະນາກະສີກໍາ ແລະ ການທ່ອງທ່ຽວປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດແບບຄົບວົງຈອນ ແລະ ກຽມຮັບຮອງເອົາ ເມືອງລ້ອງຊານ ເປັນເມືອງສາມັກຄີປອງດອງ.

ຈາກນັນບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນໃສ່ໜ້າວຽກດັ່ງກ່າວ ດ້ວຍຄວາມຮັບຜິດຊອບເພື່ອເຮັດໃຫ້ວຽກງານສ້າງຄອບຄົວ – ບ້ານສາມັກຄີປອງດອງ ຢູ່ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດຕາມແຜນການ ແລະ ໃຫ້ມີສຳເລັດ.

ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ - 4 - ໄຊສົມບູນ ປຶກສາຫາລືກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!